ກັມມາທິການແມ່ນໍ້າຂອງ ຄວນຍຶດຖືໃນຫລັກການ
ຄະນະ ກັມມາທິການ ແມ່ນໍ້າຂອງ MRC ຄວນຍຶດຖື ຫລັກການຂອງ ການມີສ່ວນ ຮ່ວມໃນການ ວາງແຜນພັທນາ ຂອງທຸກປະເທດ ທີ່ເປັນ ສະມາຊິກ ເພື່ອບໍ່ໃຫ້ກາຍ ເປັນເຄື່ອງມື ຂອງປະເທດ ສະມາຊິກ ທີ່ເປັນເຈົ້າ ພາບໂຄງການ ທີ່ວາງແຜນ ການເອົາເອງ.
-
ຈໍາປາທອງ
2010-05-20 -
-
-
Your browser doesn’t support HTML5 audio
ຕາມຄຳເວົ້າຂອງ ທ່ານ ວິທູນ ເພີ່ມພົງສາຈະເຣີນ ຈາກເຄືອຂ່າຍພລັງງານ ແລະ ນິເວດວິທຍາ ແມ່ນ້ຳຂອງ:
"ທ່ານວ່າ ອັນນີ້ຄືສິ່ງທີ່ ໜ້າເປັນຫ່ວງ; ຄະນະກັມມາທິການ ແມ່ນ້ຳຂອງ ລອຍໄປ ຕາມປະເທດ ທີ່ເປັນເຈົ້າການ ວາງແຜນ ອັນເປັນສິ່ງທີ່ ໜ້າຢ້ານກົວ".
ທ່ານເວົ້າວ່າ MRC ມີເງື່ອນໄຂ ໃນການມີສ່ວນຮ່ວມ ຂອງ ປະເທດ ສະມາຊິກ ແລະຄວນໃຊ້ ເງື່ອນໄຂນັ້ນ ມາຕໍ່ລອງກັບ ປະເທດເຈົ້າພາບ ໂຄງການເພື່ອສ້າງ ເງື່ອນໄຂໃຫ້ ປະຊາຊົນ ມີສ່ວນຮ່ວມທີ່ ສຳຄັນນຳດ້ວຍ ແລະວ່າການພັທນາ ແມ່ນ້ຳຂອງຊຶ່ງ ເປັນແມ່ນ້ຳນາໆຊາດ ຄວນໃຫ້ເປັນປະໂຫຍດ ແກ່ແຕ່ລະ ປະເທດທີ່ ແມ່ນ້ຳຂອງໄຫລ ຜ່ານຮ່ວມກັນ:
"ທ່ານວ່າ ຄະນະກັມມາທິການ ແມ່ນ້ຳຂອງ ກຳລັງເຮັດວຽກ ກັບແມ່ນ້ຳນາໆຊາດ ຄວນຈະຮ່ວມມືກັບ ປະເທດສະມາຊິກ ຕ່າງໆ ເພື່ອໃຊ້ຫລືແບ່ງ ຊັພຍາກອນນ້ຳ ຢ່າງເທົ່າທຽມກັນ ແລະກໍຄວນຄຳນຶງ ເຖິງສິ່ງທີ່ຈະ ບໍ່ມີຜົນກະທົບ ຂອງປະເທດນຶ່ງ ໄປໃສ່ອີກ ປະເທດນຶ່ງ".
ພ້ອມກັນນັ້ນ ທ່ານຍັງເວົ້າຕື່ມ ອີກວ່າ MRC ຄວນຈະມີເປົ້າໝາຍ ທີ່ແຈ່ມແຈ້ງ ເພື່ອສົ່ງເສີມການ ມີສ່ວນຮ່ວມ ໃນການວາງແຜນ ຣະຫວ່າງປະເທດ ສະມາຊິກ ຮວມທັງການມີ ສ່ວນຮ່ວມ ຂອງປະຊາຊົນ ນຳດ້ວຍ ແລະວ່າ ຫລັກການມີສ່ວນຮ່ວມ ຂອງປະຊາຊົນ ເປັນຫລັກການສາກົນ ຖ້າຫາກແຜນການໃດ ບໍ່ມີສ່ວນຮ່ວມ ຂອງປະຊາຊົນ ແຜນການນັ້ນ ກໍຈະນຳໄປສູ່ ຫລາຍບັນຫາ ຮວມທັງການຂາດ ປະສິດທິພາບ, ການສໍ້ຣາສບັງຫລວງ, ການແບ່ງປັນຜົນ ປະໂຫຍດ ທີ່ບໍ່ເປັນທັມ.