ການຄ້າມະນຸສ ເປັນບັນຫາ ສໍາຄັນທີ່ ທາງການລາວ ມີຄວາມເປັນຫ່ວງ ເພາະຊາວລາວ ຈໍານວນຫລວງຫລາຍ ກໍາລັງຕົກເປັນ ເຫຍື່ອຂອງ ຂະບວນການຄ້າ ມະນຸສທີ່ມາ ຫລອກລວງ ປະຊາຊົນ ໃຫ້ອອກໄປ ຊອກວຽກງານເຮັດ ຢູ່ປະເທດໄທ ແບບບໍ່ຖືກ ຕ້ອງຕາມກົດໝາຍ.
ໃນນັ້ນ ຜູ້ເຄາະຮ້າຍ ສ່ວນໃຫຍ່ ເປັນຊາວລາວ ຈາກ3ແຂວງ ທາງພາກໄຕ້ ຂອງລາວ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຂັ້ນສູງຈາກ ອົງການຕໍ່ຕ້ານ ການຄ້າມະນຸສ ແຫ່ງຊາດຂອງລາວ:
"ກໍຍັງຈະເປັນ ທາງພາກໄຕ້ ຫັ້ນລະຈະມີ ຜູ້ຖືກເຄາະຮ້າຍ ຈາກການຄ້າ ມະນຸສ 3ແຂວງເປົ້າໝາຍ ພາກໄຕ້ຫັ້ນ ຫລາຍກວ່າໝູ່ ຈໍາປາສັກ ສາຣະວັນ ແລະ ສວັນນະເຂດ."
ໃນລະຍະທີ່ ຜ່ານມາ ອົງການ ຕໍ່ຕ້ານການ ຄ້າມະນຸສ ຂອງລາວ ເປັນໜ່ວຍງານ ທີ່ຮັບເອົາ ຜູ້ເຄາະຮ້າຍ ທີ່ຖືກຫລອກລວງ ໄປຂາຍແຮງງານ ຢ່າງທາຣຸນ ໃນປະເທດໄທ ຊຶ່ງເຈົ້າໜ້າທີ່ ໄທໄດ້ຊ່ວຍ ບໍາບັດ ທາງຮ່າງກາຍ ແລະຈິດໃຈ ພ້ອມທັງມີການ ດໍາເນີນ ຄະດີ ຕາມກົດໝາຍ ຂອງໄທ ເປັນທີ່ຮຽບຮ້ອຍ ແລະໄດ້ຈັດສົ່ງ ກັບຄືນ ປະເທດລາວ.
ຫລັງຈາກນັ້ນ ທາງອົງການ ຕໍ່ຕ້ານການຄ້າ ມະນຸສຮ່ວມກັບ ທາງກົມ ສັງຄົມສົງເຄາະ ໃນນະຄອນ ຫລວງວຽງຈັນ ກໍທໍາການ ເກັບກໍາປະຫວັດ ຜູ້ເຄາະຮ້າຍ ເຫລົ່ານັ້ນ ແລະ ດູແລເລື້ອງ ສະພາບຈິດໃຈ ກ່ອນພິຈາຣະນາ ສົ່ງກັບຄືນບ້ານ ຂອງພວກເຂົາ ຕໍ່ໄປ.
ສໍາລັບຂໍ້ມູນ ຂອງຜູ້ ເຄາະຮ້າຍນັ້ນ ເຈົ້າໜ້າທີ່ລາວ ບອກວ່າ ບໍ່ສາມາດ ເປີດເຜີຍໄດ້ ເພາະສ່ວນຫລາຍ ຢູ່ໃນໄວເດັກ ແຕ່ກໍສາມາດ ບອກໄດ້ວ່າ ພວກເຂົາມາຈາກ ສາມແຂວງ ໃນພາກໄຕ້ ຫລາຍກວ່າແຂວງ ອຶ່ນໆຂອງລາວ.
ນັ້ນກໍຄື ສາເຫດເຮັດໃຫ້ ທາງອົງການ ຕໍ່ຕ້ານການ ຄ້າມະນຸສ ຈັດ3ແຂວງ ດັ່ງກ່າວ ເປັນພື້ນທີ່ ເປົ້າໝາຍຫລັກ ໃນການ ປະຕິບັດ ງານປ້ອງກັນ ແລະປາບປາມ ການຄ້າມະນຸສ ຊຶ່ງມີການ ໂຄສນາ ເປັນການໃຫຍ່ ເພື່ອໃຫ້ຂໍ້ມູນ ຄວາມຮູ້ກ່ຽວກັບ ຜົນຮ້າຍຫາກ ຕົກເປັນເຫຍື່ອ ການຄ້າມະນຸສ ໃຫ້ປະຊາຊົນ ໃນພື້ນທີ່ນັ້ນ ໄດ້ຮູ້ແລະມີ ສະຕິຣະວັງ ຕົວຫລາຍຂຶ້ນ.
ພ້ອມດຽວກັນ ກໍທໍາການ ສືບສວນສອບສວນ ດໍາເນີນຄະດີ ພວກຄ້າມະນຸສ ທີ່ແຝງຕົວຢູ່ ໃນພື້ນທີ່ນັ້ນ ໂດຍຫວັງຈະຊ່ວຍ ຫລຸດຜ່ອນ ການຄ້າມະນຸສ ໃຫ້ໜ້ອຍລົງ ຢູ່ລາວ.