ແມ່ຍິງລາວຖືກປະກັນ ໂຕແຕ່ລໍຖ້າຂື້ນສານ
2012.09.11
ແມ່ຍິງລາວ ຈໍານວນ 11 ຄົນ ທີ່ເຄີຍເຣັດວຽກ ໃນຮ້ານກາຣາໂອເກ໋ 2 ແຫ່ງ ໃນເມືອງຄອງທ້ອມ ແຂວງກຣະບີ່ ຂອງໄທ ຖືກເຈົ້າໜ້າທີ່ ຈັບຂັງ ໃນຂໍ້ຫາເຮັດວຽກ ໃນໄທ ໂດຍບໍ່ມີ ໃບອະນຸຍາດ ແລະ ໃນຂໍ້ຫາ ຄ້າປະເວນີ ເມື່ອວັນທີ 7 ກັນຍາ 2012. ໃນນັ້ນ 9 ຄົນ ອາຍຸເກີນ 18 ປີ ແລະ ຖືກປະກັນໂຕ ຈາກສະຖານີ ຕໍາຣວດແລ້ວ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ເມືອງຄອງທ້ອມ ແຂວງກຣະບີ່:
ທ່ານວ່າ "ຄົນທີ່ມີບັດ ການດໍາເນີນຄະດີ ກໍຄືຂໍ້ຫາ ເຮັດວຽກ ໂດຍບໍ່ໄດ້ຣັບ ອະນຸຍາດ ແລະມີຜູ້ດູແລ ມາປະກັນຕົວ ເຂົາໄປ ບໍ່ແນ່ໃຈວ່າ ຈະໄປຢູ່ໃສ ທາງເຮົາໄດ້ໃຫ້ ປະກັນຕົວ ແຕ່່ວ່າໃຫ້ກັບມາ ໃນຊ່ວງດໍາເນີນຄະດີ".
ເຈົ້າໜ້າທີ່ ກ່າວຕໍ່ໄປວ່າ ມີຄວາມເປັນໄປໄດ້ສູງ ທີ່ວ່າ ແມ່ຍິງລາວຈໍາພວກ ດັ່ງກ່າວ ອາດມີການ ຄ້າປະເວນີ ແອບແຝງ ໃນຮ້ານກາຣາໂອເກ໋ 2 ແຫ່ງນັ້ນ ເພາະເປັນຮ້ານ ທີ່ນັກທ່ອງທ່ຽວຊາວໄທ ຈໍານວນບໍ່ໜ້ອຍ ມັກເຂົ້າ ມາດື່ມ-ມາກິນ ແລະ ກໍບໍ່ມີຂໍ້ມູນວ່າ ແມ່ຍິງລາວ ທີ່ຖືກປະກັນຕົວ ອອກໄປນັ້ນ ຈະກັບໄປເຮັດວຽກ ຢູ່ຮ້ານນັ້ນ ອີກຫລືບໍ່?
ສ່ວນແມ່ຍິງລາວ ອີກ 2 ຄົນ ທີ່ມີອາຍຸຫລຸດ 18 ປີ ທາງເຈົ້າໜ້າທີ່ ບອກວ່າ ໄດ້ສົ່ງໄປຢູ່ຫ້ອງການ ພັທນາສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸດ ໃນແຂວງກຣະບີ່ ເພື່ອ ຟື້ນຟູ ສະພາບຈິດໃຈ ແລະ ລໍຖ້າສົ່ງຕົວ ກັບຄືນ ປະເທດລາວ.
ເຈົ້າໜ້າທີ່ ກ່າວໃນຕອນທ້າຍວ່າ ໃນເມືອງຄອງທ້ອມ ຍັງມີ ຮ້ານກາຣາໂອເກ໋ ອີກຫລາຍຮ້ານ ແຕ່ບໍ່ແນ່ໃຈວ່າ ຈະມີແມ່ຍິງລາວ ຫຼືແມ່ຍິງ ຈາກປະເທດ ເພື່ອບ້ານອື່ນໆ ຂອງໄທ ໄປເຮັດວຽກໃນປ່ອນ ດັ່ງກ່າວຫລືບໍ່.