ແຫຼ່ງຂາຍບໍຣິການ ຂອງຍິງລາວໃນໄທ
2012.07.30

ໃນຣະຫວ່າງ ທີ່ມີ ວີດີໂອ ອອກສາຍ ເພື່ອແຈ້ງກາຣ ແຖລງຂ່າວ ເປີດເຜີຍ ແຫລ່ງຂາຍ ບໍຣິກາຣ ທາງເພສ ຂອງແມ່ຍີງລາວ ຣາຍໃຫຍ່ ໃນປະເທສໄທຽ ໃນມື້ວັນທີ່ 29 ກໍຣະກະດາ ນີ້ນັ້ນ ທ່ານຊູວີດ ກະມົນວິສິດ ສະມາຊິກ ສະພາ ຜູ້ແທນ ຣາສດອນ ຂອງໄທຽ ໃຫ້ກາຣ ຢືນຢັນວ່າ ແຫລ່ງຄ້າ ບໍຣິກາຣ ດັ່ງກ່າວ ຢູ່ໃນແຂວງ ສະເຊີງເຊົາ ທາງພາຄ ຕາເວັນອອກ ຂອງປະເທສ ແລະຄາດວ່າ ໃນນັ້ນ ມີແມ່ຍີງ ຊາວລາວ ອາຍຸ 13-18 ປີ ບໍ່ຕໍ່າກວ່າ 500 ຄົນ:
ທ່ານວ່າ “ກາຣທີ່ຂບວນກາຣ ຄ້າມະນຸສ ມີກາຣຂຍາຍໂຕ ໄດ້ກໍເພາະ ເປັນຍ້ອນ ມີກາຣຮຽກຮັບ ຜົລປະໂຍຊນ໌ ຂອງ ເຈົ້າໜ້າທີ່ ບາງຄົນ ໃນສຳນັກງານ ຕໍາຣວຈ ກວດຄົນ ເຂົ້າເມືອງ ແລະ ເຈົ້າໜ້າທີ່ ຕໍາຣວຈ ທ້ອງຖິ່ນ ໂສເພນີ ເດັກນ້ອຍ ຍີງສາວ ຊາວລາວ ຢູ່ໃນພື້ນທີ່ ແຂວງ ສະເຊີງເຊົາ ມີທັງໝົດ ຫລາຍກວ່າ 500 ຄົນ ແລະ ພົບເຫັນ ຜູ້ມີອາຍຸ ຕໍ່າສຸດ ພຽງແຕ່ 13 ປີ ເທົ່ານັ້ນ ຊຶ່ງສະຖານທີ່ ດັ່ງກ່າວ ເປັນອາຄາຣ ຊັ້ນດຽວ ທີ່ຈັດເປັນ ຮ້ານ ຄາຣາໂອເກະ ແລະ ຮ້ານອາຫາຣ ເພື່ອບັງໜ້າ”.
ພ້ອມດຽວກັນນັ້ນ ທ່ານກໍວ່າ ສະຖານທີ່ ກາຣຄ້າ ບໍຣິກາຣ ທາງເພສ ໃນເຂຕເມືອງ ສະເຊີງເຊົາ ແຂວງ ສະເຊີງເຊົາ ມີທັງໝົດກວ່າ 50 ຮ້ານ ແລະ ແຕ່ລະຮ້ານ ກໍຈະມີ ເດັກນ້ອຍ ຍີງສາວລາວ ກວ່າ 30 ຄົນ ຊຶ່ງແຕ່ລະຄົນ ກໍມີພາສປອຕສ໌ ຂອງ ປະເທສລາວ ອອກໃຫ້ ແລະ ກໍເດີນທາງ ຈາກ ນະຄອນຫລວງ ວຽງຈັນ ແລະ ແຂວງ ຫຼວງພຣະບາງ ເຂົ້າປະເທສໄທຽ ຢ່າງຖືກຕ້ອງ ຕາມກົດໝາຍ ໃນນາມເປັນ ນັກທ່ອງທ່ຽວ ແລະ ສາມາຕຢູ່ ປະເທສໄທຽ ໄດ້ເຖີງ 30 ມື້ ຊຶ່ງທ່ານກໍມີ ຄວາມເປັນຫ່ວງ ແລະ ຢາກໃຫ້ ທາງເຈົ້າໜ້າທີ່ ທັງ 2 ປະເທສ ຊ່ວຍກັນ ແກ້ໄຂ.
