ພິທີເປີດກິລາຊີເກມສ໌ ເປັນໄປຢ່າງຄຶກຄື້ນ
2009.12.09

ທາງການລາວ ຈັດພິທີເປີດງານມະຫາກັມ ກິລາຊີເກມສ໌ ຄັ້ງທີ່ 25 ນີ້ຢ່າງໃຫຍ່ ໂຕແລະຄຶກຄື້ນ ເຕັມໄປດ້ວຍການສະແດງ ສິລປະວັທນະທັມ ອັນສວຍງາມ ແລະ ມີສີສັນ ດັ່ງ ທ່ານ ຄຳປະດິດ ເຂັມມະນິດ ຫົວໜ້າຫ້ອງການທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ແຈ້ງໃຫ້ຮູ້ວ່າ:
"ເຂົ້າຮ່ວມພິທີ ມີນັກກິລາ ແລະເຈົ້າໜ້າທີ່ກວ່າ 5,000 ຄົນຈາກ 11 ປະເທດໃນເອເຊັຍ ຕາເວັນອອກສ່ຽງໃຕ້ ແລະປະຊາຊົນລາວ ທີ່ເຂົ້າໄປສນັບສນູນ ເຕັມສນາມກິລາ ແຫ່ງຊາດໃໝ່ 20,000 ກວ່າຄົນ."
ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດສປປລາວ ພ້ອມກັບນາຍົກຣັຖມົນຕຣີໄທ ວຽດນາມ ພະມ້າ ແລະກຳພູຊາ ກໍໃຫ້ກຽດເຂົ້າຮ່ວມເປີດ ພິທີອັນສຳຄັນດັ່ກ່າວ. ພິເສດ ທາງການລາວໄດ້ເຊີນ ຄນະຜູ້ຕາງໜ້າຊາວລາວ ທີ່ອາໃສຢູ່ຕ່າງປະເທດ ເຂົ້າຮ່ວມນຳ ເຊັ່ນມີຜູ້ຕາງໜ້າຊາວລາວ ຈາກປະເທດຝຣັ່ງເສດ ສະຫະຣັຖ ອະເມຣິກາ ອອສເຕຣເລັຍແລະຍີ່ປຸ່ນ.
ງານມະຫາກັມກິລາຊີເກມສ໌ ເທື່ອນີ້ ມີຄວາມໝາຍທີ່ສຳຄັນ ສຳຣັບຣັຖບານ ປະເທດແລະປະຊາຊົນລາວ ເພາະວ່າ ສປປລາວເປັນເຈົ້າພາບ ຄັ້ງທຳອິດນັບແຕ່ເປັນ ຜູ້ໃຫ້ກຳເນີດມາ ແຕ່ປີ 1959 ດັ່ງ ນາຍົກຣັຖມົນຕຣີ ບົວສອນ ບຸຜາວັນ ໄດ້ກ່າວກັບນັກຂ່າວໄທ ກ່ອນໜ້ານີ້ໃນຕອນນຶ່ງວ່າ:
" ອີກຢ່າງນຶ່ງ ທາງການລາວຈັດງານມະຫາກັມ ກິລາຊີເກມສ໌ ປີນີ້ກໍເພື່ອສເລີມສລອງ ປີສະຖາປະນານະຄອນ ຫລວງວຽງຈັນຄົບຮອບ 450 ປີໃນປີໜ້າ."
ສຳຣັບປະເທດໃນເອເຊັຍ ຕາເວັນອອກສ່ຽງໃຕ້ອື່ນໆ ການແຂ່ງຂັນກິລາຊີເກມສ໌ ຢູ່ລາວ ກໍເປັນການແຂ່ງຂັນ ທີ່ສຳຄັນເຊັ່ນກັນ ເພາະເປັນຄັ້ງທີ່ 50 ປີພໍດີ ນັບແຕ່ການແຂ່ງຂັນກິລາ ເອເຊັຍຕາວັນອອກສ່ຽງໃຕ້ ຫລືຊີເກມສ໌ ໄດ້ກຳເນີດມາ.