ຍິງມົ້ງລາວສອງຄົນ ທີ່ໄດ້ຮັບຫລຽນລາງວັນ

ນັກກິລາຍົກນ້ຳໜັກ ຍິງມົ້ງລາວ 2 ຄົນ ທີ່ໄດ້ຮັບຫລຽນລາງວັນ ໃນການແຂ່ງຂັນກິລາຊີເກມສ໌ ມີຄວາມພາກພູມໃຈ ແລະດີອົກດີໃຈ.
ຈໍາປາທອງ
2009.12.17

ນັກກິລາຍົກນ້ຳໜັກ ຍິງມົ້ງລາວ 2 ຄົນ ທີ່ໄດ້ຮັບຫລຽນລາງວັນ ໃນການແຂ່ງຂັນກິ ລາຊີເກມສ໌ ຄັ້ງທີ 25 ມີຄວາມ ດີອົກດີໃຈ. ນັກກິລາຍິງ 2 ຄົນ ທີ່ໄດ້ຮັບຫລຽນລາງວັນນັ້ນ ມີຄວາມພາກພູມໃຈ ທີ່ເອົາຊນະຄູ່ແຂ່ງໄດ້ ໃນການແຂ່ງຂັນກິລາຄັ້ງນີ້ ເພາະບໍ່ໄດ້ຄິດໄວ້ກ່ອນວ່າ ພວກຕົນຈະເຮັດໄດ້. ນາງ ມາຍລໍ ລໍຕົງເດີ ນັກກິລາຍົກນ້ຳໜັກ ຊາວມົ້ງລາວ ຜູ້ທີ່ໄດ້ຮັບຫລຽນ ກ່າວເຖິງຄວາມຮູ້ສຶກຂອງຕົນວ່າ:

"ຂ້າພະເຈົ້າຮູ້ສຶກ ດີໃຈຫລາຍທີ່ສຸດ ທີ່ເຫັນວ່າປີນີ້ ມີນັກກິລາຊາວມົ້ງເຮົາ ໄດ້ຫລຽນຄຳ ແລະ ຫລຽນເງິນ ຖືວ່າເປັນຜົນສຳເຣັດ ຄັ້ງຍິ່ງໃຫຍ່ ທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດການ. ຂ້າພະເຈົ້າຈະຂໍເປັນ ຕົວຢ່າງທີ່ດີໃຫ້ ແກ່ຊົນຊາວລາວ ຊົນເຜົ່າຂອງຂ້າພະເຈົ້າ. ຂໍໃຫ້ພວກເຮົາໄດ້ຮັບ ໄຊຊນະເຊັ່ນນີ້ໄປເລື້ອຍໆ".

ນາງ ມາຍລໍ ລໍຕົງເດີ ຜູ້ຊນະໃນການແຂ່ງຂັນ ລຸ້ນນ້ຳໜັກ 58 ກິໂລ ວ່າທີ່ຜ່ານມາ ລາວບໍ່ເຄີຍໄດ້ ທຳການແຂ່ງຂັນມາກ່ອນ ແລະໄດ້ ຝຶກຊ້ອມພຽງ ລະຍະສັ້ນໆ ແລະນາງ ເຄືອຄຳ ລີ ກໍເປັນນັກກິລາ ຍົກນ້ຳໜັກຍິງ ຊາວມົ້ງລາວ ອາຍຸ 16 ປີ ຜູ້ຊນະໄດ້ຫລຽນຄຳ ຫລຽນທີ 2 ໃນການແຂ່ງຂັນ ລຸ້ນນ້ຳໜັກ 53 ກິໂລ ນາງຍົກໄດ້ທັງໝົດ 123 ກິໂລ ໃນປະເພດທີ່ເອີ້ນກັນວ່າ Clean and jerk ໂດຍຍົກໄດ້ໃນຂັ້ນຕົ້ນ 51.17 ກິໂລ ຕໍ່ມາໄດ້ 58 ກິໂລ ແລະຍົກສຸດທ້າຍໄດ້ 65 ກິໂລ. ພາຍຫລັງການແຂ່ງຂັນ ນາງເວົ້າວ່ານາງບໍ່ເຊື່ອ ເລີຍວ່າ ນາງຈະສຳເລັດເຖິງຂັ້ນນີ້ ສະນັ້ນມື້ນີ້ຈຶ່ງ ເປັນມື້ທີ່ສວຍງານ ທີ່ສຸດມື້ນຶ່ງ ໃນຊີວິດຂອງນາງ ແລະຫວັງວ່າ ຈະເປັນຕົວຢ່າງທີ່ດີໃຫ້ ແກ່ຊາວໜຸ່ມລາວຄົນອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 17, 2009 08:29 PM

CONGRETUATION, KEEP GOING ON.