ກ່ຽວກັບເຣື່ອງນີ້ ທາງ ເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງ ກະຊວງປ້ອງກັນ ຄວາມສງົບ ເພື່ອ ຂໍຣາຍຣະອຽດ ແລະ ຂໍ້ມູລເພີ່ມເຕີມ ແຕ່ກໍໄດ້ ຮັບກາຣ ປະຕິເສດ ແລະໃນຂນະ ດຽວກັນ ທາງເຈົ້າໜ້າທີ່ ຫ້ອງກາຣ ຜູ້ຊ່ຽວຊານ ດ້ານກາຣ ຄ້າມະນຸສ ແລະ ແມ່ຍີງ ໃນປະເທສລາວ ກໍໃຫ້ກາຣ ອະທິບາຍ ກ່ຽວກັບວິທີ ຂອງ ຂບວນກາຣ ຄ້າມະນຸສ ໃນລາວ ວ່າ:
“ຍ້ອນຄວາມຮູ້ຈັກ ຍ້ອນປາກ ຕໍ່ປາກເນາະ ຄົນຕໍ່ຄົນ ຂ້ອຍເຊື່ອເຈົ້າ ເຈົ້າເຊື່ອຂ້ອຍ ຈຶ່ງເຮັດໃຫ້ ຄົນນັ້ນ ຄິດງ່າຍ ໃນກາຮທີ່ຈະໄປ ນຳເຂົາ ໂດຽທີ່ບໍ່ໄດ້ ຄົ້ນເບີ່ງວ່າ ກາຣໄປນັ້ນ ມີຈິງແທ້ບໍ ບໍ່ເອີ້ນວ່າ ຫາເອີ້ນວ່າ ຫາວິທີທາງ ເອົາຕົວລອດ ບໍ່ຮູ້ຈັກ ຂໍ້ມູລ ກ່ອນທີ່ຈະໄປວ່າ ຖ້າໄປຣອດແລ້ວ ເຈິສະຖານະກາຣ ແບບໃດ ສ່ວນຫລາຍ ເພາະເປັນເດັກນ້ອຍເດ໋ ພໍເອົາເດັກນ້ອຍໄປ ເຂົາກໍບໍ່ເຄີຽ ໄປໄທຽ ຈັກເທື່ອ ຖ້າໄປຣອດພຸ້ນແລ້ວ ກໍຕ້ອງເຊື່ອຟັງ ຜູ້ທີ່ພາໄປ ທຸກຢ່າງ ຈົນກວ່າສຸດທ້າຍ ກໍຄືໜີໄດ້ ພຍາຍາມຫາ ຂໍຄວາມ ຊ່ວຍເຫລືອ ຈາກຄົນນອກ ເພື່ອໃຫ້ ທາງກາຣຕໍາຣວຈ ທາງໄທຍ ເຂົ້າໄປຊ່ວຍເຫລືອ ຕ່າງໆ”
ພ້ອມດຽວກັນນີ້ ຍານາງກໍວ່າ ຜູ້ທີ່ຈະຂ້າມໄປ ເຮັດວຽກ ໃນປະເທສໄທຽ ກໍຄວນປະກອບ ເອກກະສາຣ ຢ່າງຖືກຕ້ອງ ຕາມກົດໝາຍ ແລະ ຄວນເດີນທາງ ໄປກັບຄົນທີ່ ເຊື່ອຖື ໄດ້ ຫລືສຶກສາ ຂໍ້ມູລ ໃຫ້ດີເສັຍກ່ອນ ເພື່ອຫລີກເວັ້ນ ກາຣຕົກເປັນເຫຍື່ອ ຂອງຂບວນ ກາຣຄ້າມະນຸສ.