ພວກລັກຮ່ອນຄໍາ ຖືກຈັບຢູ່ແຂວງວຽງຈັນ
2010.02.15
ໃນອາທິດ ທີ່ຜ່ານມາ ເຈົ້າຫນ້າທີ່ ທີ່ເມືອງ ຊະນະຄາມ ແຂວງວຽງຈັນ ໄດ້ຈັບກຸມ ປະຊາຊົນ ທ້ອງຖີ່ນ ຈຳນວນນຶ່ງ ທີ່ເຂົ້າມາ ລັກລອບຂຸດ ແລະ ຮ່ອນຄຳ ໃນເຂດພູຊາວ ເມືອງຊະນະຄາມ ແຂວງວຽງຈັນ ຍ້ອນວ່າ ປະຊາຊົນ ກຸ່ມດ່ັງກ່າວ ຖືກເຈົ້າຫນ້າທີ່ ຕັກເຕືອນ ມາຫລາຍຄັ້ງແລ້ວ ແຕ່ກໍ່ຍັງ ມີການລັກລອບ ເຂົ້າມາຂຸດຄົ້ນຄຳ ຢູ່ຕຣອດ ບໍ່ຄຳນຶງເຖີງ ຄວາມເສັຽຫາຍ ຕໍ່ສະພາບແວດລ້ອມ ແມ່ນ້ຳລຳທານ ຈາກການຂຸດຄົ້ນ ທີ່ບໍ່ໄດ້ມາຕຖານ ແລະ ຜິດກົດຫມາຍ ຂອງພວກຂະເຈົ້າ ດັ່ງທ່ານ ຄຳບົງ ສ້ອຍສຸວັນ ຫົວຫນ້າຫ້ອງການ ບໍ່ແຮ່ ແຂວງວຽງຈັນກ່າວວ່່າ:
"ປະຊາຊົນ ຈຳນວນນຶ່ງ ທີ່ວ່າຂະເຈົ້າ ລັກລອບ ດື້ດ້ານເວົ້າຫລາຍ ເທື່ອບໍ່ຟັງ ເວົ້າແລ້ວກໍ່ຍັງ ໄປລັກເຮັດຢູ່ ມີການຄວບຄຸມ ຜູ້ທີ່ຝືນດື້ ໃນຂໍ້ຫ້າມຕໍ່ ຄຳສັ່ງຂອງ ຣາຊການເຮົາ ແລະເຮົາກໍ່ໄດ້ ເອົາມາສຶກສາ ອົບຣົມ".
ທ່ານກ່າວ ຕໍ່ໄປວ່າ ປະຊາຊົນ ກຸ່ມດ່ັງກ່າວ ເປັນປະຊາຊົນ ທ້ອງຖີ່ນ ຜູ້ທີ່ດຳຣົງຊີບ ດ້ວຍການຖາງໄຮ່ ຈູດປ່າ ເລື່ອນລອຍ ຊື່ງໃນ ປັດຈຸບັນ ທາງການແຂວງ ໄດ້ຈັບມາຝືກ ອົບຣົມ ກ່ຽວກັບຄວາມ ເສັຽຫາຍ ທີ່ເກີດຂື້ນ ຈາກການທີ່ ພວກຂະເຈົ້າ ໃຊ້ສານໄຊນາຍ ໃນການສະກັດຄຳ ທີ່ສ້າງຄວາມ ເສັຽຫາຍ ຕໍ່ສິ່ງແວດລ້ອມ ແມ່ນ້ຳລຳທານ ແລະ ສັດສາວາສິ່ງ ໃນຂົງເຂດ ແຫ່ງນັ້ນ. ການຈັບກຸມ ຄັ້ງນີ້ ຈະເປັນ ການອົບຣົມ ແລະ ຕັກເຕືອນກ່ອນ ໃນອານາຄົດ ຈະມີການ ລົງໂທດ ແກ່ພວກຂະເຈົ້າ ທ່ານກ່າວເພີ້ມ ອີກວ່າ:
"ເກີດທຳອິດ ພວກເຮົາ ຈະໃຊ້ມາຕການແຂງ ກວ່ານັ້ນ ມັນຈະເຖິງ ໂທດຈຳຄຸກ ພຸ້ນແຫລະ ຖ້າວ່າເຮັດອີກ ເພາະຜ່ານມາ ກໍ່ບອກແລ້ວບໍ່ຟັງ ກໍ່ໄດ້ເອົາ ມາຮຽນເອກສານ ແລະ ຖ້າດື້ດ້ານອີກ ກໍ່ກ້າວໄປເຖິງ ວ່າສົ່ງໃຫ້ ສານຕັດສີນ ມັນຊີ່ເປັນ ແນວນັ້ນ".
ທ່ານວ່າ ປະຊາຊົນ ກຸ່ມດ່ັງກ່າວ ເປັນຄົນທ້ອງຖິ່ນ ແຕ່ໄດ້ຫລົບຫນີ ຈາກການຈັບກຸມ ທີ່ແຂວງຊຽງຂວາງ ທີ່ເຄີຍລັກຂຸດ ແລະຮ່ອນຄຳ ໃນແຂວງ ດັ່ງກ່າວມາກ່ອນ ໃນປັດຈຸບັນ ກໍ່ໄດ້ມາລັກຂຸດ ແລະ ຮ່ອນຄຳ ທີ່ເມືອງຊະນະຄາມ ແຂວງວຽງຈັນ ກ່ວາ40ຫລຸມ.