ການແຂ່ງຂັນກິລາ ທີ່ ຈໍາປາສັກ

ແຂວງ ຈຳປາສັກ ພ້ອມແລ້ວ ທີ່ຈະເປັນເຈົ້າພາບ ຈັດການແຂ່ງຂັນກິລາ ປະຈຳຊາດ ຄັ້ງທີ 8 ຂື້ນ ໃນເດືອນທັນວາ ດ້ວຍງົປມານ 138 ຕື້ກີບ.
ຊິດນີ ຣາຍງານ
2008.10.31

ໃນຣະຫວ່າງ ​ວັນ​ທີ 8-21 ​ເດືອນ​ທັນວາ ​ແຂວງ​ຈຳປາ​ສັກ ​ໄດ້​ຖືກ​ມອບ​ຫມາຍ​ ໃຫ້​ເປັນ ​ເຈົ້າພາບ ຈັດການ​ແຂ່ງຂັນ​ກີລາ ​ແຫ່ງ​ຊາດ ​ຂື້ນ ​ເປັນຄັ້ງທີ 8 ຊື່​ງ​ໃນ​ເວລາ​ນີ້ ​ວຽກງານ​ການ​ກະ​ກຽມ​ ກໍ່​ສຳເຣັດ ​ໄປ​ແລ້ວ 90% ດັ່ງ​ທ່ານ ວີ​ສົງຄາມ ບານ​ທັມມະ​ວົງ, ຫົວ​ຫນ້າ ຜ​ແນ​ກກິລາ ປະຈຳ​ແຂວງ ຈຳປາ​ສັກ ​ເວົ້າວ່າ:

“ທຸກສີ່​ງ ທຸກ​ຢ່າງ​ກຽມ​ພອ້ມ ສະພາບລວມປະມານ 90% ​ແລ້ວ ທາງຣັຖບານ ມອບ​ໃຫ້​ແຂວງ​​​ໃຊ້ຈ່າຍ ​ຈຳປາ​ສັກ ​ເກ​ມ 138 ຕື້​ກີບ ​​ເບີກບານ ​ມ່ວນ​ຊື່ນ​ ໃຫ້​ລື່ນ​ການ​ແຂ່ງຂັນ ​ກິລາ​ ແຫ່ງ​ຊາດ​ຄັ້ງທີ 7”.

ການ​ກະ​ຕຽມ ກໍ່​ແມ່ນ ​ການ​ປັບປຸງ ​ສນາມ​ກີລາ ​ໃຫ້​ໄດ້​ມາຕຖານ, ສ້າ​ງ​ໂຄງ​ຮ່າງ ​ພື້ນຖານ ​ໃນ​ການ​​ແຂ່ງ​ກີລາ ​ເຊັ່ນ ຖນົນ​ບາງ​ເຂດ​​ ແລະ ​ບ້ານ​ພັກ ​ນັກກີລາ ກໍ່​ຕ້ອງ​ໄດ້​ປັບປຸງ​ ​ຍົກຣະດັບ ຕຣອດຮອດ ການທຳ​ຄວາມ​ສະອາດ ຕາມ​ເຂດ​ຕ່າງໆ ​ເພື່ອຮອງ​ຮັບ ​ນັກ​ກິລາ ຈາກ​ທົ່ວ​ປະ​ເທດ ທີ່ຈະ​ເດີນທາງ ​ມາ​ແຂ່ງຂັນ.

ກິລາ ​ທີ່​ຈະ​ຄັດ​ເລືອກ ​ເຂົ້າມາ​ແຂ່ງຂັນ ​ໃນ​ຈຳ​ປາ​ສັກ​ເກ​ມ ​ເທື່ອນີ້ ກໍ່​ມີ​ຢູ່ 24 ປະ​ເພດ ໃນ​ນັ້ນ ກໍ່​ມີ​ກິລາ​ພື້ນ​ເມືອງ ປະ​ເພດ ​ຕີຫມາກຂ່າງ ຍີ​ງຫນ້າ ​ແລະ ​ປະ​ເພດ​ອື່ນໆ ນອກຈາກ ກີລາ​ສາກົນ​ດັ່ງ​ເຕະບານ ບວນບ້ວງ ​ແລະ ​ອື່ນໆ. ທາງ​ການ​ແຂວງ ​ຄາດ​ວ່າ ຈະ​ມີ ​ນັກ​ກິລາ​ກວ່າ 6 ພັນ​ຄົນ ​ຈາກ 17 ​ແຂວງ 6 ກະຊວງ​ ແລະ 2 ອົງການ ​ເຂົ້າຮ່ວມ ​ການ​ແຂ່ງຂັນ​ເທື່ອນີ້. ກິລາ​ ແຫ່ງ​ຊາດ ​ເປັນ​ກີລາ​ມະຫະ​ກຳ ​ໃນ​ລາວ ​ທີ່​ຈັດ​ຂື້ນ ​ໃນ​ແຕ່ລະ​ປີ ​ແລະ​ ກໍ່​ມີ​ການ​ປ່ຽນ​ກັນ​ເປັນ ​ເຈົ້າພາບ ​ປີ​ນີ້ ​ແມ່ນ​ແຂວງ​ຈຳປາ​ສັກ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.