ທິມລາວ ເຂົ້າແຂ່ງຂັນ ເຕະບານ AFF Suzuki Cup

ທີມເຕະບານລາວ ຕັ້ງໃຈວ່າ ຈະຜ່ານເຂົ້າຮອບຕໍ່ໄປ ໃຫ້ໄດ້ ໃນການແຂ່ງຂັນ ກິລາເຕະບານ ສະຫະພັນອາຊຽນ 2008.
ໂພໄຊສວັດ ຣາຍງານ
2008.12.04
FT-Sport Soccer Players ທິມເຕະບານລາວ ພວມຝຶກຊ້ອມ ກ່ອນການລົງແຂ່ງຂັນ ກິລາ ຊີເກມ ຄັ້ງທີ 24 ທີ່ປະເທດໄທ
RFA

ການ​ແຂ່ງຂັນ ​ເຕະບານ ສະຫະພັນ ອາ​ຊຽນ ຊິງ​ລາງວັນ AFF SUZUKI CUP ປະ​ຈໍາປີ 2008 ຂອງ ສາຍ-ຂ ຊຶ່ງ​ມີ ລາວ ​ໄທ ວຽດນາມ ​ແລະ ມາ​ເລ​ເຊັຍ ກໍ​ຈະໄດ້​ຖືກ ຈັດ​ຂື້ນ​ຢູ່ ​ແຂວງ ພູ​ເກັດ ປະ​ເທດ​ໄທ ຫລັງ​ຈາກ ສະຖານະ​ການ ​ປັ່ນ​ປ່ວນ ​ທາງ​ການ​ເມືອງ​ໄທ ຈົນ​ບໍ່​ສາມາດ ທໍາ​ການ​ແຂ່ງຂັນ ຢູ່ ບາງກອກ​ໄດ້.

​ເຖິງ​ຢ່າງ​ໃດ​ກໍ​ດີ ກ່ຽວ​ກັບ​ ການ​ແຂ່ງຂັນ ​ໃນ​ຄັ້ງ​ນີ້ ທ່ານ ​ໄຊຊະນະ ສະຫວັດດີ ຫົວໜ້າ​ຄະນະ ຄຣູຝຶກ ປະ​ຈໍາ​ທີ​ມ ​ເຕະບານລາວ ​ໄດ້​ເປີດ​ເຜີຍ ​ເຖິງ​ເປົ້າ​ໝາຍ ຊຶ່ງ​ທີ​ມ​ເຕະບານ​ລາວ ​ຊຸດ​ນີ້ ຈະ​ຕ້ອງ​ເຮັດ​ໃຫ້ ​ດີ​ທີ່​ສຸດ ​ໃນ​ການ​ແຂ່ງຂັນ ​ດັ່ງທ່ານກ່າວ ​ວ່າ:

“ພວກ​ເຮົາ ​ຈະພະຍາຍາມ ​ເຂົ້າ​ຮ່ວມ ​ການ​ແຂ່ງຂັນ​ນີ້ ​ໃຫ້​ມັນ​ດີ​ທີ່​ສຸດ ລົງ​ກັບ ​ຄະນະ​ໃດ ​ກໍ​ຢາກ​ຈະ​ໄດ້ ​ໄຊຊະນະ ທຸກ​ຄັ້ງ​ ນັ້ນ​ແຫ໋ລະ ​ເພື່ອ​ເຂົ້າ​ຮອບ​ສອງ ນັກ​ກິລາ​ເຮົາ ​ໜຸ່ມ​ນ້ອຍ ​ກໍ​ຢ່າ ​ແຕ່​ວ່າ ​ພວກ​ຄຣູຝຶກ​ເຮົາ ກໍ​ຈະ​ໄດ້​ແນະ​ນໍາ ບອກ ​ເຂົາ​ເຈົ້າ ​ຈະ​ໄດ້​ມີ​ຄວາມ​ເຊື່ອ​ໝັ້ນ ​ໃນ​ໂຕ​ເອງ.”

