ນັກກິລາລາວ ຮັບຫລຽນຄຳ ອີກນຶ່ງຫລຽນ
2009.12.10
ນັກກິລາລາວ ໄດ້ຫລຽນຄຳເພີ້ມອີກ1ຫລຽນ ແລະຫລຽນທອງແດງ3ຫລຽນ ໃນການແຂ່ງຂັນກິລາຊີເກມສ໌ ຂອງມື້ນີ້. ຫລຽນທອງແດງຫລຽນທີ1 ຈາກກິລາ ແຕ໊ຄວນໂດ ພຸມເຊ ປະເພດຍິງດ່ຽວ ໂດຍນາງ ວາລີ ມາດມະນີສອນ ຫລຽນທີ2 ຈາກກິລາຄາຣາເຕ້ໂດ ກະຕ້າ ທີມຍິງ ສ່ວນຫລຽນທີ3 ແມ່ນຈາກກິລາ ຄາຣາເຕ້ໂດ ປະເພດຊາຍດ່ຽວ ໂດຍທ້າວ ອິນທະນູສອນ ວິໄລສຸກ ສ່ວນຫລຽນຄຳໄດ້ຈາກ ກິລາຍົກນ້ຳໜັກປະເພດ 53ກິໂລກຣັມ ປະເພດຍິງ ໂດຍນາງ ເຂືອຄຳ ລີ.
ຮວມທັງໝົດ ໃນເວລາອອກຂ່າວ ລາວໄດ້ ຫລຽນຄຳ2ຫລຽນ ຫລຽນເງິນ 2ຫລຽນ ແລະຫລຽນທອງແດງ 3ຫລຽນ ສຳລັບກິລາທີ່ລາວ ຫວັງວ່າຈະໄດ້ ຫລຽນອີກກໍມີ ຄາຣາເຕ້ໂດປະເພດຍິງ ນ້ຳໜັກບໍ່ເກີນ67ກິໂລກຣັມ ຍົກນ້ຳໜັກ ແລະເປຕັງ. ເຈົ້າໜ້າທີ່ຜູ້ຝຶກຊ້ອມ ນັກກິລາ ຄາຣາເຕ້ໂດ ທີມຊາດລາວ ໃຫ້ຂໍ້ມູນວ່າ:
"ສະຫະພັນພວກເຮົາ ມີນັກກິລາ24ຄົນ ທີ່ຈະເຂົ້າຮ່ວມແຂ່ງຂັນ ກິລາປະເພດ ຄາຣາເຕ້ໂດ ຊຶ່ງໃນນັ້ນພວກເຮົາ ໄດ້ຈັດສັນນັກກິລາ ຈຳນວນນຶ່ງໄປຝຶກຊ້ອມ ຢູ່ວຽດນາມ ແລະປັດຈຸບັນນີ້ ນັກກິລາດັ່ງກ່າວນັ້ນ ກໍໄດ້ໄປຝຶກຊ້ອມ ຢູ່ສູນຊີເກີດ ສະພາບຂອງນັກກິລາ ປັດຈຸບັນນີ້ ມີຄວາມພ້ອມສູງ ກຳລັງແຮງສົ່ງ ຮວມທາງດ້ານເທກນິກ."
ຄວາມຫວັງນອກຈາກ ກິລາຄາຣາເຕ້ ແລະ ຍົກນ້ຳໜັກ ແລ້ວກໍຍັງມີກິລາມວຍ ແລະແລ່ນແລະລານ ໂດຍສະເພາະກິລາແລ່ນ ລະຍະທາງໄກ ອີກນຳ.
ສະລຸບຫລຽນສຳລັບມືນີ້ ໄທນຳທີ1 ໄດ້ທັງໝົດ16ຫລຽນ ວຽດນາມມາທີ2 ໄດ້ທັງໝົດ12ຫລຽນ ຟິນລິບປິນມາທີ3 ໄດ້ທັງໝົດ10ຫລຽນ ສ່ວນສປປລາວມາທີ7 ໄດ້ທັງໝົດ7ຫລຽນ ຊຶ່ງມີຫລຽນຄຳ2ຫລຽນ ຫລຽນເງິນ2ຫລຽນ ແລະ ຫລຽນທອງແດງ 3ຫລຽນ.