ສປປລາວ ປາບປາມ ການລັກລອບ ຄ້າຂາຍ ສັຕປ່າ ຍັງບໍ່ໄດ້ເທື່ອ
2008.05.21
ກາຣລັກລອບ ຄ້າສັຕປ່າ ໃນລາວ ຍັງມີຕລອດມາ, ດັ່ງຈະເຫັນໄດ້ ຕາມເຂຕ ຊາຍແດນ ທີ່ມີ ກຸ່ມພໍ່ຄ້າ ຣາຍຍ່ອຍ ໄດ້ລັກລອບ ນຳສັຕປ່າ ຜ່ານໄປ ຍັງວຽດນາມ ຫລື ເຖິງ ເຂຕຊາຍແດນຈີນ, ດັ່ງເຈົ້າໜ້າທີ່ ແຂນງກະສິກັມ ປ່າໄມ້ ແຂວງຄຳມ່ວນ ຜູ້ໜື່ງ ໄດ້ກ່າວເຖິງ ເຣື້ອງນີ້ ວ່າ:
“ໄດ້ຍີນຢູ່ ແຕ່ວ່າ ເຮົາ ບໍ່ໄດ້ ບໍ່ມີ ກາຣຈັບໄດ້ ຈັກເທື່ອ ຂະເຈົ້າ ມັນຊິມີເຫັນ ທາງເມືອງ ນະຄອນພະນົມ ຈັບໄດ້ ສ່ວນຫລາຍ ກໍມີ ແຕ່ຂະເຈົ້າມີ ເອົາຂ້າມໄປ ແຂວງ ບໍຣິຄຳໄຊ ເພາະວ່າ ທາງ ເມືອງບໍຣິຄຳໄຊ ຈະມີ ອະນຸຍາຕ ຜ່ານ!”
ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງ ເພີ່ມວ່າ: ສັຕປ່າ ທີ່ຖືກລັກລອບ ນຳໄປຂາຍນັ້ນ, ສ່ວນໃຫຍ່ ຈະເປັນ ຕົວລີ່ນ, ເສືອໂຄ່ງ, ເຕົ່າ ແລະ ງູ ທີ່ ສ່ວນຫລາຍ ແມ່ນ ຖືກລັກລອບ ສົ່ງມາ ຈາກ ປະເທດ ມາເລເຊັຽ ເພື່ອລຳລຽງ ສົ່ງຕໍ່ ເຂົ້າ ປະເທດວຽດນາມ ຊຶ່ງ ທ່ານ ກໍໄດ້ ໃຫ້ຄຳເຫັນ ກ່ຽວກັບ ເຣື່ອງນີ້ ເພີ່ມອີກ ວ່າ:
“ບັນຫາ ກາຣລັກລອບ ຍັງມີຢູ່; ແຕ່ບໍ່ຫລາຍ. ຄິດວ່າ ລັກລອບ ຄ້າຂາຍ ຢູ່ພາຍໃນ ຊ່ວງນີ້ ບໍ່ສູ້ເຫັນຈັບໄດ້; ແຕ່ຍັງມີຢູ່, ແຕ່ ເປັນບັນຫາ ບໍ່ຫລາຍ!”
ເຈົ້າໜ້າທີ່ລາວ ໄດ້ໃຫ້ ກາຣອະທິບາຍ ເພີ່ມວ່າ: ຈຳພວກ ສັຕປ່າ, ໂດຽສະເພາະ ປະເພດ ລິ່ນ ນັ້ນ, ຈະຖືກ ສົ່ງໄປ ປະເທດຈີນ ເພື່ອ ເປັນອາຫາຣ ແລະ ສະເພາະກະດູກ ເສືອໂຄ່ງ ແລະ ງູ ນັ້ນ, ແມ່ນ ສຳຫລັບ ນຳໄປເຮັດ ເປັນ ຢາບຳຣຸງ ຫລື ຢາຮັກສາ ປາບເຊື້ອໂຣຄ ຕ່າງໆ.
ເຖິງຢ່າງໃດກໍຕາມ, ທາງອົງກາຣ ອະນຸຮັກ ສັຕປ່າ ນະຄອນຫລວງ ວຽງຈັນ ກໍໄດ້ ແຈ້ງເພີ່ມວ່າ: ກາຣລັກລອບ ຄ້າສັຕປ່າ ແລະ ພັນພືຊ ຜິດກົດໝາຍ ເປັນບັນຫາ ໃນ ທົ່ວໂລກ ຊຶ່ງ ກຸ່ມຄ້າຂາຍ ມີເຄືອຄ່າຍ ທົ່ວເຂຕ ເອເຊັຽຕາ ເວັນອອກ ໄປເຖີງ ເຂຕ ຕາເວັນຕົກ ແລະ ທາງກາຣລາວ ກໍມີ ກາຣຮ່ວມມື ກັບບັນດາ ປະເທດອື່ນ ເພື່ອພຍາຍາມ ປາບປາມ ແລະ ກຳຈັດ ບັນຫາ ດັ່ງກ່າວນີ້.
ຄວາມເວົ້າຊອກຫາຂໍ້ມູນ: ສັດປ່າ, ສັພຍາກອນ