ຄ່າຄອງຊີພສູງກົດດັນ ຄອບຄົວຫາເຊົ້າກິນຄໍ່າ

ຄວາມກົດດັນ ຈາກ ຄອບຄົວ ເຮັດໃຫ້ ເດັກນ້ອຍ ລາວ ຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ຫລາຍຂື້ນ.
ສິດນີ
2011.05.27
F-human-trafficking ແຜນທີ່ການຄ້າມະນຸດ ໃນຂົງເຂດກຸ່ມ ປະເທດເອເຊັຽ
RFA

ກົດຟັງສຽງ

ເຈົ້າຫນ້າທີ່ ຈາກອົງການ ຊ່ອຍເຫລືອ ຕ່າງຊາດ ກ່າວວ່າ ເດັກນ້ອຍ ຜູ້ຍີງ ລາວ ບໍ່ມີທາງເລືອກ ຫລາຍ ໃນຊີວີດ ເມື່ອກັບບ້ານ ຈາກການ ໄປເຮັດວຽກ ຢູ່ຕ່າງ ແດນ. ຫລາຍຄັ້ງ ພໍ່ແມ່ ກໍ່ບີບ ໃຫ້ເຂົາ ກັບຄືນໄປ ອີກໃຫມ່, ຊື່ງມີ ຄວາມສ່ຽງ ທີ່ຈະຕົກ ເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ໃນການ ກັບໄປ ກັບມາ ແຕ່ລະຄັ້ງ.

ນາງ Isabella Tornaghi ເຈົ້າຫນ້າທີ່ ຊ່ວຍເຫລືອ ຜູ້ຍີງ ໃນຄວາມ ກົດດັນ, ຈາກອົງການ ທີ່ບໍ່ ຂື້ນກັບ ຣັຖບານ ຂອງ ປະເທດ ຝຣັ່ງເສດ ກ່າວວ່າ: ບາງເທື່ອ ກໍແມ່ນຄົນ ໃນໝູ່ບ້ານ ຫລື ຄົນໃນ ຄອບຄົວເອງ ທີ່ ຊັກຊວນ ໃຫ້ເດັກນ້ອຍ ກັບໄປ ເຮັດວຽກ ອີກໃຫມ ຫລັງຈາກທີ່ ເດັກນ້ອຍ ກັບມາບ້ານ ແລ້ວ, ດັ່ງນັ້ນ ຄວາມສ່ຽງ ກໍ່ແມ່ນ ເວລາ ທີ່ ກັບໄປ ກັບມາ ນັ້ນເອງ.

ອີງຕາມ ສະຖິຕິ ຈາກ ອົງການ ແຮງງານ ເຄື່ອນທີ່ ສາກົນ ໃນປີ 2010 ຣະບຸ ວ່າ, ໃນຈຳນວນ ເດັກນ້ອຍ ຜູ້ຍີງລາວ ຜູ້ທີ່ພົ້ນ ຈາກການ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ 145 ຄົນ ທີ່ໄດ້ ກັບຄືນ ສປປລາວ ໃນປີ 2010 ນັ້ນ ສ່ວນໃຫຍ່ ກັບຄືນໄປ ປະເທດໄທ ອີກໃຫມ່, ໃນນັ້ນ 119 ຄົນ ອາຍຸ ຕ່ຳກວ່າ 18 ປີ.

ບົດລາຍງານ ກ່ຽວກັບ ການຄ້າມະນຸດ ຂອງກະຊວງ ການຕ່າງ ປະເທດ ສະຫະຣັຖ ປະຈຳປີ 2010 ຣະບຸ ສປປລາວ ວ່າ ເປັນທັງ ປະເທດ ຕົ້ນທາງ ປາຍທາງ ແລະ ທາງຜ່ານ ສຳລັບ ຜູ້ຍີງ ແລະ ເດັກນ້ອຍ ຜູ້ຍີງ ທີ່ຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.