ຫ້າມລ້າປາບຶກ ໃນແມ່ນໍ້າຂອງ

ແຂວງບໍ່ແກ້ວ ຫ້າມຊາວປະໂມງ ນຳລ້າປາບຶກ ໃນແມ່ນໍ້າຂອງ ໃນຊ່ວງຣະດູການ ຫາລ້າປາບຶກ ໃນປິ 2009 ນີ້

0:00 / 0:00

ທາງການແຂວງ ບໍ່ແກ້ວ ຂອງລາວ ປະກາດຫ້າມ ປະຊາຊົນ ລົງຈັບປາບຶກ ໃນແມ່ນໍ້າຂອງ ເດັດຂາດ ໃນຊ່ວງຣະດູ ການລ້າປາບຶກ ຂອງຊາວປະໂມງ ເຂດແຂວງ ບໍ່ແກ້ວຂອງລາວ ແລະແຂວງຊຽງຮາຍ ຂອງໄທ ປີ 2009 ນີ້. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຂະແໜງການ ປະມົງແຂວງ ບໍ່ແກ້ວ:

ຫ້າມລົງ ບໍ່ໃຫ້ລົງ ມີແຕ່ໄທລົງ ດຽວນີ້ທາງ ປ່າໄມ້ ເຂົາຕົກລົງ ກັນກັບທາງ ຝັ່ງໄທ ກໍວ່າຈະລົງ ແລະຜ່ານທາງ ເຈົ້າແຂວງ ເຈົ້າແຂວງເພິ່ນບໍ່ ອະນຸຍາດ ເຈົ້າແຂວງບໍ່ ໃຫ້ລົງດຽວນີ້ ເອີຫ້າມຈັບ ເລີຍລະດຽວນີ້.

ໃນໄລຍະ ແຕ່ເດືອນ ເມສາ ຫາເດືອນ ພຶສພາ ທຸກໆປີ ເປັນຊ່ວງທີ່ຊາວ ປະມົງ ໃນເຂດດັ່ງກ່າວ ອອກລ້າປາບຶກ ຊຶ່ງເປັນປາ ນໍ້າຈືດ ທີ່ໃຫຍ່ແລະມີ ທີ່ຢູ່ອາໃສ ຕາມ ທັມມະຊາດ ຢູ່ສະເພາະໃນແມ່ນໍ້າຂອງ.

ໃນປີ 2008 ຜ່ານມາ ຊາວປະມົງ ລາວແລະໄທ ໄດ້ຈັດການ ລ້າປາບຶກ ຮ່ວມກັນ ໂດຍທາງໄທຈັບ ໄດ້ 2 ຕົວ ແຕ່ທາງລາວ ຈັບບໍ່ໄດ້ ຈັກຕົວເລີຍ. ແລະມາໃນປີ 2009 ນີ້ ທາງການລາວ ບໍ່ອະນຸຍາດ ໃຫ້ລ້າຈັບ ປາບຶກອີກ. ການປ່ຽນແປງ ທາງສະພາບ ແວດລ້ອມ ເຮັດໃຫ້ຊາວບ້ານ ຈັບປາບຶກໄດ້ ໜ້ອຍລົງນັບມື້.

ແລະການທີ່ ອົງການ ສີ່ງແວດລ້ອມ ຣະບຸວ່າ ປາບຶກ ໄກ້ຈະສູນພັນ ຊຶ່ງເຮັດໃຫ້ ພາກສ່ວນກ່ຽວຂ້ອງ ອອກມາຕການ ຄວບຄຸມ ອັນເປັນເຫດໃຫ້ ຈໍານວນ ຊາວປະມົງ ທີ່ມີອາຊີບ ລ້າປາບຶກ ໃນແມ່ນໍ້າຂອງ ເຂດແຂວງບໍ່ແກ້ວ ລຸດລົງເຊັ່ນກັນ. ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງບໍ່ແກ້ວກ່າວ ຕໍ່ໄປວ່າ:

ຢູ່ຫ້ວຍຊາຍ ເຂົາບໍ່ຈັບແລ້ວ ແຕ່ກ່ອນນີ້ ມີຮອດ 5-6 ບ້ານພຸ້ນແລະຈັບ ຕັ້ງແຕ່ບ້ານດອນ ຂຶ້ນມາຮອດ ຫ້ວຍຊາຍ ແລະບັດນີ້ ເຂົາເຊົາແລ້ວ ກໍມີແຕ່ສອງ ບ້ານນີ້ແລະ ປ່າອ້ອຍ ກັບຕີນທາດ ນີ້ແລະທີ່ ຈັບຢູ່.

ການລ້າປາບຶກ ໃນແມ່ນໍ້າຂອງ ຂອງຊາວບ້ານໄທ ຍັງມີຢູ່ຕາມ ປົກກະຕິ ໂດຍຈັບໄດ້ແລ້ວ 1 ໂຕ ໃນບໍຣິເວນ ກາງແມ່ນໍ້າຂອງ ໄກ້ທ່າວັດຫາດ ໄກ້ເມືອງຊຽງຂອງ. ການກວດສອບ ເບື້ອງຕົ້ນ ໃຫ້ຮູ້ວ່າເປັນ ປາບຶກເພດເມັຽ, ຍາວປະມານ 2 ແມດ, ນໍ້າໜັກ180 ກວ່າກິໂລ ແລະມີກໍານົດ ນໍາອອກຂາຍ ໃນຣາຄາ ກິໂລລະ 600 ບາດ.