ກົດໝາຍ ວ່າດ້ວຍປ່າໄມ້ ຂອງລາວ ເຖິງແມ່ນວ່າ ຈະມີການ ບັງຄັບໃຊ້ ຢ່າງເຂັ້ມງວດ ແຕ່ໃນຕົວຈິງ ກໍຍັງ ປະຕິບັດ ໄດ້ຍາກຢູ່ ຍ້ອນວ່າ ສປປລາວ ເປັນປະເທດ ກໍາລັງ ພັທນາ ສົ່ງຜົລໃຫ້ມີ ການລັກລອບ ທໍາຜິດ ກົດໝາຍນັ້ນ ໃນກໍຣະນີ ຕ່າງໆ ເກີດຂຶ້ນຢູ່. ໃນນັ້ນ ອາຈມີກຸ່ມ ຄົນບໍ່ດີ ທີ່ເປັນ ພະນັກງານ ຣັຖຮວມຢູ່ດ້ວຍ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະປ່າໄມ້ ໃນນະຄອນ ຫລວງວຽງຈັນ:
"ກົດໝາຍມັນ ກໍແນວນັ້ນ ແຕ່ວ່າຮອດ ຈັດຕັ້ງ ປະຕິບັດ ມັນກໍຈັກສິເຮັດ ຄືອອກກົດໝາຍ ເວົ້າມັນກໍຍາກ ກົດໝາຍສ່ວນຫລາຍ ກໍບັງຄັບ ໃຫ້ນໍາໃຊ້ ມີຜົນສັກສິດ ບັງຄັບ ຢ່າງເຂັ້ມງວດ ແຕ່ວ່າ ປະຕິບັດ ຕົວຈິງ ມັນກໍຂ້ອນຂ້າງ ຍາກຢູ່ ໃນຖານະ ທີ່ເປັນ ປະເທດກໍາ ລັງພັທນາ".
ທ່ານກ່າວຕື່ມວ່າ ການບໍ່ ປະຕິບັດ ກົດໝາຍ ປ່າໄມ້ ບາງກໍຣະນີ ກໍພົວພັນ ກັບປະຊາຊົນ ຈໍານວນນຶ່ງ ຊຶ່ງຈໍາເປັນ ຕ້ອງນໍາ ປະຊາຊົນ ກຸ່ມນີ້ ມາສຶກສາອົບຮົມ ແລະປັບ ໃໝ ໂດຍພິຈາຣະນາ ເປັນແຕ່ລະ ກໍຣະນີໄປ. ກົດໝາຍປ່າໄມ້ ທີ່ໃຊ້ຢູ່ ທຸກວັນນີ້ ເປັນກົດໝາຍ ທີ່ມີການປັບປຸງ ຫລາຍເທື່ອແລ້ວ ໂດຍເທື່ອລ່າສຸດ ມີຂຶ້ນເມື່ອປີ 2008 ຮັບຜ່ານໂດຍ ກອງປະຊຸມສະພາ ສມັຍສາມັນ ແຫ່ງຊາດ ຊຸດທີ 7. ນອກນັ້ນ ຍັງມີກຸ່ມ ເຈົ້າໜ້າທີ່ ພັກ-ຣັຖ ອີກຈໍານວນນຶ່ງ ກ່ຽວພັນນໍາ ຊຶ່ງເປັນເລື່ອງ ທີ່ປາສຈາກ ບໍ່ໄດ້ ໃນປະເທດກໍາລັງ ພັທນາ:
"ສ່ວນຫລາຍກໍ ຄົນພາຍໃນ ມັນກໍ ປາສຈາກບໍ່ໄດ້ ມັນກໍມີຜູ້ດີ ຜູ້ບໍ່ດີ ກໍມີເຈົ້າໜ້າທີ່ ຈໍານວນນຶ່ງບໍ່ດີ ມັນກໍປາສຈາກ ບໍ່ໄດ້ ກໍບໍ່ແມ່ນ ໂດຍກົງ ການສົມຮູ້ ຮ່ວມຄິດ".
ຣາຍງານຂອງ ອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ຣະບຸວ່າ ໃນຣະຍະ ທີ່ຜ່ານມາ ມີນັກລົງທຶນ ຕ່າງປະເທດ ຈໍານວນນຶ່ງ ໄດ້ໃຊ້ສັນຍາ ສັມປະທານ ບຸກລຸກທີ່ດິນ ໃນເຂດ ປ່າສງວນ ແລະ ປ່າຕົ້ນນໍ້າ ຫລາຍແຫ່ງໃນລາວ ໂດຍສະເພາະ ຢ່າງຍິ່ງ ໂຄງການປູກ ຢາງພາລາ ແລະ ພືດເສຖກິດ ຕ່າງໆ.