ໄຮ່ນາແຫ້ງແລ້ງ ນໍ້າຂອງກາຍເປັນຫາດຊາຍ
ປະຊາຊົນ ແຂວງຫລວງພຣະບາງ ເວົ້າວ່າ ຫາດຊາຍ ທີ່ພົ້ນຂື້ນຢູ່ກາງ ແມ່ນໍ້າຂອງ ຢ່າງຫລວງຫລາຍ ແບບບໍ່ເຄີຍມີ ມາກ່ອນ.
-
ໂພໄຊສວັດ
2010-03-31 -
-
-
Your browser doesn’t support HTML5 audio
ປັດຈຸບັນນີ້ ຫລາຍແຂວງ ທີ່ຕິດກັບແຄມ ແມ່ນ້ຳຂອງ ໃນສປປລາວ ປະສົບກັບບັນຫາ ລະດັບນ້ຳແຫ້ງ ກວ່າທຸກໆປີທີ່ ຜ່ານມາ. ສຳລັບຢູ່ແຂວງ ຫລວງພຣະບາງ ບາງແຫ່ງນໍ້າແຫ້ງ ຈົນເຫັນພື້ນ ແມ່ນ້ຳຂອງ ຊຶ່ງເປັນປາກົດການ ທີ່ບໍ່ເຄີຍມີມາກ່ອນ ໃນເຂດນີ້. ຊາວຫລວງພຣະບາງ ຜູ້ນຶ່ງໄດ້ສະແດງ ຄວາມເຫັນສ່ວນຕົວ ກ່ຽວກັບ ເຫດການ ນ້ຳຂອງບົກແຫ້ງ ຈົນກາຍເປັນຫາດຊາຍ ວ່າ:
"ຕັ້ງແຕ່ເກີດມາ ບໍ່ເຄີຍເຫັນ ເປັນຄັ້ງປະຫວັດສາດ ຄັ້ງແຣກ ທີ່ເຫັນດອນແຫ້ງ ເພາະວ່າຊ່ວງນີ້ ນໍ້າມັນແຫ້ງ ເລີຍເຫັນດອນ ບໍ່ເຄີຍບໍ່ປາກົດ ແບບນີ້ຈັກເທື່ອ ຊ່ວງນີ້ນໍ້າ ມັນແຫ້ງຫລາຍ ເລີຍເຫັນດອນ".
ຊາວນະຄອນ ຫລວງພຣະບາງ ຜູ້ນີ້ເວົ້າຕໍ່ໄປວ່າ ປັດຈຸບັນນີ້ ການເດີນເຮືອຕ້ອງ ໄດ້ຢຸດ ເພາະນ້ຳແຫ້ງຫລາຍ ເກີນກວ່າຈະຂົນ ສົ່ງສິນຄ້າໄດ້ ເພາະນ້ຳຂາດຕອນ ບ່ອນທີ່ມີນ້ຳເລິກ ທີ່ສຸດກໍປະມານ ແມດກວ່າໆ ບໍ່ເຖິງສອງແມດ. ສະພາບນ້ຳຂອງ ດຽວນີ້ເກືອບວ່າ ຢຸດຊີວິດການເປັນຢູ່ ທັງໝົດ ພາຍໃນແຂວງ ກໍວ່າໄດ້.
ຊາວນະຄອນ ຫລວງພຣະບາງ ອີກຜູ້ນຶ່ງ ກໍໄດ້ອອກ ຄວາມຄິດຄວາມເຫັນ ຕໍ່ສະພາບແມ່ນ້ຳຂອງ ທີ່ບົກແຫ້ງ ຜິກປົກກະຕິ ແລະ ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຢ່າງ ຫລວງຫລາຍ ວ່າ:
"ຄັ້ງນີ້ເປັນຄັ້ງທຳອິດ ທີ່ວ່າຂ້າພະເຈົ້າ ໄດ້ເຫັນຫາດຊາຍ ທີ່ວ່າຍາວຂນາດນີ ຕັ້ງແຕ່ເກີດມາ ຕັ້ງແຕ່ນ້ອຍເທົ້າໃຫຍ່ ບໍ່ເຄີຍເຫັນຫາດຊາຍ ທີ່ມັນ ຍາວຂນາດນີ້ ອັນນີ້ຖືວ່າ ເປັນຄັ້ງທຳອິດ ຂອງລາວ ຫລືຂອງຄົນ ຫລວງພຣະບາງ ທີ່ເຫັນຫາດຊາຍແບບນີ້".
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ສິ່ງ ແວດລ້ອມ ແຂວງຫລວງພຣະບາງ ອ້າງວ່າການທີ່ ແມ່ນ້ຳຂອງບົກແຫ້ງ ລົງກໍເປັນເພາະ ການສ້າງເຂື່ອນກັ້ນນໍ້າ ທາງພາກເໜືອ ໃນແມ່ນໍ້າຂອງ ໂດຍສະເພາະ ເຂື່ອນສຽວຫວ້ານ ຢູ່ມົນທົນຍຸນນານ ຂອງຈີນ.