ຕໍາຣວດບຸກຄົ້ນຮ້ານ ກິນດື່ມໃນກຣະບີ່

ຜູ້ຍິງລາວ 11 ຄົນ ຖືກຈັບ ເມື່ອຕໍາຣວດ ບຸກເຂົ້າ ກວດຄົ້ນ ຮ້ານກາຣາໂອເກ ສອງແຫ່ງ ໃນພາກໃຕ້ ຂອງໄທ.
ໂພໄຊສວັດ
2012.09.10

ເຈົ້າໜ້າທີ່ ຕໍາຣວດກວດຄົນ ເຂົ້າເມືອງ ແຂວງກະບີ່ ພາກໃຕ້ຂອງໄທ ໄດ້ແຍກອອກເປັນສອງຂະບວນ ບຸກເຂົ້າກວດຄົ້ນ ຮ້ານບັນເທີງ ກິນດື່ມ ກາຣາໂອເກ ພາຍຫລັງທີ່ມີ ຜູ້ມາແຈ້ງວ່າ ມີຄົນຕ່າງປະເທດ ລັກເຂົ້າມາເຮັດວຽກ ແບບຜິດກົດໝາຍ ໃນຮ້ານ ກາຣາໂອເກ ດັ່ງກ່າວນັ້ນ. ອີງຕາມອົງການ ຂ່າວທ້ອງຖິ່ນ ສຽງໃຕ້ ພູເກັດ.

ໃນຮ້ານ ກາຣາໂອເກ ບາຍໃຈ ເຈົ້າໜ້າທີ່ຈັບ ແມ່ຍິງລາວ ທີ່ເຮັດວຽກ ບໍຣິການ ເສີບເຄື່ອງດື່ມໄດ້ 8 ຄົນ ມີ 2 ຄົນ ອາຍຸຕໍ່າກວ່າ 18 ປີ. ສ່ວນຢູ່ຮ້ານ ກາຣາໂອເກ ເພື່ອນໃຈ ເຈົ້າໜ້າທີ່ກໍຈັບ ແມ່ຍິງລາວ ທີ່ເຮັດວຽກ ແບບຜິດກົດໝາຍໄດ້ 3 ຄົນ ແລະ ເຈົ້າຂອງຮ້ານ ກາຣາໂອເກ ທັງສອງຮ້ານ ໄດ້ຫລົບໜີໄປ.

ອີງຕາມ ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ແມ່ຍິງລາວ ທັງ 11 ຄົນ ຮັບສາຣະພາບ ວ່າ ໄດ້ເຂົ້າປະເທດໄທ ໃນນາມ ນັກທ່ອງທ່ຽວ ແລະເຮັດວຽກ ແບບບໍ່ມີ ອານຸຍາດ ໃນຮ້ານ ກາຣາໂອເກ ດັ່ງກ່າວນັ້ນມາໄດ້ ເດືອນກວ່າໆແລ້ວ ໄດ້ຄ່າຈ້າງຄືນນຶ່ງ 100 ຫາ 200 ບາດ.

ແມ່ຍິງລາວ ທີ່ມີອາຍຸກາຍ 18 ປີ ຖືກຕັ້ງຂໍ້ຫາ ເຮັດວຽກການໂດຍບໍ່ມີໃບອະນຸຍາດ ແລະລໍຖ້າການເນລະເທດ, ສ່ວນແມ່ຍິງນ້ອຍອາຍຸບໍ່ຮອດ 18 ປີ ຖືກສົ່ງໄປຫ້ອງການ ພັທນາສັງຄົມ ແລະ ຄວາມປອດພັຍຂອງມະນູສ ແຂວງກະບີ່ ເພື່ອໃຫ້ຄຸ້ມຄອງ ຈົນຮອດມື້ສົ່ງກັບ ສປປລາວ.

ສ່ວນເຈົ້າຂອງ ຮ້ານບັນເທີງ ກິນດື່ມ ກາຣາໂອເກ ທັງສອງ ຖືກຕັ້ງຄະດີ ຂໍ້ຫາ ຄ້າມະນຸສ ແລະຈ້າງຄົນງານ ຕ່າງດ້າວທີ່ບໍ່ມີ ໃບອະນຸຍາດ ເຮັດວຽກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.