ໄທ ປະທະ ວຽດນາມ ຮອບແລກກິລາເຕະບານ
2009.12.02
ປະຊາຊົນລາວ ມີຄວາມຕື່ນເຕັ້ນ ທີ່ຈະໄດ້ເບີ່ງການ ແຂ່ງຂັນກິລາເຕະບານ ຄັ້ງທຳອິດຂອງກິລາຊີເກມສ໌ ທີ່ລາວເປັນເຈົ້າພາບ ໃນມື້ນີ້ວັນທີສອງ ທັນວາ ທີ່ຈະມີທີມ ຈາກໄທແລະວຽດນາມ ຊື່ງເປັນທີມທີ່ສຸສີກັນ ແລະເຄີຍໄດ້ຫລຽນຄຳ ໃນກິລາເຕະບານຊີເກມສ໌ ປະເພດຊາຍ ທີ່ຈະແຂ່ງຂັນກັນ ເປັນຄັ້ງທຳອີດໃນມື້ນີ້ ກ່ອນຫນ້ານີ້ ກໍ່ແມ່ນທີມຈາກ ມາເລເຊັຽແລະອີສຕີມໍ ແຂ່ງຂັນກັນເປັນ ຄັ້ງທຳອີດເຫມືອນກັນ. ສຳລັບຄວາມແຂງແກ່ນ ຣະຫວ່າງ ທີມໄທກັບທີມວຽດນາມ ປະຊາຊົນຊາວ ວຽງຈັນ ທ່ານນື່ງກ່າວວ່າ:
"ເຣື້ອງນີ້ກໍ່ຕອບຍາກຢູ່ ຄິດວ່າທີມໄທກໍ່ເຕະດີ ທີມວຽດນາມກໍ່ເຕະດີ ສະນັ້ນຄາດຜົລບໍ່ໄດ້ ກໍ່ຄິດວ່າມີ ໂອກາດທັງຄູ່ ເພາະວ່າການແຂ່ງຂັນ ເທື່ອນີ້ ກໍແມ່ນສຸດສີມື ແຕ່ວຽດນາມກັບໄທ ເປັນຄູ່ທີ່ສູສີກັນ".
ທ່ານກ່າວຕໍ່ໄປວ່າ ໃນນາມລາວເປັນເຈົ້າພາບ ກິລາຊີເກມສ໌ ປະຊາຊົນລາວ ກໍ່ຢາກເຊັຽໃຫ້ທັງສອງທີມ ໃຫ້ຜ່ານພົ້ນເຂົ້າ ຮອບສອງໄປໂດຍດີ ແລະພ້ອມດຽວກັນ ກໍ່ມີຄວາມຕື່ນເຕັ້ນ ທີ່ລາວໄດ້ເປັນເຈົ້າພາບ ຈັດການແຂ່ງຂັນ ໂດຍພາບຮວມ ການແຂ່ງຂັນໃນມື້ນີ້ ກໍ່ມີຄົນເຂົ້າມາຮ່ວມຊົມ ເປັນຈຳນວນຫລວງຫລາຍ ຈາກໄທ ວຽດນາມ ຮ່ວມດ້ວຍຊາວຕ່າງຊາດ ແລະ ກໍຄົນລາວໃນປະເທດ.
ຜົລຂອງການແຂ່ງຂັນ ເຕະບານ ຮອບຄັດເລືອກໃນ ວັນທີສອງ ທັນວານີ້ ທີມມາເລເຊັຽ ຊນະອີສຕີມໍ 11ປະຕູຕໍ່0 ແລະທີມໄທກັບວຽດນາມ ໃນເວລາອອກຂ່າວນີ້ ກຳລັງ ເລີ້ມແຂ່ງຂັນກັນ ຍັງບໍ່ຮູ້ຜົລຂອງ ການແຂ່ງຂັນເທື່ອ ໃຫ້ທ່ານຄາດເດົາເອົາເອງວ່າ ທີມໃດຈະໄດ້ຮັບໄຊຊະນະ ໃນຮອບຄັດເລືອກນີ້.