ລາວຕຣຽມພິທີປິດ ກິລາຊີເກມສ໌

ສປປລາວ ຕຣຽມກາຣແສດງ ພິທີປິດກິລາຊີເກມສ໌ ແລະສົ່ງຕໍ່ໃຫ້ ອິນໂດນີເຊັຽ ຜູ້ຮັບເປັນເຈົ້າພາບ ໃນຄັ້ງຕໍ່ໄປ.
ຫວາດ ສີມູນ
2009.12.17

ສປປລາວ ຕຣຽມພ້ອມສຳຫລັບ ກາຣແສດງໃນພິທີປິດ ງານມະຫະກັມກິລາຊີເກມສ໌ ຄັ້ງທີ່ 25 ທີ່ມີກາຣແສດງ ເຖິງວັທນາທັມອັນດີງາມ ຂອງຊາຕລາວ ແລະຜົລສຳເຣັຈຂອງ ກາຣເປັນເຈົ້າພາບ ທີ່ຈົບລົງຢ່າງສງ່າງາມ ພ້ອມກັບເປັນກາຣສົ່ງ ຕໍ່ໃຫ້ກັບປະເທສອິນໂດນີເຊັຽ ເປັນເຈົ້າພາບກາຣແຂ່ງຂັນ ກິລາຊີເກມສ໌ ຄັ້ງຕໍ່ໄປ ດັ່ງທ່ານໄຊສວາດ ສິງນາມວົງ ກັມກາຣພິທີເປີດ-ປິດ ໄດ້ກ່າວໃນຕອນໜຶ່ງວ່າ:

“ກາຣສແດງຄັ້ງນີ້ ພວກເຮົາ ຄົນເວົ້າເຣື່ອງເນື້ອໃນ ແມ່ນພວກເຮົາຈະເນັ້ນໜັກ ກ່ຽວກັບວັທນາທັມລາວ ໂດຽສະເພາະຮີດຄອງປະເພນີ ເປັນຕົ້ນແມ່ນເວົ້າເຖິງ ງານບຸນປະຈຳຊາຕ ຂອງລາວເນາະ ກໍມີປີໃໝ່ ມີບຸນຮົດນ້ຳ ບຸນບັ້ງໄຟ ຊ່ວງເຮືອປະເພທນັ້ນແຫລະ”.

ທ່ານໄຊສວາດ ໄດ້ກ່າວເພີ່ມວ່າ ກາຣສແດງໃນພິທີປິດ ຈະມີທັງໝົດ 6 ຣາຍກາຣດ້ວຍກັນ ຮວມທັງກາຣສແດງ ຂອງອິນໂດນີເຊັຽ ທີ່ຈະມີກາຣເນັ້ນໄປ ໃນດ້ານກາຣຟ້ອນທີ່ ເປັນເອກລັກ ທາງວັທນາທັມ ຂອງຊາວອິນໂດນີເຊັຽ ເຊັ່ນກັນ ທີ່ເຂົາເຈົ້າໄດ້ເຣີ່ມ ຝຶກຊ້ອມແຕ່ເດືອນພຶສຈິກາ ຜ່ານມາ ໂດຽຄະນະນັກສຶກສາ ຈາກສະຖາບັນຕ່າງໆ ດັ່ງທີ່ທ່ານໃຫ້ກາຣອະທິບາຍວ່າ:

“ບັນຍາກາສໃນທົ່ວປະເທສ ຈະເຫັນວ່າງານມະຫະກັມ ຄັ້ງນີ້ເປັນງານທີ່ ເປັນປະຫວັຕສາຕ ຂອງຊາຕລາວ ທຸກຄົນກໍແມ່ນມີ ນ້ຳໃຈເປັນໜຶ່ງດຽວ ແລ້ວກໍເຮັດໃຫ້ງານ ຄັ້ງນີ້ດີທີ່ສຸດ ຫລາຍຄົນກໍພູມໃຈ ມີຄວາມຮູ້ສຶກວ່າ ອັນນີ້ແມ່ນເປັນກຽຕ ຢ່າງໃຫຍ່ທີ່ໄດ້ ປະກອບສ່ວນໃຫ້ແກ່ ງານຊີເກມສ໌ຄັ້ງນີ້”.

 ເຈົ້າໜ້າທີ່ລາວທ່ານນີ້ ໄດ້ກ່າວຢ້ຳວ່າ ຈາກກາຣສແດງໃນພິທີເ ປີດກາຣແຂ່ງຂັນກິລາຊີເກມສ໌ ຄັ້ງທີ່ 25 ໃນວັນທີ່ 9 ທັນວານີ້ນັ້ນ ກໍໄດ້ຮັບຄຳຍ້ອງຍໍ ຢ່າງຫລວງຫລາຍ ໂດຽສະເພາະຈາກບັນດາ ປະເທສສະມາຊິກອາຊ໊ຽນ ທີ່ວ່າທາງກາຣ ສປລາວ ຈັດກາຣແສດງໄດ້ເປັນຢ່າງດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.