ຊາວລາວພູມໃຈໃນພິທີເປີດ ງານມະຫາກັມກິລາຊີເກມສ໌

ປະຊາຊົນລາວ ມີຄວາມພາກພູມໃຈ ໃນພິທີເປີດງານ ມະຫາກັມກິລາຊີເກມສ໌ ໃນມື້ວັນທີ 9 ທັນວາ ທີ່ຜ່ານມາ.
ສິດນີ
2009.12.10
F-Sea-games-Torch ສັນຍາລັກຂອງແສງໄຟທີ່ບອກໃຫ້ຮູ້ວ່າການ ແຂ່ງຂັນກິລາຊີເກມສ໌ຄັ້ງທີ25ໄດ້ເລີ້ມຂື້ນແລ້ວ
Photo: RFA

ພິທີເປີດງານມະຫາກັມ ກິລາຊີເກມສ໌ ຄັ້ງທີ່ 25 ຂອງລາວ ທີ່ນະຄອນຫລວງວຽງຈັນ ໃນວັນທີ 9 ທັນວາ ເປັນໄປດ້ວຍດີ ປະຊາຊົນລາວ  ພ້ອມດ້ວຍຫນ່ວຍງານ ທີ່ກ່ຽວຂ້ອງຕ່າງໆ ມີຄວາມພາກພູມໃຈ ໃນພິທີເປີດງານຄັ້ງນີ້ ທີ່ເຕັມໄປດ້ວຍແສງສີ ແລະການສະແດງປະເພດຕ່າງໆ. ດັ່ງເຈົ້າຫນ້າທີ່ກ່ຽວຂອ້ງ ທ່ານນື່ງກ່າວກ່ຽວ ກັບເຮື້ອງນີ້ວ່າ:

"ຂ້າພຣະເຈົ້າພູມໃຈຫລາຍ ທີ່ນັກສະແດງພວກເຮົາ ຈຳນວນ 8 ພັນຊີວີດ ພ້ອມດ້ວຍພາກສ່ວນ ຕ່າງໆຂອງຄນະກັມມະການ ຈັດງານມະຫາກັມ ກິລາຊີເກມສ໌ ຄັ້ງທີ 25 ພວກເຮົາໄດ້ພ້ອມຈິດພ້ອມໃຈ ຮ່ວມມືຮ່ວມແຮງກັນ ພວກເຮົາຄົນລາວຍີນດີ ຕ້ອນຮັບແຂກບ້ານແຂກເມືອງ ຂອງພວກເຮົາ".

ທ່ານກ່າວຕໍ່ໄປວ່າ ການສະແດງນອກຈາກສີສັນ ແລະຄວາມສວຍງາມແລ້ວ ຍັງບອກເຖີງ ວັທນະທັມປະເພນີ ແລະປວັດສາດທີ່ເປັນມາ ຂອງລາວ ແກ່ຊາວໂລກໄດ້ ຮັບຮູ້ນຳອີກ ທີ່ສ້າງຄວາມປະທັບໃຈ ໃຫ້ແກ່ຄົນລາວທັງຊາດ. ການເປັນເຈົ້າພາບ ກິລາຊີເກມສ໌ ຂອງລາວເທື່ອນີ້ ນອກຈາກຈະສ້າງ ຄວາມປະທັບໃຈແກ່ຄົນລາວ ໂດຍທົ່ວໄປແລ້ວຍັງ ສ້າງຄວາມສາມະຄີ ໃນກຸ່ມຄົນລາວ ໃນທົ່ວປະເທດນຳອີກ. ທ່ານກ່າວເພີ້ມອີກວ່າ:

"ແຕ່ອັນສຳຄັນທີ່ສຸດນັ້ນ ພກວເຮົາໄດ້ສະແດງ ໃຫ້ບັນດາປະເທດເພື່ອນມີດ ໄດ້ເຫັນວ່າ ປະຊາຊົນລາວເຮົາ ມີຄວາມເປັນນ້ຳນື່ງ ໃຈດຽວກັນ ມີຄວາມສາມະຄີ ປອງດອງກັນ."

ໃນທີ່ສຸດ ທ່ານວ່າ ຄຳຂວັນ ໃນພິທີເປີດງານ ມະຫາກັມກິລາຊີເກມສ໌ ທີ່ລາວເປັນເຈົ້າພາບນັ້ນ ຈະເນັ້ນຫນັກໃສ່ ຮີດຄອງ ປະເພນີແລະປວັດສາດ ຄວາມເປັນມາ ຂອງຊາດລາວ ເປັນຫລັກ ຮ່ວມດ້ວຍມູມມອງ ແລະຈີນຕະນາການ ຂອງລາວ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 11, 2009 05:22 PM

Thanks to the Youtube posting, I saw part of the open ceremony. Unless what was posted was staged or CGI’ed, I would say the ceremonial organizer did literally pull it off. The Lao People should be proud of their collective accomplishment. Of course, the event is too far from being in par with the Beijing’s 2008 Olympics open’s, but then, comparing a shoe string budget of $4M versus $Billions, the accomplishment is definitely on its own scale.

Hosting this 25th SEA Games is undeniably a rite of passage for the Lao Officials and Lao people in becoming open and engaged in international norm. Laos needs it to prove to itself that it is capable, it just needs to take steps and thread gingerly.

Anonymous
Dec 11, 2009 05:59 AM

It's good for Lao people in they country so they can have eyes and ears open wider then before. Let them enjoy they games. Only one sad part they can not have freedom of speech.

Anonymous
Dec 10, 2009 07:22 PM

Great Lao people, we got it done

Anonymous
Dec 10, 2009 11:18 PM

Unacceptable with Lao Autority Comment : 1- LIAR .2-UNSKILLFUL. 3-UNMOVED. 4-RUSTICITY. 5-WAR OF NERVES.