ຣະດັບນ້ຳຂອງ ຈະຂຶ້ນຕື່ມ ກ່ອນຈະຫລຸດລົງ

ລົມພະຍຸ ລູກຫຼ້າສຸດ ທີ່ເຂົ້າຖລົ່ມ ວຽດນາມ ເມື່ອບໍ່ເທົ່າໃດມື້ ຜ່ານມາ ເຮັດໃຫ້ຣະດັບນ້ຳຂອງ ສູງຂຶ້ນຢ່າງຕໍ່ເນື່ອງ.

ໃນຂະນະທີ່ ຣະດັບນໍ້າ ສູງຂຶ້ນ ຢ່າງຕໍ່ເນື່ອງ, ເຈົ້າໜ້າທີ່ ກ່ຽວຂ້ອງ ກໍໄດ້ນໍາເອົາ ຖົງດິນຊາຍ ມາປ້ານນໍ້າ
ໃນຂະນະທີ່ ຣະດັບນໍ້າ ສູງຂຶ້ນ ຢ່າງຕໍ່ເນື່ອງ, ເຈົ້າໜ້າທີ່ ກ່ຽວຂ້ອງ ກໍໄດ້ນໍາເອົາ ຖົງດິນຊາຍ ມາປ້ານນໍ້າ (Photo by RFA)

ນັບ​ແຕ່​ວັນ​ທີ 12 ສິງຫາ ​ເປັນ​ຕົ້ນ​ມາ ນ້ຳ​ໃນ​ແມ່​ນ້ຳຂອງ ສູງ​ຂຶ້ນ ​ກາຍຣະດັບ ​ນ້ຳ​ຖ້ວມ ​ຄື 12 ​​ແມັດ​ເຄິ່ງ ມາຕລອດ ​ໃນ​ຄືນ​ວັນ​ທີ 1​3 ຕໍ່​ໃສ່ ວັນ​ທີ 14 ສິງຫາ ​ຜ່ານ​ມາ ຣະດັບ​ນ້ຳ​ ​ໄດ້​ເພີ່ມ​ຂຶ້ນ​ເຖິງ 36 ຊັງ​ຕິ​ແມັດ.

ກົມ​ອຸຕຸນິຍົມ​ວິທຍາ ຂອງ​ລາວ​ ເວົ້າ​ວ່າ ຣະດັບ​ນ້ຳຂອງ​ ຍັງ​ຈະ​ສູງ​ຂຶ້ນ​ ຕື່ມ​ອີກ​ ​ໃນ​ວັນ​ທີ 15 ກ່ອນ ​ຈະ​ຄ່ອຍໆ ຫຼຸດລົງ. ປັດຈຸບັນ​ ເຈົ້າ​ໜ້າ​ທີ່​ລາວ​ ໄດ້​ທຸ້ມ​ເທ ກຳລັງ​ປ້ອງ​ກັນ ​ນະຄອນຫຼວງ​ວຽງ​ຈັນ ​ຈາກ​ພັຍ​ນ້ຳ​ຖ້ວມ.

“​ໄທເຮົາ ​ກໍ​ມີ​ແຕ່ ຕິ​ດຕາມ​​ ເລາະເບີ່​ງ ສະພາບ​ຢູ່​ຕລອດ​ ຈັກ​ສິຈັກ​ໂມງ ​ທາງ​ເຈົ້າ​ໜ້າ ເຮົາ​ກໍ​ ເວນຍາມ​ ບໍ່​ຂາດ ​ເພາະ​ວ່າ ຕິດຕາມ​ເບິ່ງ ສະພາບ​ນ້ຳ​ວ່າ ​ມັນ​ຂຶ້ນ​ມາແຮງ ​ກະສິ ​ໄດ້​ເອົາ​ກຳລັງ ເຂົ້າ​ມາ​ໃຫ້​ມັນ​ທ່ວງທັນ.”

