ລາວຊິງເອົາຫລຽນຄໍາ ຍົກນໍ້າໜັກປະເພດຍິງ

ນັກກິລາຫລຽນຄຳ ຍົກນ້ຳຫນັກຍິງລາວພູມໃຈ ທີ່ໄດ້ໄຊຊນະປັນຄົນທຳອິດ ຂອງປະເທດ ໃນກິລາປະເພດນີ້.
ໂພໄຊສວັດ
2009.12.11
F-Sea-games-fan ກອງເຊັຽລາວພາກັນຮ້ອງໂຮສນັບສນູນນັກກິລາເຕະບານຍິງ ຊຶ່ງກໍາລັງແຂ່ງຂັນກັບທີມຈາກປະເທດໄທຢ່າງດຸເດືອດ.
AFP PHOTO/Bay ISMOYO

ນາງເຄືອຄຳ ລີ ກາຍເປັນຂວັນໃຈຊາວລາວ ຫລັງຈາກທີ່ໄດ້ຮັບໄຊຊນະ ຫລຽນຄຳ ໃນການແຂ່ງຂັນກິລາ ຍົກນ້ຳໜັກປະເພດຍິງ ລູ້ນນ້ຳໜັກ53ກິໂລກຣັມ. ນາງໄດ້ເຂົ້າແຂ່ງຂັນ ໃນກິລາຊີເກມສ໌ ເປັນເທື່ອທຳອິດ ໃນກິລາດັ່ງກ່າວໃນທ່າ Snatch ດ້ວຍນ້ຳໜັກ53ກິໂລກຣັມ ແລະທ່າ clean and jerk ດ້ວຍນ້ຳໜັກ65ກິໂລກັຣມ ຮວມນ້ຳໜັກຍົກໄດ້ 123ກິໂລກຣັມ. ຫລັງຈາກການແຂ່ງຂັນ ນາງເຄືອຄຳ ໃຫ້ສັມພາດວ່າ ນາງມີຄວາມດີໃຈ ແລະພູມໃຈຫລາຍ ນາງເວົ້າວ່າ:

"ນ້ອງຮູ້ດີວ່າປະເທດ ອື່ນຕ້ອງໄດ້ຫລາຍກວ່າເຮົາ ເພາະວ່າຂະເຈົ້າຊ້ອມ ມາໄດ້ຫລາຍປີແລ້ວ ນ້ອງຊ້ອມມາໄດ້ແຕ່ 9ເດືອນປາຍເນ໋າະ ດີໃຈຫລາຍໆ ມີຄວາມພາກພູມໃຈທີ່ສຸດ ທີ່ນ້ອງເປັນຄົນແລກ ໃນໝູ່ນັກກິລາຍົກນ້ຳໜັກທີ່ໄດ້ ຫລຽນຄຳ."

ນາງເວົ້າຕໍ່ໄປອີກວ່າ ມີເວລາຕຣຽມໂຕ ບໍ່ດົນປານໃດ ກໍຕ້ອງໄດ້ມາລົງແຂ່ງຂັນ ກໍຄິດວ່າຈະເຮັດ ໃຫ້ດີທີ່ສຸດ ແລະບໍ່ຄິດວ່າຈະໄດ້ ຫລຽນລາງວັນຫຍັງ ໂດຍສະເພາະຫລຽນຄຳ ເພາະຮູ້ດີວ່າ ນັກກິລາປະເທດອື່ນ ໄດ້ຝຶກຊ້ອມມາດົນນານ ທັງເກັ່ງແລະມີ ປະສົພການຫລາຍກວ່າ.

ແຕ່ໃນເທື່ອນີ້ ເມື່ອໄດ້ໄຊຊນະ ກໍມີຄວາມດີໃຈຫລາຍ ທີ່ໄດ້ນຳເອົາຫລຽນຄຳ ມາໃຫ້ພໍ່ແມ່ພີ່ນ້ອງ ປະຊາຊົນລາວ ທົ່ວປະເທດໄດ້ສຳເຣັດ. ໃນການເຂ່ງຂັນຄັ້ງນີ້ ຫລຽນເງິນທີ2ໄດ້ແກ່ ນັກກິລາຈາກມາເລເຊັຍ ແລະທີ3ຫລຽນທອງແດງ ເປັນຂອງ ນັກກິລາຈາກ ປະເທດພະມ້າ.

ສະຫລຸບຈຳນວນຫລຽນ ໃນງານມະຫະກັມ ກິລາຊີເກມສ໌ ຄັ້ງທີ 25 ປະຈຳວັນທີ11ທັນວາ2009 ລາວໄດ້ທັງໝົດ 18ຫລຽນ ປະກອບດ້ວຍ ຫລຽນຄຳ4ຫລຽນ ຫລຽນເງິນ3ຫລຽນ ແລະ ຫລຽນທອງແດງ11ຫລຽນ ຈາກກິລາ ແຕ໊ຄວນໂດ8ຫລຽນ ກາຣາເຕ້ໂດ6ຫລຽນ ຍົກນ້ຳໜັກ2ຫລຽນ ແລະເປຕັງ2ຫລຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 11, 2009 07:28 AM

Good job.