ລາວຊິງຫລຽນຄຳ ໄດ້ເກີນຄາດຫມາຍ

ສປປລາວ ຊນະຫລຽນຄຳ ໃນກິລາຊີເກມສ໌ 30 ຫລຽນ ເກີນຄາດຫມາຍ ທີ່ໄດ້ວາງໄວ້.
ສິດນີ
2009.12.17

ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກຣັຖມົນຕຣີລາວ ແລະ ກໍ່ເປັນປະທານຈັດການ ແຂ່ງຂັນກິລາຊີເກມສ໌ ໃຫ້ກຳລັງໃຈນັກກິລາວ ຜູ້ທີ່ແຂ່ງຂັນ ເຕັມຄວາມສາມາດ ທີ່ສ້າງຊື່ສຽງໃຫ້ ແກ່ປະເທດຊາດ ໄດ້ຊນະຫລຽນຄຳ ເກີນຄາດຫມາຍ ທ່ານຍັງຝາກເຖີງ ສະຫະພັນກິລາລາວ ໃຫ້ພັທນາການກິລາ ໃນອານາຄົດ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ຂ້າພຣະເຈົ້າຫວັງ ຢ່າງຍີ່ງວ່າ ບັນດາສະຫະພັນ ຈະເພີ້ມທະວີ ຄວາມຮັບຜີດຊອບຂອງຕົນ ແລະເຊື່ອວ່ານັກກິລາ ຂອງພວກເຮົາຈະອອກແຮງ ຝືກຜົລຮ່າງກາຍ ຝືກຜົລສີມື ຄວາມຊຳນິຊຳນານ ຂອງຕົນ ແລ້ວໃຫ້ຄິດເຖີງ ປະເທດຊາດຂອງພວກເຮົາ ຄິດເຖີງກຽດຂອງຊາດ ເຮັດແນວໃດຈະຍາດ ເອົາຫລຽນໃຫ້ຫລາຍ        ເທົ່າທີ່ຈະຫລາຍໄດ້".

ທ່ານກ່າວຕໍ່ໄປວ່າ ນັກກິລາທຸກຄົນ ມີຈີດໃຈເຂັ້ມແຂງ ໃນການແຂ່ງຂັນ ມີນ້ຳໃຈນັກກິລາ ເປັນຢ່າງດີ ເຄົາຣົບກະຕິກາ ມາຣະຍາດ ກົດຣະບຽບ ບໍ່ໃຊ້ຄວາມຮຸນແຮງ ໃນການແຂ່ງຂັນ ແລະກໍ່ເປັນເຈົ້າພາບທີ່ດີ.

ການແຂ່ງຂັນ ໂດຍສ່ວນຮວມແລ້ວ ໃນກິລາປະເພດຕ່າງໆ ທີມລາວຫລີ້ນໄດ້ດີຫລາຍ ຖ້າທຽບໃສ່ທີ່ກິລາລາວ ຍັງມີອາຍຸອ່ອນຢູ່ ມີການກະຕຣຽມ ພຽງແຕ່ສອງ ສາມປີເທົ່ານັ້ນ ທ່ານກ່າວກ່ຽວກັບ ມາຣະຍາດຂອງ ນັກກິລາລາວວ່າ:

"ພ້ອມກັນນັ້ນ ກໍ່ເຄົາຣົບກະຕິກາ ປະເພດຕ່າງໆ ບໍ່ໃຊ້ຄວາມຮຸນແຮງ ເພື່ອເປັນການສ້າງ ອັນບໍ່ດີໃຫ້ແກ່ແຂກ ຖືວ່າເຮົາມີຈີດໃຈກິລາ ມີມາຣະຍາດອັນດີ ຂອງຄົນລາວເຮົາ ໄດ້ຫລືເສັຽແມ່ນເກມກິລາ".

ທ່ານສົມສວາດຍັງໄດ້ ສະແດງຄວາມຄີດເຫັນ ກ່ຽວກັບກິລາວ ໃນອານາຄົດວ່າ ຈະມີການພັທນາຫລາຍຂື້ນ ຫລັງຈາກຊີເກມສ໌ ອາດຈະທຽບເທົ່າ ກັບຣະດັບຂອງ ຂົງເຂດໄດ້ ກະແສຄວາມສົນໃຈ ໃນການຫລີ້ນກິລາ ຈະເກີດຂື້ນກັບເດັກນ້ອຍ ລຸ້ນໃຫມ່ໃນລາວ. ເທົ່າເຖີງປັດຈຸບັນ ລາວຊນະຫລຽນຄຳ 30 ຫລຽນແລ້ວ ສູງກວ່າທີ່ທາງ ການລາວຄາດໃວ້ ກ່ອນການແຂ່ງຂັນ ກິລາຊີເກມສ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.