ທາງການລາວ ເຕືອນປະຊາຊົນ ໃຫ້ຣະວັງ ພວກຄ້າມະນຸສ

ຫນ່ວຍງານລຶບລ້າງ ການຈໍາແນກຜູ້ຍິງ ທຸກຮູບແບບ ເຕືອນປະຊາຊົນ ບໍ່ໃຫ້ຂະບວນ ການຄ້າມະນຸດ ຕົວະຍົວະຫລອກລວງໄດ້.
ສົມເນ
2009.10.28

ຫນ່ວຍງານລຶບລ້າງ ການຈໍາແນກຜູ້ຍິງ ທຸກຮູບແບບ ປ່າວເຕືອນປະຊາຊົນ ໃຫ້ມີຄວາມ ລະມັດລະວັງ ຢ້ານວ່າຈະຖືກ ຂະບວນ ການຄ້າມະນຸດ ຫລອກລວງເອົາໄປ ຂາຍເປັນແຮງງານ ໃນປະເທດໄທ ໂດຍຈັດຕັ້ງການ ໂຄສະນາ ໃຫ້ປະຊາຊົນ ເຂົ້າໃຈເຖິງເລ້ຫລ່ຽມ ຂອງແກັງຄ້າມະນຸດ ແລະ ແນະນໍາປະຊາຊົນ ທີ່ມີຈຸດປະສົງ ຈະໄປເຮັດວຽກ ຢູ່ໃນປະເທດໄທ ນັ້ນຕ້ອງພຍາຍາມ ໄປແບບຖືກ ຕ້ອງຕາມກົດໝາຍ ດັ່ງເຈົ້າໜ້າທີ່ ທ່ານນຶ່ງຂອງອົງກອນ ໄດ້ກ່າວ:

"ເຮົາກໍມີຫລາຍໆ ໂຄງການຫລາຍ ພາກສ່ວນຊ່ວຍກັນ ເຣື້ອງການໃຫ້ຂໍ້ມູນ ຂ່າວສານ ວ່າໄປແລ້ວສີ່ ມີບັນຫາຈັ່ງໃດ ຫລືວ່າໄປຕ້ອງ ໄປແບບຖືກຕ້ອງ ເຮັດໜັງສື ຜ່ານແດນຄັກແນ່ ເຮັດພາສປອດ ບໍ່ແມ່ນວ່າໄປ ໂດຍທີ່ຖືກ ຕົວະຍົ້ວະໄປ.

ຊາວລາວທີ່ມັກໄປ ຫາເຮັດວຽກຢູ່ ໃນປະເທດໄທ ນັ້ນ ຈະເປັນເດັກນ້ອຍ ແລະຜູ້ຍິງ ຍ້ອນວ່າຢູ່ລາວ ບໍ່ມີວຽກເຮັດງານທໍາ ຢູ່ໃນເຂດສອກຫລີກ ຫ່າງໄກ       ຜູ້ຍິງບາງສ່ວນ ຍັງຂາດເຂີນການ ສຶກສາ ຂາດເຂີນຄວາມສະຫລາດ ຫລັກແຫລມ ຈຶ່ງຖືກຫລອກລວງໄປ. ສາເຫດສໍາຄັນ ອີກອັນນຶ່ງ ແມ່ນຍ້ອນຄວາມ ຍາກຈົນ ຊາວລາວຈຶ່ງດີ້ນລົນ ອອກໄປຫາເຮັດວຽກ ຢູ່ປະເທດໄທ ເພື່ອຫາເງິນມາລ້ຽງ ຕົນເອງ ແລະຄອບຄົວ. ທ່ານວ່າ ແກັງຄ້າມະນຸດ ມັກຈະຫລອກລວງ ເອົາປະຊາຊົນ ຢູ່ໃນເຂດຊາຍແດນ ທີ່ຕິດຕໍ່ກັບ ປະເທດໄທ ດັ່ງທ່ານໄດ້ ອະທິບາຍວ່າ:

"ມັນຈະມີ ນາຍໜ້າເນາະ ແມ່ນຢູ່ເຂດຊາຍແດນ ທີ່ຕິດຕໍ່ກັບ ປະເທດໄທ ໂດຍສະເພາະຢູ່ ເຂດສວັນນະເຂດ ຈະມີພວກ ບັນດານາຍໜ້າ ເຂົ້າໄປແລ້ວ ໄປບອກວ່າ ເຈົ້າໄປແລ້ວ ເຈົ້າຈະໄດ້ ເງິນເທົ່ານີ້ໆ ບາງເທື່ອໄປແລ້ວ ເຈົ້າຈະບໍ່ໄດ້ຫຍັງ ກັບມາ ບາງຄົນ ທີ່ເຂົາລອດກັບມາ ເຂົາມາເລົ່າ ໃຫ້ຟັງ"

ແກັງຄ້າມະນຸດ ມັກຈະເລັງໃສ່ ຫລອກເອົາເດັກນ້ອຍ ຜູ້ຍິງແລະຜູ້ຊາຍ ເພາະວ່າເປັນຄົນ ຫູເບົາໃຈງ່າຍ ທັງບໍ່ຮູ້ຈັກ ວີທີປ້ອງກັນ ຕົວອີກ. ຄົນທີ່ີມາຕົວະຍົວະ ເອົາໄປນັ້ນ ກໍເປັນນາຍໜ້າ ທີ່ຮູ້ຈັກກັນ ເປັນຍາຕິພີ່ນ້ອງ ກັນເອງ ແຕ່ຍ້ອນເຫັນແກ່ເງິນ ຄ່າຈ້າງ ຈຶ່ງຫລອກລວງ ຜູ້ອື່ນໄປຂາຍຕໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.