ປະຊຸມ ເພື່ອປາບປາມ ການຄ້າມະນຸສ

ທາງກາຣ ແຂວງສວັນນະເຂຕ ແລະ ມຸກດາຫາຣ ຮ່ວມປະຊຸມ ເພື່ອຫາວິທີທາງ ສກັດກັ້ນ ກາຣຄ້າມະນຸສ ຕາມເຂດຊາຍແດນ.

ຫວ່າງ​ມໍ່ໆ​ມາ​ນີ້ ​ທາງ​ສຳນັກງານ ​ພັທນາ ​ສັງຄົມ ​ແລະ ​ຄວາມ​ໝັ້ນຄົງ ​ຂອງ​ມະນຸ​ສ​ ແຂວງ​ມຸກດາ​ຫາຣ ຂອງ​ໄທຽ ​ໄດ້​ຈັດ​ກອງ​ປະຊຸມ ​ຮ່ວມ​ກັບ ​ສຳນັກງານ​ແຮງ​ງານ ​ແລະ ​ສວັດ​ດີກາຣສັງຄົມ ​ແຂວງ​ສວັນນະ​ເຂ​ຕ ​ເພື່ອ​ພິຈາຣະນາ ​ຫາ​ວິທີ​ທາງ ​ແກ້​ໄຂ ​ບັນຫາ ​ແລະ ​ຕໍ່ຕ້ານ​ ກາຣຄ້າ​ມະນຸ​ສ ຊື່​ງກໍ​ຮວມທັງ ​ກາຣປ້ອງ​ກັນ​ບໍ່​ໃຫ້ ​ເດັກນ້ອຍ ​ແມ່​ຍີ​ງ ຫລື ​ຜູ້​ຊາຍ ​ຖືກ​ຫລອກ​ລວງ ​ອອກ​ຈາກ ຄອບຄົວ ​ໄປ​ສູ່ ​ວົງ​ກາຣ ທີ່​ໄຮ້​ມະນຸ​ສຍະ​ທັມ ​ດັ່ງກ່າວ​ນີ້ ​ແຕ່​ຢ່າງ​ໃດ.

​ໃນ​ຂະນະ​ດຽວ​ກັນນັ້ນ ທາງ​ກອງ​ປະຊຸມ ​ຍັງ​ໄດ້ ​ພິຈາຣະນາ ​ທາງ​ດ້ານ ​ໃຫ້​ຄວາມ​ຄຸ້ມ​ຄອງ ​ຜູ້​ທີ່​ໄດ້​ຮັບ​ຄວາມ​ເສັຽຫາຍ​ ​ໂດຽອາສັຍ​ ຫລັກ​ອະນຸ​ສັນ​ຍາ ​ທາງ​ດ້ານ​ສິທທິ ຂອງ​​ແມ່​ຍີ​ງ ​ແລະ ​ເດັກ ນ້ອຍ ຕລອດ​ຮອດ​ກາຣຕິດຕາມ​ ນຳ​ຫາ ​ຜູ້​ກະທຳ​ຜິດ​ ໄປ​ດຳ​ເນີນ​ຄະດີ​ ຕາມ​ກົດໝາຍ ​ຂອງ​ແຕ່ລະ​ ປະ​ເທສຢ່າງ​ເຂັ້ມງວດ.

ພ້ອມ​ດຽວ​ກັນ ​ກໍ​ໃຫ້​ມີ ​ກາຣ​​ສົ່ງ​ເສີມ ​ຝຶກ​ອົບຮົມ ​ເບີ່​ງ​ແຍງ ​ແລະ ​ຈັດ​ໃຫ້​ມີ ​ໂຄງກາຣ ຝຶກ​ແອບ ​ໃຫ້​ຜູ້​ຖືກ​ຫລອກ​ລວງ ​ໄປ​ນັ້ນ​ ກັບ​ຄືນ​ມາ ​ມີ​ວິຊາ​ອາຊີ​ພ ຕ່າງໆ ​ໂດຽອາສັຍ ຄວາມ​ຄວາມ​ມື ​ຈາກ​ທຸກ​ພາຄສ່ວນ ດັ່ງ​ທີ່ ​ທ່ານ​ພິ​ເຊຕພົງ ບຸນ​ງອກ ຫົວໜ້າ​ ສຳນັກງານ ພັທນາ​ ສັງຄົມ​ ປະຈຳ​ ມຸກດາ​ຫາຣ ​ໄດ້​ກ່າວ​ວ່າ:

"​ໃນ​ເວລາ​ດຽວ​ກັນ ​ເຮົາ​ກໍ​ເອົາ​ຂໍ້​ມູລ ຈາກ​ດ່ານ​ ກວດ​ຄົນ​ເຂົ້າ​ເມືອງ ທາງ​ຕຳຣວຈ ທາງ​ເມືອງ ​ທີ່​ເປັນ​ເຄືອ​ຂ່າຍຣາຍງານ ​ຜົລວ່າ ມີ​ເຫ​ຕກາຣ​ເກີດ​ຂື້ນ ​ຢູ່​ເຂ​ຕ​ໃດ ​ເປັນ​ເຫ​ຕກາຣ ທີ່​ເຂົ້າ​ໃນ ​ລັກສນະ​ ກາຣຄ້າ​ມະນຸ​ສ ຫລື​ບໍ? ຖ້າ​ຈັບ​ ຜູ້​ທີ່​ຕ້ອງ​ສົງສັຍ​ນັ້ນ ​ໄດ້ກໍ​ຄວນ ​ທີ່​ຈະ​ສົ່ງ​ໄປ ​ເຂົ້າຮ່ວມ​ ກັບ​ໂຄງກາຣ ທີ່​ວ່າ 'ສະຫະ​ ວິຊາ​ຊີ​ພ' ນັ້ນ"

​ເຖີງຢ່າງ​ໃດ​ກໍ​ຕາມ ທາງ​ໜ່ວຍ​ງານ ​ກ່ຽວຂ້ອງ ​ທັງ​ສອງ​ຝ່າຍ ​ໂດຽສະ​ເພາະ ​ຈາກ​ແຂວງ​ສວັນນະ​ເຂ​ຕ ​ແລະ​ ມຸກດາ​ຫາຣ ດັ່ງກ່າວ ​ແມ່ນ​ໄດ້​ ປະສານ​ງານ ​ແລະ ​ຮ່ວມ​ມື​ກັນ ​ເປັນ​ປະຈຳ ​ໂດຽສະ​ເພາະ ​ແຕ່​ປີ 2004 ຜ່ານ​ມາ​ ພາຍຫລັງ ​ທີ່​ມີ​ກາຣລົງ​ນາມ ​ເພື່ອ​ຄວາມ​ເຂົ້າ​ໃຈ ຣະຫວ່າງ​ກັນ ​ເພື່ອກຳຈັດ ​ແລະ ​ສກັດ​ກັ້ນ ຊື່​ງທາງ​ກາຣ ສປປລາວ ກໍ​ຮັບ​ຮູ້​ວ່າ ​ມີ​ບັນຫາ​ ກາຣຄ້າ​ມະນຸ​ສ ທີ່​​ແພ່ຫລາຍ ​ໃນ​ປັຈຈຸ​ບັນ​ນີ້ ​ນັ້ນ​ເຊັ່ນ​ກັນ.