ລຽບ​ຕາມ​ແຄ​ມ ​ແມ່​ນ້ຳ​ຂອງ ຈາກ​ບ້ານ​ເພັຍ​ວັດ ໄປ​ເຖິງ​ສຳນັກງານ ​ຂອງ​ກອງ​ເລຂາທິການ ​ຂອງ​ກັມມາ​ທິການ ​ແມ່​ນ້ຳຂອງ ຫຼື MRC ມີ​ກຳ​ແພງ ​ຖົງ​ຂີ້​ຊາຍ​ກອງ ຢ່າງ​ໜາ​ແໜ້ນ​ໄປ ​ຕລອດ ​ລະຍະ​ທາງ. ​ຂ່າວ​ຫຼ້າ​ສຸດ ​ສຳລັບ​ ວັນ​ທີ 13 ຫາ 14 ສິງຫາ ​ທີ່​ຜ່ານ​ມາ​ ນ້ຳ​ໄດ້​ໄຫຼ ​ເຂົ້າ​ຖ້ວມ ​ບ້ານ​ເຮືອນ ​​ໃນ​ບາງພື້ນ​ທີ່ ​ທີ່ຢູ່ຣະຫວ່າງ ​ແມ່​ນ້ຳຂອງ​ ແລະ ຖນົນ​ສາຍ​ທ່າ​ເດື່ອ ຢູ່​ຫຼັກ​ສີ່ ຫຼື​ ບ້ານ​ທ່າ​ໄຊ ຊຶ່ງ​ກໍ​ນັບ​ວ່າ ​ໃກ້​ຕົວ​ເມືອງ ​​ເທສບານ​ ນະຄອນຫຼວງ​ ວຽງ​ຈັນ ​ເຂົ້າ​ໄປ​ອີກ.

ນີ້​ບໍ່​​ແມ່ນ ເທື່ອ​ທຳ​ອິດ ​​​ທີ່​ມີ​ເຫດ​ນ້ຳ​ຖ້ວມ​ ໃນ​​ແຂວງ​ວຽງ​ຈັນ ​ແຕ່ເມື່ອປຽບທຽບ​ໃສ່ ​ກັບ​​ເທື່ອ ກ່ອນໆ ທີ່​ຜ່ານ​ມາ ໂດຍ​ສະ​ເພາະ ຄັ້ງປີ 1966 ທ່ານ​ດຳດວນ​ ສະມາຊິກ ​ແນວ​ລາວ​ສ້າງຊາດ ​ເມືອງ​ຈັນທະ​ບຸຣີ ​ເວົ້າ​ວ່າ:

“ 1966 ຄັ້ງ​ນັ້ນ ຍັງ​ບໍ່​ຂນາດ​ນີ້ ​ແຕ່​ວ່າ ​ມັນບໍ່​ມີ​ຄັນ​ຄູ ​ຫຼັງ​ຈາກນັ້ນ ປີ 71 ກໍ​ມີ​ ຄັ້ງ​ນຶ່ງ ​ແຕ່​ເຮົາ​ກໍ​​ໄດ້ ຣະດົມ ເຮັດ​ຄັນ​ຄູ ​ໃຫ້​ມັນ​ສູງ​ຂຶ້ນ ​ເທື່ອ​ນີ້ ​ມີ​ຢູ່​ປະມານ ​ແມັດ​ຫ້າ​ສິບ​ແລ້ວ.”

​ເທົ່າ​ທີ່ ​ຊາບ​ມາ ມາ​ເຖິງ​ປັດຈຸບັນ ​ໃນ​ແຂວງ​ວຽງ​ຈັນ ​ມີ​ຜູ້ເສັຍ​ຊີວິດ​ແລ້ວ​ ຍ້ອນ​ນ້ຳ​ຖ້ວມ 4 ຄົນ ວຽງ​ຈັນ ​ເປັນ​ພຽງ​ນຶ່ງ​ແຂວງ ​ຂອງ​ລາວ ​ທີ່​ປະສົບ​ ກັບ​ອຸ​ທົກ​​ພັຍ​ ໃນ​ເວລາ​ນີ້​ ເວົ້າ​ໄດ້​ວ່າ ທຸກ​ແຂວງ​ ທີ່​ຕິດ​ກັບ​ແມ່​ນ້ຳຂອງ​ ກໍ​ປະສົບ​ ກັບ​ຊະ​ຕາ​ກັມ ​ອັນ​ດຽວ​ກັນ ບໍ່​ຫຼາຍ​ກໍ​ໜ້ອຍ ​ເພາະສະ​ນັ້ນ​ ຄວາມເສັຍ​ຫາຍ​ ຈາກ​ພັຍ ​ທັມມະ​ຊາດ ​ເທື່ອ​ນີ້ ​ຄົງ​ຈະຕົກ ​​ເປັນຈຳນວນ ​ມະຫາສານ​ ທີ່​ຍັງ​ບໍ່​ສາມາດ ປະ​ເມີນ​ໄດ້​ເທື່ອ.