ປະເທສຮັ່ງມີຈະຊ່ວຍ ບັນຫາໂລກຮ້ອນ
2010.05.28
ທາງຄນະ ກັມມະກາຣ ກວດກາ ແລະຕິດຕາມເບິ່ງ ຕາມໂຄງກາຣ ຊ່ວຍເຫລືອ ດ້ານຮັກສາປ່າໄມ້ ໃນທົ່ວໂລກຂອງ ສະຫະພາບຢູໂຣປ ໄດ້ກ່າວທີ່ກອງ ປະຊຸມທີ່ກຸງ Oslo ໃນມື້ວັນພຣະຫັດ ຜ່ານມານີ້ວ່າ ກຳລັງມີກາຣ ຕຣຽມເພື່ອເຂົ້າຮ່ວມ ປະຊຸມຢູ່ Cancun ປະເທສ Mexico ໃນທ້າຍຂອງປີ 2010 ນີ້ ເພື່ອພິຈາຣະນາ ແກ້ໄຂບັນຫາ ກາຣຕັດໄມ້ ທຳລາຍປ່າ.
ໃນຂນະດຽວກັນ ທາງກາຣ ອິນໂດນີເຊັຽ ກໍໄດ້ຮັບກາຣ ຊ່ວຍເຫລືອຈາກ ປະເທສ Norway ໜຶ່ງຕື້ດອລລາຣ໌ ສຳຫລັບໂຄງກາຣ ປົກປັກຮັກສາ ປ່າໄມ້ ຊຶ່ງທາງກາຣ ອິນໂດນີເຊັຽ ກໍຢືນຢັນທີ່ ຈະບໍ່ອອກໃບ ອະນຸຍາຕ ຫລືໃຫ້ ສັມປະທານແກ່ ບໍຣິສັທ ດຳເນີນກາຣ ຕັດໄມ້ ໃນຣະຍະ 2 ປີຂ້າງໜ້ານີ້ ນັ້ນແຕ່ຢ່າງໃດ ດັ່ງທີ່ມີກາຣ ປະຕິບັຕກັນ ຢູ່ປະເທສ Brazil ແຕ່ກາງຊຸມປີ 1990 ເປັນຕົ້ນມາ.
ກາຣຕັດໄມ້ທຳລາຍປ່າ ກາຣຈູດເຜົ່າປ່າໄມ້ ແລະ ອາຍພິສຈາກ ປ່າໄມ້ທີ່ຖືກ ທຳລາຍທັງໝົດ ເປັນສ່ວນປະກອບ ເຂົ້າໃນກາຣເຮັດ ໃຫ້ເກີດມີ Carbon Dioxide ຂຶ້ນສູ່ ອະວະກາສ ທັງໝົດເຖິງ 20%.
ກ່ຽວກັບໂຄງກາຣ ຊ່ວຍເຫລືອປະເທສ ທີ່ຍາກຈົນໜຶ່ງຕື້ ດອລລາຣ໌ ດັ່ງກ່າວ ກໍມີຫລາຍປະເທສ ທີ່ຮັ່ງມີທີ່ ຕ່າງກໍຢືນຢັນ ຈະໃຫ້ກາຣຊ່ວຍ ເຫລືອເຊັ່ນ: ເຢຣະມັນ ຝຣັ່ງເສສ ນອຣ໌ກເວຍ໌ ສະຫະຣັຖ ອອສເຕຣເລັຽ ແລະຍີ່ປຸ່ນ ທີ່ຮວມເປັນທັງໝົດ ເຖິງ 4 ຕື້ດອລລາຣ໌ ໄປເຖິງປີ 2012. ສ່ວນປະເທສ ແດນມາຣ໌ຄ ແລະສວີເດັນ ກໍຕົກລົງທີ່ຈະ ໃຫ້ຮວມທັງໝົດ 73 ລ້ານດອລລາຣ໌ ຕື່ມອີກເຂົ້າໃນ ໂຄງກາຣ ປົກປັກຮັກສາ ປ່າໄມ້ ໃນທົ່ວໂລກ ດັ່ງກ່າວນີ້.