ທ່ານ ​ເວົ້າ​ຕໍ່​ໄປ​ວ່າ ທີ​ມ​ເຕະບານ​ລາວ ​ຊຸດ​ນີ້ ສ່ວນ​ໃຫຍ່ ​ເປັນ​ວັຍ​ໜຸ່ມ ທີ່​ມີ​ພອນ​ສວັນ ອາຍຸ​ແຕ່ 17 ຫາ 25 ປີ ​ແລະ ສ່ວນ​ຫລາຍ ​ເປັນ​ນັກ​ກິລາ ກຽມ​ເຂົ້າ​ສູ່ ຊີ​ເກ​ມ ປີ 2009 ຂອງ​ລາວ ​ແລະ ຈາກ​ການ ​ເກັບ​ໂຕ ​ແລະ ຝຶກ​ແອບ ຢ່າງ​ເປັນ​ລະບຽບ ​ເປັນ​ເວລາ 1 ​ເດືອນ​ຢູ່ ປະ​ເທດ ​ວຽດນາມ ​ເຮັດ​ໃຫ້ ພວກ​ຂະ​ເຈົ້າ ມີ​ຄວາມ​ພ້ອມ ​ແລະ ໝັ້ນ​ໃຈ ທີ່​ຈະ​ພະຍາຍາມ ​ເຂົ້າ​ຮອບ​ໃຫ້​ໄດ້ ​ແມ່ນ​ວ່າ ສາຍ​-ຂ ຈະ​ມີ​ທັງ​ທີ​ມ ​ເຈົ້າ​ບ້ານ​ໄທ ວຽດນາມ ​ແລະ ມາ​ເລ​ເຊັຍ.

ພ້ອມ​ກັນ​ນີ້ ທ່ານ ​ໄຊຊະນະ ກໍ​ເວົ້າ​ຮຽກຮ້ອງ ​ໃຫ້ພີ່ນ້ອງ ຊາວ​ລາວ ສົ່ງ​ແຮງ​ໃຈ ມາ​ສນັບ​ສນູນ ທີ​ມ​ ເຕະບານ​ ຊຸດ​ນີ້ ​ອີກ​ວ່າ:

“ສະ​ນັ້ນ ​ຂໍ​ຮຽກຮ້ອງ ​ໃຫ້ບັນດາ ​ປະຊາຊົນ​ລາວ ​ທັງ​ໝົດ ຊ່ອຍ​ຕິດຕາມ ​ແລະ ເປັນ​ກໍາ​ລັງ​ໃຈ ​ໃຫ້​ແກ່ ທີ​ມຊາດ​ລາວ​ຊຸດ​ນີ້ ຫວັງ​ວ່າ ຄົງ​ຈະ​ບໍ່​ເຮັດ​ໃຫ້ ​ຜິດ​ຫວັງ ​ແລະ ນໍາ​ໄຊຊະນະ ​ໄປ​ໃຫ້ ​ປະຊາຊົນ​ລາວ ຂອງ​ພວກ​ເຮົາ.”

ລາຍການແຂ່ງຂັນ AFF SUZUKI CUP 2008 ຂອງສາຍ-ຂ ທີ່ຈັດຂື້ນຢູ່ ພູເກັດ ນີ້ ລາວ ຈະພົບກັບ ມາເລເຊັຍ ໃນ ວັນທີ 6 ທັນວາ ພົບກັບ ໄທ ໃນ ວັນທີ 8 ທັນວາ  ແລະ ພົບກັບວຽດນາມ ໃນ ວັນທີ 10 ທັນວາ ຫລັງຈາກນັ້ນ ສອງປະເທດ ທີ່ໄດ້ເຂົ້າຮອບ ຈະພົບກັບ ສອງປະເທດ ຈາກ ສາຍ ກ ຊຶ່ງທໍາການ ແຂ່ງຂັນ ຢູ່ ປະເທດ ອິນໂດເນເຊັຍ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.