ທີມຊາຕລາວ Rugby ປະເພດຍີງ

ທີມ Rugby ປະເພດຍີງ ທີມຊາຕລາວ ເຂົ້າແຂ່ງຂັນ ຢູ່ພັທຍາໂດຽ ກາຣເປັນເຈົ້າພາບ ຂອງສະຫະພັນ ຣັຄບີ໋ໄທຽ ໃນທ້າຍເດືອນ ພຶສພາ ນີ້.
ຫວາດ ສີມູນ
2009.05.29

ທີມຊາຕຂອງ ກິລາ “ຣັຄບີ໋” ປະເພດຍີງຂອງ ສປປລາວ ອອກເດີນທາງ ໄປແຂ່ງກັບທີມ ຈາກພາຄພື້ນ ເອເຊັຽທີ່ທາງ ສະຫະພັນ ຣັຄບີ໋ໄທຽ ຮັບເປັນເຈົ້າພາບ ຈັດຂື້ນຢູ່ ພັທຍາ ແຂວງຊົລບູຣີ ໃນທ້າຍ ສັປດານີ້ ຊື່ງນັກ ກິລາລາວ ກໍໝັ້ນໃຈແລະ ມີຄວາມຕຣຽມພ້ອມ ເປັນຢ່າງດີ ໂດຽສະເພາະທີ່ ເອົາຊະນະທີມ ຊາຕຂອງ ກັມພູຊາ ຄາວມີກາຣ ແຂ່ງຂັນຢູ່ ກຸງພະນົມເປັນ ໃນມື້ວັນທີ່ 23ພືສພາ ນີ້ນັ້ນ.

ໃນຣະຫວ່າງກາຣ ເດີນທາງໄປ ແຂ່ງຂັນກັບ ທີມຊາຕຈາກ 10ກວ່າປະເທສ ເຂຕເອເຊັຽຄັ້ງນີ້ ທ່ານ Jacob Cawthorne ຜູ້ກຳກັບນຳ ທີມຝ່າຍລາວ ໄດ້ກ່າວວ່າ:

Currently we’re on ourway to Pattaya… ທ່ານວ່າ: “ໃນຂະນະນີ້ ກຳລັງອອກເດີນ ທາງໄປຍັງ ພັທຍາເພື່ອ ເຂົ້າແຂ່ງກັບທີມ ອື່ນໆ 14ທີມທັງໝົດ ດ້ວຍກັນແລະໃນ 10ທີມທຳອິດ ຈະໄດ້ແບ່ງອອກ ເປັນ2ໝວດ ຄືໝວດຫລືກຸ່ມ AແລະB ເພື່ອຄັດເລືອກເອົາ ທີມທີ່ໄດ້ ຄະແນນສູງ ເຂົ້າຮອບຕໍ່ໄປ ແລະພາຄສ່ວນ ຂອງທີມລາວນັ້ນ ຖືກຈັດເຂົ້າ ໃນໝວດ Cຮ່ວມກັບທີມ ຈາກກັມພູຊາ ອິນເດັຽ ແລະມາເລເຊັຽ ແລະທ່ານກໍມີ ຄວາມໝັ້ນໃຈນຳ ທີມຂອງລາວທີ່ ຈະເອົາຊະນະ ໄດ້ແລະ ນຳເອົາຖ້ວຍ ຣາງວັນໄປຍັງ ນະຄອນ ຫລວງວຽງຈັນ”

ຢ່າງໃດກໍຕາມ ທາງທີມຊາຕຂອງ ແມ່ຍີງລາວ ມີກຳໜົດ ລົງເດີ່ນສູ້ກັບ ທີມຊາຕຈາກ ອິນເດັຽເປັນ ເທື່ອທຳອິດ ໃນເວລາ ປະມານ 10:30ໂມງ ຂອງມື້ ວັນເສົາທີ່ 30 ພືສພາ ນີ້ ກ່ອນທີ່ຈະພົບ ກັບທີມຈາກ ມາເລເຊັຽ ແລະກັມພູຊາ ຕື່ມອີກ ໃນຕອນບ່າຍ ຂອງມື້ດຽວກັນ.

ສະເພາະຄວາມ ຕຣຽມພ້ອມນັ້ນ ນາງວາໄລຣັກ ສົງຄາມ ຫລື “ນຸ໊ຍ” ຊື່ງເປັນຫົວໜ້າ ຫລື Captain ທີມ ກໍໃຫ້ ຄຳເຫັນວ່າ:

“ກາຣແຂ່ງຂັນ ເທື່ອນີ້ ກໍຄິດວ່າ ພວກເຮົາມີ ຄວາມໝັ້ນໃຈເກືອບ 100%ເນາະ ເພາະວ່າເຮົາ ຈະເຈີກັບທີມ ທີ່ບໍ່ເຄີຽ ເຈີມາ(ກ່ອນ) ຄືອິນເດັຽ ຈັ່ງຊີ໋ເນາະ ເຮົາບໍ່ເຄີຽເຈີ ມາກ່ອນແລະ ມັນເປັນເກມທີ່ ຕື່ນເຕັ້ນຫລາຍ ແລະມັນເປັນເກມ ທີ່ພວກເຮົາຄິດ ວ່າສຳຄັນ ຫລາຍທີ່ສຸດ ສຳຫລັບທີມ!”

ນາງໄດ້ກ່າວເນັ້ນ ເພີ່ມວ່າ ເຖີງຈະບໍ່ເຄີຽ ໄດ້ເຂົ້າແຂ່ງ ກັບທີມອິນເດັຽ ມາກ່ອນເທື່ອ ກໍຕາມ ແຕ່ກໍມີຄວາມ ເຊື່ອນຳຄວາມ ສາມາດຂອງທາງ ຄະນະທີມ ດ້ວຍກັນທີ່ຈະ ຕ້ອງຫລີ້ນໃຫ້ໄດ້ ດີທີ່ສຸດ ເພື່ອເອົາຊະນະ ໃຫ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.