ສະຫະພັນມວຍສາກົລ ພາກພູມໃຈນຳຜົລງານ

ສະຫະພັນມວຍສາກົລ ພາກພູມໃຈນຳຜົລງານ ຂອງນັກກິລາມວຍ ແມ່ຍິງລາວ ແລະກຳລັງເອົາໃຈຊ່ວຍ ໃຫ້ກາຣສນັບສນູນ ປະເພທຊາຍ 2 ຣຸ້ນໃນມື້ ວັນພຣະຫັດນີ້.
ຫວາດ ສີມູນ
2009.12.17
F-SG-boxing ມວຍສາກົລແມ່ຍິງລາວ ທີ່ສາມາດຜ່ານເຂົ້າຮອບຊິງ ຫລຽນຄຳ ໃນຣຸ້ນນ້ຳໜັກ 48 ກິໂລກຼາມຄັ້ງນີ້ ຄືນາງມີວະດີ ຫົງຟ້າ ນັກກິລາມວຍຫລຽນຄຳ ຈາກກິລາແຫ່ງຊາຕປີ 2008 ແຕ່ເສັຽຄະແນນ 4 ຕໍ່ 15 ໃຫ້ແກ່ນາງ Alice Apparri ຈາກຟີລິປປິນສ໌
Photo: RFA

ສະຫະພັນມວຍສາກົລ ສມັກຫລິ້ນ ພາກພູມໃຈນຳຜົລງານ ຂອງນັກກິລາມວຍສາກົລ ແມ່ຍິງລາວ ທີ່ສາມາດຄວ້າຫລຽນເງິນໄດ້ 1 ຫລຽນ ແລະຫລຽນທອງແດງ 3 ຫລຽນ ໃນກາຣແຂ່ງຂັນ ໃນມື້ວັນພຸດທີ່ 16 ທັນວານີ້ ແລະໃນຂນະດຽວກັນ ກໍສນັບສນູນ ໃຫ້ກຳລັງໃຈ ແກ່ນັກກິລາມວຍ ປະເພທຊາຍຂອງທີມລາວ ທີ່ມີກຳໜົດແຂ່ງໃນມື້ວັນທີ່ 17 ທັນວານີ້ອີກ 2 ຣຸ້ນໃນຈຳນວນ 4 ຣຸ້ນທັງໝົດ, ດັ່ງທ່ານສີສຸພັນ ແສງສວັນ ຮອງປະທານສະຫະພັນ ມວຍສາກົລສມັກຫລິ້ນວ່າ:

“ໃຊ້ໄດ້ດີໃນຣະດັບ ໜ້າພໍໃຈ ເພາະວ່ານັກມວຍຜູ້ຍິງເຮົາ ປະເທສລາວກໍເຣີ່ມຝຶກມາ ບໍ່ໄດ້ຫລາຍປີ ຜ່ານເຂົ້າມາເຖິງຮອບຊິງ ໃນຣຸ້ນໜຶ່ງ ເຖິງວ່າຈະເສັຽ ໃຫ້ຟີລິປປິນສ໌ ກໍຖືວ່າສູ້ສຸດໆແລ້ວ”.

ສຳຫລັບມວຍສາກົລ ແມ່ຍິງລາວ ທີ່ສາມາດຜ່ານເຂົ້າຮອບຊິງ ຫລຽນຄຳ ໃນຣຸ້ນນ້ຳໜັກ 48 ກິໂລກຼາມຄັ້ງນີ້ ຄືນາງມີວະດີ ຫົງຟ້າ ນັກກິລາມວຍຫລຽນຄຳ ຈາກກິລາແຫ່ງຊາຕປີ 2008 ແຕ່ເສັຽຄະແນນ 4 ຕໍ່ 15 ໃຫ້ແກ່ນາງ Alice Apparri ຈາກຟີລິປປິນສ໌ ເຈົ້າຂອງຫລຽນເງິນ ຈາກຊີເກມສ໌ຄັ້ງ ທີ່ 24 ທີ່ໂຄຣາຊ.

ນອກນັ້ນ ນັກມວຍແມ່ຍິງລາວ ຍັງໄດ້ຫລຽນທອງແດງອີກ 3 ຫລຽນ ຈາກຣຸ້ນນ້ຳໜັກ 46, 51 ແລະ 54 ກິໂລກຼາມ. ສຳຫລັບກາຣແຂ່ງຂັນ ປະເພທຊາຍ ທາງສະຫະພັນກໍຫວັງ ຈະໃຫ້ໄດ້ຫລຽນຄຳໃນ 2 ຣຸ້ນດ້ວຍກັນ ດັ່ງທ່ານສີສຸພັນ ໄດ້ກ່າວເພີ່ມວ່າ:

“ພວກປະເພທຊາຍ ຕັ້ງເປົ້າໄວ້ 1 ຫລຽນ ຖ້າໂຊຄດີດີກໍ (ຈະ) ໄດ້ 2 ຫລຽນ ກໍຕັ້ງເປົ້າໄວ້ຣຸ້ນ 64 ກິໂລກຼາມ ກັບ 45 ກິໂລກຼາມ ເຂົ້າຊິງ 4 ຣຸ້ນ”.

ທ່ານສີສຸພັນ ໄດ້ກ່າວຢ້ຳວ່າ ສຳຫລັບມວຍສາກົລ 2 ຣຸ້ນທີ່ນັກກິລາລາວ ຜ່ານເຂົ້າຊິງໃນມື້ວັນ ພຣະຫັດນີ້ນັ້ນ ແມ່ນຣຸ້ນນ້ຳໜັກ 51 ແລະ 69 ກິໂລກຼາມ ຢູ່ສນາມກິລາ ທີ່ດົງໂດກແຕ່ບ່າຍ 2:00 ໂມງເປັນຕົ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 18, 2009 05:01 AM

ຂໍສັນລະເສີນນ້ຳໃຈນັກກິລາລາວ

ຈົ່ງມີກຳລັງໃຈຝຶກຊ້ອມຕໍ່ໄເລື້ອໆ