ຣັຖບາລລາວກວດກາ ການເຊົ່າແລະສັມປະທານ ທີ່ດິນ
2009.11.18
ອົງກາຣຄຸ້ມຄອງ ທີ່ດິນແຫ່ງຊາຕວ່າ ໃນຣະຍະຜ່ານມາ ກາຣໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນຊາວ ຕ່າງປະເທສ ບໍ່ສອດຄ່ອງກັບ ຣະບຽບກົດໝາຍ ອັນເປັນກາຣ ສ້າງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສະນັ້ນຣັຖບາລ ຈຶ່ງໄດ້ສັ່ງໃຫ້ໂຈະ ກາຣອະນຸມັຕ ໃຫ້ເຊົ່າທີ່ດິນໄວ້ ຊົ່ວຄາວເສັຽກ່ອນ ແຕ່ຕົ້ນເດືອນ ກໍຣະກະດາ 2009 ນີ້ເປັນຕົ້ນມາ ຈົນກວ່າຈະມີກາຣ ສຳຣວຈ ແລະກວດກາຄືນໃໝ່ ຊຶ່ງຄາດວ່າຄົງຈະໃຫ້ ແລ້ວພາຍໃນປີ 2010 ທີ່ຈະມາເຖິງນີ້.
ເທົ່າທີ່ຜ່ານມານັ້ນ ວຽກງານກາຣໃຫ້ເຊົ່າ ຫລືໃຫ້ສັມປະທານທີ່ດິນ ສ່ວນຫລາຍແມ່ນທາງ ແຂນງກາຣໃນຂັ້ນສູນກາງ ເປັນຜູ້ຮັບຜິດຊອບ ໂດຽບໍ່ໄດ້ກ່ຽວຂ້ອງກັບ ພາກສ່ວນທ້ອງຖິ່ນ ແຕ່ປະກາຣໃດ ອັນເປັນເຫຕເຮັດໃຫ້ ເກີດມີບັນຫາຕາມມາ ແລະໃນປັຈຈຸບັນ ທາງຣັຖບາລ ຍັງບໍ່ສາມາດຮັບຊາບ ໄດ້ເທື່ອວ່າ ໃນທົ່ວປະເທສ ມີກາຣໃຫ້ເຊົ່າ ຫລືໃຫ້ສັມປະທານ ຈັກໂຄງກາຣ ແລະກວມເອົາເນື້ອທີ່ ທັງໝົດເທົ່າໃດກັນແທ້ ໂດຽສະເພາະ ດ້ານກະສິກັມ ທີ່ມີໂຄງກາຣປູກໄມ້ ອຸຕສາຫະກັມ ເພື່ອເປັນສິນຄ້າເຊັ່ນ: ໂຄງກາຣປູກ ຕົ້ນຢາງພາຣາ ຕົ້ນໄມ້ ເກສນາ ໝາກເຍົາແລະອື່ນໆ.
ຢ່າງໃດກໍຕາມ ກາຣໃຫ້ສັມປະທານ ທີ່ດິນໃນເຂຕ ແຂວງວຽງຈັນ ແລະແຂວງຫລວງນ້ຳທາ ເທົ່າປັຈຈຸບັນ ມີຫລາຍໂຄງກາຣ ທີ່ວ່າຍັງບໍ່ສອດຄ່ອງ ກັບຣະບຽບ ກົດໝາຍ ເພາະມີບາງໂຄງກາຣໄດ້ ກວມເອົາເຂຕປ່າ ສງວນແຫ່ງຊາຕ ປ່າປ້ອງກັນແຫລ່ງນ້ຳ ຕລອດຮອດທີ່ດິນ ເພື່ອທຳມາຫາກິນ ຂອງປະຊາຊົນ ຍ້ອນກາຣໃຫ້ ສັມປະທານທີ່ດິນນັ້ນ ມີກາຣສົມຮູ້ຮ່ວມຄິດ ກັນຣະຫວ່າງນັກລົງທຶນ ແລະເຈົ້າໜ້າທີ່ໆ ກ່ຽວຂ້ອງຂອງພັກ-ຣັຖ.