ມາເລເຊັຍປົກປ້ອງ ນັກກິລາຂອງຕົນ ໃນການປະພຶດໂຕ
2009.12.08
ເຈົ້າໜ້າທີ່ກຳກັບ ນັກກິລາເຕະບານ ຂອງມາເລເຊັຍ ປົກປ້ອງ ນັກກິລາຂອງຕົນ ໃນວັນຈັນນີ້. ຫລັງຈາກທີ່ ນັກກິລາເຕະບານ ເກີດຜິດຖຽງກັບ ກັມມະການກາງ ແລະ ໄດ້ຖືກຕັດສິນວ່າ ເປັນການປະພຶດ ຕົວບໍ່ດີຕໍ່ກັມມະການ ໃນຣະຫວ່າງການແຂ່ງຂັນ. ເຈົ້າໜ້າທີ່ທາງການ ຂອງມາເລເຊັຍ ຍອມຮັບວ່າ ນັກເຕະບານຂອງຕົນ ປະພຶດບໍ່ດີ ແຕ່ກໍອ້າງວ່າ ພວກເຂົາຖືກຍົ້ວຍູ້ ໃຫ້ເກີດຄວາມໃຈຮ້າຍ.
ທ່ານ Khairy Jamaluddin ຮອງປະທານ ສະມາຄົມກິລາເຕະບານ ມາເລເຊັຍ ວ່າພວກທ່ານ ໄດ້ຍື່ນຄຳປະທ້ວງ ແລະຄວາມກັງວົນໃຈ ຕໍ່ກັມມະການຕັດສິນ ທີ່ບໍ່ເປັນທັມ ແລະ ລຳອຽງ ຕໍ່ທິມຂອງ ມາເລເຊັຍ.
ເຈົ້າໜ້າທີ່ກຳກັບ ນັກກິລາເຕະບານ ຂອງມາເລເຊັຍວ່າ ຍ້ອນຄວາມໃຈຮ້າຍ ຂອງນັກກິລາຕໍ່ກັມມະການ ທີ່ເປັນຜູ້ຕັດສິນ ການແຂ່ງຂັນກິລາ ຈຶ່ງເກີດມີການຜິດຖຽງ ກັນຂື້ນຈົນວ່າ ເຈົ້າໜ້າທີ່ຕຳຣວດ ຕ້ອງໄດ້ປ້ອງກັນນຳຕົວ ກັມມະການອອກ ໄປຈາກເດີ່ນ.
ກອງກຳລັງຮັກສາຄວາມສງົບ ໄດ້ພາກັນເຄື່ອນ ເຂົ້າໄປໃນເດີ່ນ ເພື່ອປ້ອງກັນກັມມະການ ຕັດສິນກິລາ ແລ້ວນຳຜູ້ກ່ຽວອອກ ໄປຈາກເດີ່ນເຕະບານ ໃນຂນະທີ່ຫົວໜ້າ ທິມເຕະບານມາເລເຊັຍ ປອບໃຈ ພວກນັກກິລານັ້ນຢູ່.
ໜັງສືພິມມາເລເຊັຍ ແລະ ວຽດນາມ ເວົ້າວ່າ ນັກກິລາເຕະບານ ມາເລເຊັຍ ໄດ້ແກວ່ງຂວດນ້ຳຢາງ ແລະໄລ່ ທ່ານ Kim Jong-Hyeok ກັມມະການຜູ້ຕັດສິນ ໄດ້ແລ່ນເຂົ້າໄປກາງເດີ່ນ ເພື່ອຫລົບໜີຈາກນັກກິລາ ມາເລເຊັຍ ທີ່ໄລ່ຕິດຕາມທ່ານ.
ທິມເຕະບານມາເລເຊັຍ ທີ່ມີນັກຫລິ້ນ ອາຍຸຕ່ຳກວ່າ 23 ປີ ໃຈບໍ່ດີ ພາຍຫລັງທີ່ໄດ້ ເສັຍຄະແນນໃຫ້ ທິມເຕະບານວຽດນາມ 3 ຕໍ່ 1 ແລະໄດ້ໃຊ້ ຄວາມພຍາຍາມ ອອກແຮງຂື້ນຕື່ມ ເພື່ອໃຫ້ໄດ້ເຂົ້າ ຮອບຮອງຊະນະເລີດ.