ທີມລາວໄດ້ຫລຽນຄຳ
2009.12.09
ຜົລການແຂ່ງຂັນ ໃນວັນທີ 9 ທັນວາ ທີມລາວໄດ້ຫລຽນຄຳນື່ງຫລຽນ ໃນກິລາແຕ໊ຄວນໂດ ຊາຍແລະ2ຫລຽນເງີນ ຈາກກິລາແຕ໊ຄວນໂດ ຍີງແລະຊາຍ. ສຳລັບການແຂ່ງຂັນ ໃນມື້ວັນທີ 9 ນີ້ ມີຫລຽນຄຳ 7 ຫລຽນ ທີ່ທີມລາວ ຈະພຍາຍາມຊິງ ເອົາໃຫ້ໄດ້ຕື່ມອີກ.
ນັກກິລາແຕ໊ຄວນໂດລາວ ຜູ້ທີ່ໄດ້ຫລຽນຄຳນັ້ນ ແມ່ນທ້າວ ສຸກທະວີ ປັນຍາສິດເປັນ ນັກຮຽນຊັ້ນມັທຍົມປາຍ ຈາກແຂວງຄຳມ່ວນ ໄດ້ຫລຽນຄຳປະເພດ ແຕ໊ຄວນໂດ ຊາຍດ່ຽວແລະຫລຽນເງີນ ປະເພດຊາຍຄູ່, ນອກຈາກນັ້ນ ກໍ່ມີຫລຽນເງີນອີກ ນື່ງຫລຽນຈາກກິລາ ແຕ໊ຄວນໂດ ປະເພດຍີງດຽວ ຄືນາງ ກິດດາວອນ ພິລາວົງ. ທີມກິລາແຕ໊ຄວນໂດຄູ່ ມີຜູ້ຫລີ້ນນຳກັນ 3 ຄົນ ມາຈາກແຂວງຄຳມ່ວນ ທັງຫມົດ ທຸກຄົນໄດ້ຫລຽນເງີນ ຄົນລະຫລຽນ ແຕ່ນັບເປັນຫລຽນດຽວ ເພາະເປັນກິລາ ປະເພດດຽວ ທີ່ຫລີ້ນຮ່ວມກັນ.
ທ່ານ ວອນປະດີດ ດາຣານຸວົງ ເລຂາທີການສະຫະພັນ ກິລາແຕ໊ຄວນໂດ ແຫ່ງຊາດລາວ ໃຫ້ຄວາມເຫັນວ່ານັກກິລາລາວ ມີຄວາມພ້ອມ 100% ໃນການແຂ່ງຂັນເທື່ອນີ້ ດັ່ງທ່ານກ່າວໃນຕອນນື່ງວ່າ:
"ສະພາບຂອງນັກກິລາ ປັດຈຸບັນມີຄວາມພ້ອມສູງ 100% ດ້ານກຳລັງແຮງສັ່ງລວມ ທາງດ້ານເທກນີກ ທາງດ້ານພິກໃຫວ ໃນການເຂົ້າຮ່ວມ ການແຂ່ງຂັນ ເຮັດຢ່າງໃດໃຫ້ສູ້ຊົນ ຢາກໃຫ້ໄດ້ຫລຽນຫລາຍ ໃຫ້ຝາກຫລຽນມາ ຝາກ ພີ່ນ້ອງປະຊາຊົນລາວ."
ຈຳພວກກິລາ ທີ່ທີມລາວຕັ້ງຄວາມຫວັງ ທີ່ຈະໄດ້ຫລຽນ ໃນກິລາຊີເກມສ໌ ເທື່ອນີ້ກໍ່ແມ່ນ ແຕ໊ຄວນໂດ ເປຕອງ ເຕະກະຕໍ້ ຍົກນ້ຳຫນັກ ແລ່ນມາລາທອນແລະຕີມວຍ ທີ່ຈະມີການແຂ່ງຂັນ ເລີ້ມແຕ່ວັນທີ 11 ທັນວາ ເປັນຕົ້ນໄປ.