ລາວ ກຽມເປັນເຈົ້າພາບ ແຂ່ງຂັນ ກິລາ ຊີເກມ ຄັ້ງທີ 25
2009.03.11

ຍັງອີກ 270 ກວ່າມື້ ກິລາ ຊີເກມ ຄັ້ງທີ 25 ກໍຈະເລີ້ມ ຂື້ນແລ້ວ. ເຖິງປັດຈຸບັນນີ້ ເຈົ້າພາບ ສປປລາວ ກໍຍັງມີບັນຫາ ໃນການ ກະກຽມຢູ່ ໂດຍສະເພາະ ແມ່ນການ ປະສານງານ ລະຫວ່າງ ແຕ່ລະກັມມະການ ຕ່າງໆ ທີ່ກ່ຽວຂ້ອງ ກັບກອງເລຂາ ຄະນະຈັດງານ.
ດັ່ງນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ຜູ້ປະຈຳການ ຣັຖບານ ຊຶ່ງເປັນປະທານ ຄະນະກັມມະການ ຈັດງານ ຈຶ່ງມີຄວາມເປັນ ຫ່ວງແລະ ໄດ້ແນະນຳໃຫ້ ກັມມະການ ທຸກຝ່າຍ ໄດ້ເອົາໃຈໃສ່ ຫລາຍຂື້ນ ເພື່ອໃຫ້ວຽກງານ ທີ່ຍັງຄ້າງຄາ ສຳເຣັດໄປ ຕາມຂັ້ນຕອນ.
ງານໃຫຍ່ທີ່ສຳຄັນ ຄືການກໍ່ສ້າງ ສະໜາມກິລາ ແລະ ເສັ້ນທາງ ຄົມມະນາຄົມ ເພາະຍັງມີ ຂີ້ໄງ່ກຸ້ມ, ຂຸມ, ຄອງ ແລະກອງດິນທີ່ ຢັງຢາຍຢູ່ຕາມ ສະຖານທີ່ ກໍ່ສ້າງ ສະໜາມກິລາ ຫໍພັກ ຂອງນັກກິລາ ແລະ ເສັ້ນທາງທີ່ ສຳຄັນຕ່າງໆ ໃນໂຄງການ.
ອີງຕາມ ບົດລາຍງານຂອງ ກະຊວງໂຍທາ ແລະຂົນສົ່ງ ເຫັນວ່າ ການກໍ່ສ້າງ ເສັ້ນທາງອ້ອມ ມະຫາວິທຍາລັຍ ແຫ່ງຊາດ ຊຶ່ງມີໜ້າວຽກ ຫລາຍກວ່າໝູ່ ໄດ້ຮັບຜົນ ສຳເຣັດພຽງແຕ່ 9 ສ່ວນຮ້ອຍ ທໍ່ນັ້ນ. ສວ່ນເສັ້ນທາງ ດົງບັງ ທາງເລກ 10 ໄດ້ສຳເຣັດ 10 ສ່ວນຮ້ອຍ, ເສັ້ນທາງ ນາຄວາຍ ຄຳສະຫວາດ ດົງໂພສີ ໄດ້ສຳເຣັດແຕ່ 8 ສ່ວນຮ້ອຍ, ເສັ້ນທາງ ຄຳສະຫວາດ ສຖານີວິທະຍຸ ໂພນຕ້ອງ ໄດ້ສຳເຣັດ 13 ສ່ວນຮ້ອຍ. ນອກນັ້ນ ກໍມີເສັ້ນທາງ ທີ່ກໍ່ສ້າງ ສຳເຣັດ 50 ຫາ 83 ສ່ວນຮ້ອຍ ແຕ່ຍັງບໍ່ ມີເສັ້ນທາງໃດ ທີ່ແລ້ວເສັດ ຮຽບຮ້ອຍເທື່ອ.
ເຖິງຢ່າງໃດ ກໍຕາມ ຄະນະກັມມະການ ກໍ່ສ້າງ ແລະ ສ້ອມແປງ ສະໜາມກິລາ ຢັ້ງຢືນວ່າ ຈະກໍ່ສ້າງສະໜາມ ກິລາ ໃຫ້ແລ້ວກ່ອນ 3 ເດືອນ ເພາະດຽວນີ້ໄດ້ ສຳເຣັດ ແລ້ວ 85 ສ່ວນຮ້ອຍ ແລະ ເສັ້ນທາງທີ່ ພວກຕົນ ຮັບຜິດຊອບ ໄດ້ສຳເຣັດແລ້ວ 40 ສ່ວນຮ້ອຍ ແລະຄາດວ່າຈະ ໃຫ້ແລ້ວທັນ ເດືອນ ຕຸລາ ປີນີ້. ນອກຈາກນີ້ ມວນຊົນ ກໍຍັງເປັນຫ່ວງ ຕໍ່ການໃຊ້ ໄຟຟ້າ ແລະ ນ້ຳປະປາ ຊຶ່ງອາຈກະທົບ ກະເທືອນ ໃນຍາມ ມີການແຂ່ງຂັນ ກິລາ ແຕ່ທາງການກໍ ມີວິທີແກ້ ໄຂໄວ້ແລ້ວ ໂດຍການ ຈະຕັດໄຟ ທີ່ບໍ່ຈຳເປັນ ອອກເພື່ອຫລີກເວັ້ນ ກໍຣະນີ ໄຟຟ້າບໍ່ພໍ.