ໂຄງການຜັນນໍ້າຂອງ ເຂົ້າສູ່ພາກອິສານ

ກົມຊົລປະທານ ສືບຕໍ່ສຶກສາ ໂຄງການ ມູນຄ່າກວ່າ 8 ແສນລ້ານບາດ ເພື່ອຜັນນໍ້າຂອງ ເຂົ້າມາໃຊ້ ໃນພາກອິສານ ຂອງໄທ.

ກົມຊົລປະທານ ຂອງໄທ ຮ່ວມປະຊຸມກັບ ບໍຣິສັດ ເອກກະຊົນ ເພື່ອສຶກສາ ຄວາມເປັນໄປໄດ້ ໃນການຜັນນໍ້າຂອງ ເຂົ້າໃຊ້ສໍາລັບ ຣະບົບຊົລປະທານ ເພື່ອແກ້ໄຂ ບັນຫາແຫ້ງແລ້ງ ໃນພາກອິສານ ຊຶ່ງທັງ ສອງໜ່ວຍງານມີ ຄວາມເຫັນຮ່ວມກັນ ວ່າການຈັດຕັ້ງ ໂຄງການດັ່ງກ່າວ ຈະບໍ່ມີຜົລ ສະທ້ອນຕໍ່ແມ່ນໍ້າ ນາໆຊາດສາຍນີ້  ເພາະເປັນການ ນໍານໍ້າ ຈາກແມ່ນໍ້າຂອງ ມາໃຊ້ໃນເຂດ ລຸ່ມນໍ້າດຽວກັນ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກົມ ຊົລປະທານ ຂອງໄທ:

"ທ່ານວ່າ ໄດ້ມີການວ່າຈ້າງ ກຸ່ມບໍຣິສັດ ທີ່ປຶກສາຂອງ ບໍຣິສັດປັນຍາ consultant ຈໍາກັດ ກັບບໍຣິສັດ ເຄເອທິບ ເທັກໂນໂລຊີ ຈໍາກັດ ທໍາການສຶກສາ ຄວາມເໝາະ ສົມ ແລະ ການປະເມີນຜົລ ກະທົບສິ່ງແວດລ້ອມ ໃນຣະດັບຍຸທສາດ. ກຸ່ມບໍຣິສັດ ທີ່ປຶກສາ ກໍຈະເຊີນພວກທ່ານ ເຂົ້າປະຊຸມຮ່ວມ".

ການປະຊຸມ ດັ່ງກ່າວ ຈັດຂຶ້ນແຕ່ວັນ ທີ 5 ຫາທີ 7 ພຶສພາ 2010 ນີ້ ທີ່ແຂວງອຸດອນ ແລະແຂວງຂອນແກ່ນ ເພື່ອຣາຍງານການ ສຶກສາ ໂຄງການດັ່ງກ່າວ ຫລັງຈາກ ຣັຖບານໄທ ມອບໝາຍໃຫ້ກົມ ຊົລປະທານ ສຶກສາ ຄວາມເໝາະສົມ ແລະຜົລກະທົບ ສິ່ງແວດລ້ອມ ມາແຕ່ ວັນທີ 8 ກັນຍາ 2009 ໂດຍຈະສໍາເຣັດ ແລ້ວ ໃນເດືອນ ສິງຫາ 2011. ແຕ່ການສຶກສາ ເບື້ອງຕົ້ນ ເຫັນວ່າ ໂຄງການມູນຄ່າ 8 ແສນລ້ານກວ່າບາດ ທີ່ຈະນໍານໍ້າຂອງ ເຂົ້າມາທາງເມືອງ ຊຽງຄານ ແຂວງເລີຍ ການສົ່ງນໍ້າ ດ້ວຍຄວາມແຮງດັນ ຜ່ານອຸໂມງແລະ ຄອງຊົລປະທານ ໄປຍັງເຂື່ອນອຸບົລຣັຕ ແຂວງຂອນແກ່ນ ຈະຊ່ວຍພັທນາພື້ນທີ່ ຊົລປະທານ ໃນລຸ່ມນໍ້າຊີ ແລະ ນໍ້າມູນໄດ້ເກືອບ 22 ລ້ານໄຮ່ ຊ່ວຍແກ້ໄຂບັນຫາ ພັຍແລ້ງ ໃນພາກອິສານ ໄດ້ເປັນຢ່າງດີ.  

ກໍຣະນີ ທີ່ແມ່ນໍ້າຂອງ ເປັນແມ່ນໍ້ານາໆຊາດ ບໍ່ນ່າຈະມີຄວາມ ຂັດແຍ່ງ ເພາະການນໍານໍ້າ ເຂົ້າມາໃຊ້ໃນ ລຸ່ມນໍ້າຊີ-ນໍ້າມູນ ສາຂາ ແມ່ນໍ້າຂອງ  ຊຶ່ງນໍ້າດັ່ງກ່າວ ກໍຈະ ໄຫລຄືນລົງສູ່ ນໍ້າຂອງຄືເກົ່າ. ຢ່າງໃດກໍຕາມ ອົງການອະນຸຮັກ ສິ່ງແວດລ້ອມຂອງໄທ ເຫັນວ່າ ໂຄງການຜັນນໍ້າຂອງ ຈະສົ່ງຜົລກະທົບ ຢ່າງມະຫາສາລ  ເພາະເປັນ ການນໍານໍ້າອອກ ຈາກຣະບົບເດີມ ແລະ ກໍບໍ່ມີຂໍ້ມູນ ດ້ານວິຊາການ ທີ່ແນ່ນອນວ່າ ປະຣິມານນໍ້າ ທີ່ຈະໄຫລຄືນ ສູ່ແມ່ນໍ້າຂອງ ອີກຄັ້ງນັ້ນ ມີປະຣິມານ ທໍ່ເກົ່າຕາມ ທັມມະຊາດຫລືບໍ່  ຊຶ່ງແນ່ນອນວ່າ ປະເທດທີ່ຢູ່ ໃຕ້ລົງມາ ເຊັ່ນກັມພູຊາ ວຽດນາມ ແລະ ຮວມທັງປະເທດລາວ ໃນບາງພື້ນທີ່ ຍ່ອມຈະໄດ້ຮັບ ຜົລກະທົບຈາກຣະດັບ ນໍ້າ ຫລື ປາຣິມານນໍ້າ ທີ່ຫລຸດລົງໄປນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org