ສປປລາວ ພ້ອມທີ່ຈະເປີດພິທີ ກິລາຊີເກມສ໌

ສປປລາວ ພ້ອມແລ້ວ ທີ່ຈະເປີດ ການແຂ່ງຂັນກິລາຊີເກມສ໌ ຢ່າງເປັນທາງການ ໃນມື້ອື່ນວັນທີ 9 ທັນວາ 2009.
ສິດນີ
2009.12.08

ງານມະຫາກັມ ກິລາຊີເກມສ໌ ຄັ້ງທີ 25 ປີ 2009 ທີ່ລາວເປັນເຈົ້າພາບ ພ້ອມແລ້ວ ທີ່ຈະເປີດພິທີການແຂ່ງຂັນ ຢ່າງເປັນທາງການ ໃນມື້ອື່ນວັນທີ 9 ທັນວາ. ທຸກພາກສ່ວນກໍ່ຕຽມພ້ອມ ໃນພິທີເປີດຢ່າງເປັນທາງການ ທີ່ຈະມີນັກກິລາ ຈາກ 11 ປະເທດອາຊຽນເຂົ້າຮ່ວມ ດັ່ງທ່ານ ຄຣີນຄອນ ປະທຸມຣັດ ເຈົ້າຫນ້າທີ່ກ່ຽວຂ້ອງ ຈາກຄນະກັມມະການ ກິລາຊິເກມສ໌ກ່າວວ່າ:

"ພ້ອມ 100%-100% ກວ່າ ມີກີຈກັມ ເຊີນທຸງແລະມີກີຈກັມ ສລອງວັນ 50 ປີ ຂອງຄນະກັມມະການຊີເກມສ໌ ກໍ່ມີການເຊີນທຸງຂື້ນ."

ທ່ານກ່າວຕໍ່ໄປວ່າ ກີຈກັມໃນພິທີເປີດ ໃນເວລານີ້ກໍ່ມີ ການຊ້ອມກັນເປັນຄັ້ງສຸດທ້າຍ ກ່ອນຈະຮອດເວລາ ສະແດງຢ່າງຈີງຈັງ ໃນມື້ອື່ນ ແລະກໍ່ມີການທົບທວນ ບັນຫາທີ່ຍັງກັງວົນໃຈ ໃນການສະແດງທີ່ຈະ ແກ້ໃຂໃຫ້ຖືກຕ້ອງ.

ສ່ວນແຂກຜູ້ມີກຽດ ທີ່ຈະມາຮ່ວມໃນງານນັ້ນ ກໍ່ມີຜູ້ຕາງໜ້າ ຣະດັບສູງ ຈາກຫລາຍປະເທດສະມາຊີກ ເຂົ້າຮ່ວມ ທ່ານກ່າວເພີ້ມອີກວ່າ:

"ຕົວແທນຂອງບັນດາ 10 ປະເທດອາຊຽນ ແລະກໍ່ມີ ຕີມໍ ເລສເຕ ຈາກນັ້ນກໍ່ມີ ເຈົ້າຫນ້າທີ່ຂັ້ນສູງ ຣະດັບຣັຖມົນຕຣີ ຣັຖມົນຕຣີກິລາ ມາຮ່ວມດ້ວຍ ກໍ່ມີຂັ້ນຣັຖມັນຕຣີ ກໍ່ມີຂັ້ນປະທານຂອງ OFC ກໍ່ມີ".

ແຂກຜູ້ທີ່ມີກຽດຣະດັບປະເທດ ທີ່ຈະມາຮ່ວມໃນພິທີ ກໍ່ຈະມີ ກະສັດແລະເຈົ້າຟ້າຊາຍ ຈາກ ບຣຸນາຍ ນາຍົກຣັຖມົນຕຣີ ຈາກ ກຳພູຊາ ໄທ ພະມ້າ ແລະວຽດນາມ ຮ່ວມດ້ວຍເຈົ້າຫນ້າທີ່ຣະດັບສູງ ຈາກຫລາຍປະເທດອາຊຽນ ກໍ່ຈະມາຮ່ວມ ໃນລາຍການນຳອີກ ອີງຕາມບົດລາຍງານຈາກ Brunei times ແລະຫນັງສືພີມ ຊີນຫົວຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.