ຄົນລາວລັກລອບເຂົ້າໄທ ຖືກຈັບໄດ້

ໜ່ວຍຕໍາຣວດ ປາບປາມ ກຸ່ມ ຄ້າມະນຸດ ຂອງໄທ ຈັບຊາວລາວ ເຂົ້າເມືອງ ຜິດກົດໝາຍ ໄດ້ 28 ຄົນ ມີ 10 ຄົນ ອາຍຸ ບໍ່ເຖິງ 18 ປີ.
ມະນີຈັນ
2012.11.12

ໜ່ວຍຕໍາຣວດ ປາບປາມ ການຄ້າມະນຸດ ຂອງໄທ ຈັບຊາວລາວ ລັກລອບ ເຂົ້າເມືອງໄທ ໄດ້ 28 ຄົນ ຊື່ງມີທັງ ຊາຍແລະຍິງ ໃນວັນທີ 10 ພຶສຈິກາ 2012 ຢູ່ແຂວງ ສີສະເກດ ໃນຣົດກະບະ 3 ຄັນ. ໃນນັ້ນມີ ຜູ້ອາຍຸ ບໍ່ຮອດ 18 ປີ 10 ຄົນ. ຕາມຄໍາເວົ້າ ຂອງ ພັນຕໍາຣວດໂທ ວໍຣະວິດ ສີມາພົນ ຮອງຜູ້ ກໍາກັບ ສະຖານີ ຕໍາຣວດ ພູທອນ ເຂດໄພຣບຶງ ແຂວງ ສີສະເກດ:

"ທ່ານວ່າ ຜູ້ຕ້ອງຫາ ຊາວລາວ ທີ່ເປັນຜູ້ໃຫຍ່ ຈໍານວນ 18 ຄົນນັ້ນ ຈະນໍາສົ່ງ ຟ້ອງສານ ໃນຕອນແລງ ຂອງວັນທີ 12 ພຶສຈິກາ ນີ້ ໃນຂໍ້ຫາ ເຂົ້າມາ ຣາຊອານາຈັກ ໂດຍບໍ່ໄດ້ຮັບ ອະນຸຍາດ ຊຶ່ງຈະມີ ການກໍານົດ ຄ່າປັບໃໝ ກ່ອນທີ່ ຈະສົ່ງກັບຄືນ ປະເທດລາວ ຜູ້ບໍ່ມີເງິນ ເສັຽຄ່າ ປັບໃໝ ກໍຈະຖືກ ກັກຂັງ ແທນ. ສໍາລັບ ຜູ້ອາຍຸ ບໍ່ເຖິງ 18 ປີ ຈະຖືກ ສົ່ງກັບຄືນ ປະເທດລາວ ເລີຍ ຜ່ານດ່ານ ຕໍາຣວດ ກວດຄົນເຂົ້າເມືອງ ພິບູນ ມັງສາຫານ ແຂວງອຸບົນ". ທ່ານກ່າວ ຕໍ່ໄປວ່າ:

"ຈາກການ ສອບປາກຄໍາ ຄົນງານລາວ ຈຸນີ້ມາຈາກ ແຂວງ ຈໍາປາສັກ ທັງໝົດ 28 ຄົນ ໂດຍມີ ຈຸດມຸ້ງໝາຍ ໄປເຮັດວຽກ ງານກໍ່ສ້າງ ຢູ່ໃນ ບາງກອກ ແລະ ເຂດແຂວງ ປະທຸມທານີ ທີ່ໃກ້ຄຽງ".

ການຈັບຄັ້ງນີ້ ຖືເປັນ ຄັ້ງໃຫຍ່ ຊຶ່ງບໍ່ຄ່ອຍມີ ເພາະການຈັບ ທີ່ຜ່ານມາ ສ່ວນຫລາຍແລ້ວ ຈະຈັບໄດ້ ເທື່ອລະ 3-4 ຄົນ ເທົ່ານັ້ນ. ສໍາລັບ ຄົນໄທ 3 ຄົນ ທີ່ເປັນ ເຈົ້າຂອງຣົດ ເປັນຄົນ ເຂດອຸບົນ ຖືກຕັ້ງຂໍ້ຫາ ຮ່ວມກັນ ນໍາພາ ຄົນຕ່າງດ້າວ ເຂົ້າມາ ຣາຊອານາຈັກ. ແຕ່ໃນເບື້ອງ ຕົ້ນນີ້ ບໍ່ຮູ້ແນ່ນອນ ເທື່ອວ່າ ທັງສາມ ກ່ຽວຂ້ອງ ກັບ ຂະບວນການ ຄ້າມະນຸດ ຫລືບໍ່ ຮູ້ແຕ່ວ່າ ເປັນເຈົ້າຂອງ ຣົດ ນໍາພາໄປ ໄດ້ຮັບຄ່າຈ້າງ ຈາກຄົນງານ ລາວ ຄົນລະ 1500 ບາດ ຫາ 2000 ບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.