ທີມເຕະບານລາວຊະນະ ອິນໂດເນເຊັຽ 2ຕໍ່0
2009.12.08
ຂ່າວທ້ອງຖິ່ນຣາຍງານວ່າ ການແຂ່ງຂັນເຕະບານ ຣະຫວ່າງທີມລາວ ແລະ ທີມອິນໂດເນເຊັຽ ໃນສາຍ 'ຂ' ແມ່ນຄຶກຄື້ນແລະຕື່ນເຕັ້ນ ຫລັງຈາກທີມລາວ ໄດ້ສເມີກັບທີມພະມ່າ 1ປະຕູຕໍ່1 ໃນການແຂ່ງຂັນ ຮອບທໍາອິດໃນມື້ວັນເສົາ.
ຂ່າວທ້ອງຖິ່ນຣາຍງານວ່າ ນັກກິລາດາວຮຸ່ງຂອງລາວ ລໍາເນົາ ສິງໂຕ ເປັນຜູ້ພັງປະຕູ ທັງ2ຄັ້ງ ເຮັດໃຫ້ທີມລາວ ຮູ້ສຶກອົບອຸ່ນແລະ ມີຄວາມຫວັງຫລາຍຂຶ້ນ ກ່ອນໜ້າພົບກັບສິງກະໂປ ໃນການແຂ່ງຂັນຄັ້ງ ຕໍ່ໄປ ໃນວັນພະຫັດ.
ໃນການສູ້ກັບ ອິນໂດເນເຊັຽໃນນາທີ22 ໄກສອນ ສຸກຂະວົງ ໄດ້ຍິງປະຕູຈາກ ດ້ານຂ້າງເຮັດໃຫ້ ພັດທະນາ ສີວິໄລ ມີໂອກາດຍິງ ແຕ່ຖືກສະກັດກັ້ນ ຈາກຜູ້ຮັກສາປະຕູ ຝ່າຍອິນໂດເນເຊັຽ Frenky Irawan. ແລະ ການແຂ່ງຂັນກັນຢ່າງດຸເດືອດ ຈາກທັງ2ທີມ ລາວ-ອິນໂດເນເຊັຽ ແຕ່ສເມີກັນ 0ປະຕູຕໍ່0 ໃນຮອບເຄິ່ງທໍາອິດ.
ໃນຮອບເຄິ່ງທີສອງ ຂອງການແຂ່ງຂັນກັນນັ້ນ ລໍາເນົາ ສິງໂຕ ພັງປະຕູໄດ້ຢ່າງງາມ ໂດຍລູກບານແລ່ນ ຜ່ານຂາຂອງ ຜູ້ຮັກສາປະຕູ Frenky ພາຍຫລັງທີ່ຄໍາແພງ ໄຊຍະວຸທິ ສົ່ງໃຫ້ເຂົາ ເຮັດໃຫ້ລາວນໍາໜ້າ ອິນໂດເນເຊັຽ 1ປະຕູຕໍ່ສູນ ໃນນາທີ 66. 9ນາທີຕໍ່ມາ ປາກົດວ່າ ພັດທະນາ ສີວິໄລ ເຕະບານ ເຂົ້າເຂດອັນຕຣາຍ. ຜູ້ຮັກສາປະຕູຂອງ ອິນໂດເນເຊັຽ ຈັບບານໄດ້ ແຕ່ຫາກລຸດມືໄປ ລໍາເນົາ ສິງໂຕ ໂດດຊຸດບານນັ້ນ ເຂົ້າປະຕູໄດ້ ຕື່ມອີກເປັນລູກທີ 2. ຜູ້ຊົມປະມານ 8ພັນຄົນໃນ ສນາມກິລາ ພາກັນຮ້ອງໂຮສນັບສນູນ ເຮັດໃຫ້ທີມເຕະບານລາວ ມີກໍາລັງໃຈເພີ່ມຕື່ມ.
ໃນການແຂ່ງຂັນ ຊີເກັມສ໌ຄັ້ງທີ 23 ຢູ່ຟິລິບປິນ ປີ2005 ອິນໂດເນເຊັຽ ເອົາຊະນະລາວ 4ປະຕູຕໍ່0. Alfred Riedl ຄຣູຝຶກທີມເຕະບານລາວ ເວົ້າວ່າ ນີ້ເປັນເທື່ອທໍາອິດ ທີ່ລາວໄດ້ຝຶກແອບ ທີມກິລາທີ່ຫລີ້ນ ໄດ້ດີຫລາຍ. ແຕ່ເຖິງແນວໃດ ຄູ່ແຂ່ງທີມເຕະບານຊາຍ ລາວຈະໄດ້ພົບ ຕໍ່ໄປ ແມ່ນສິງກະໂປ ຊຶ່ງຖືເປັນຄູ່ແຂ່ງ ທີ່ໜ້າຢ້ານກົວບໍ່ໜ້ອຍ ໃນວັນທີ 10ທັນວານີ້. ສ່ວນ ອິນໂດເນເຊັຽ ຈະພົບກັບພະມ້າ.