ເດັກນ້ອຍລາວຕົກເປັນທາດ ທາງເພສຍ້ອນກົດໝາຍອ່ອນ

ເຈົ້າໜ້າທີ່ ກ່ຽວຂ້ອງວ່າ ຊາວຕ່າງຊາຕ ໃຊ້ ບໍຣິກາຣ ທາງເພສ ເດັກນ້ອຍລາວ ຫລາຍຂຶ້ນ ຍ້ອນກົດໝາຍ ບໍ່ເຄັ່ງຄັດ.
ຫວາດ ສີມູນ
2012.08.02
F-Lao-Girls3 ສະຖານທີ່ ທ່ອງທ່ຽວ ຂອງຄົນກາງຄືນ ໃນນະຄອນຫຼວງ ວຽງຈັນ ບ່ອນເດັກນ້ອຍ ຜູ້ຍິງລາວ ຈາກຊົນນະບົດ ຫຼືຈາກທຸກແຫ່ງຫົນ ເຂົ້າມາຂາຍໂຕ ບໍຣິການທາງເພສ.
RFA

ເຈົ້າໜ້າທີ່ ກຳກັບ ດ້ານວຽກງານ ຕ້ານ ກາຣຄ້າມະນຸສ ໃນລາວ ຍອມຮັບວ່າ ປັຈຈຸບັນນີ້ ມີຂໍ້ມູລທີ່ ວ່າມີຊາວຕ່າງຊາຕ ເຂົ້າມາຊື້ ບໍຣິກາຣ ທາງເພສ ຈາກເດັກນ້ອຍ ແມ່ຍີງລາວ ທີ່ມີອາຍຸ ຕໍ່າກວ່າ 18 ປີ ຫລາຍຂຶ້ນ ຍ້ອນກົດໝາຍ ບໍ່ເຂັ້ມແຂງ ແລະ ກາຣບັງຄັບໃຊ້ ກົດໝາຍ ປາບປາມ ກາຣຄ້າມະນຸສ ກໍບໍ່ເຄັ່ງຄັດ ເຮັດໃຫ້ມີ ຜູ້ສວຍໂອກາສ ຫລາຍຂຶ້ນ ຊຶ່ງກໍຮວມທັງ ນັກລົງທຶນ ທຸຣະກິຈກາຣຄ້າ ແລະ ນັກທ່ອງທ່ຽວ ແຕ່ອາຍຸ 40 ປີ ຂຶ້ນໄປ:

“ຜ່ານມາ ເຄີຍມີເນາະ ພວກຈີນ ວຽຕນາມ ໄທຽ ແລະ ກໍມີເກົາຫລີໃຕ້ ຈະມີຄົນບໍ່ດີແດ່ ຊື້ບໍຣິກາຣ ທາງເພສເດັກນ້ອຍ ແທ້ມີ ເນື່ອງຈາກວ່າ ກົດໝາຍ ຂອງລາວ ຍັງໃໝ່ ແລະ ກົດໝາຍ ກໍມີໜ້ອຍ ກາຣນຳໃຊ້ ກໍຍັງບໍ່ເຂັ້ມແຂງ”.

ພ້ອມດຽວກັນ ທ່ານກໍວ່າ ບັນດາ ເດັກນ້ອຍແມ່ຍີງລາວ ທີ່ມາຂາຍ ບໍຣິກາຣ ທາງເພສ ໃຫ້ຊາວຕ່າງຊາຕ ຍ້ອນສາເຫຕ ຫລາຍຢ່າງເຊັ່ນ: ມາດ້ວຍຄວາມ ສະມັກໃຈ ຖືກຕົວະຍົວະ ຫລອກລວງມາ ແລະ ບາງສ່ວນ ກໍຖືກບັງຄັບ ໂດຽສະເພາະ ຢູ່ພື້ນທີ່ ເຂຕເສຖກິຈ ທີ່ທາງຣັຖບາລ ສປປລາວ ອະນຸຍາຕ ໃຫ້ຊາວຕ່າງດ້າວ ສັມປະທານ ໂດຽທີ່ບໍ່ໄດ້ ຄຳນຶງເຖີງ ຜົລກະທົບ ຕໍ່ສັງຄົມ ແລະ ວັທນາທັມ ອັນດີງາມຂອງລາວ ທີ່ເຄີຍມີມາ ແຕ່ຢ່າງໃດ. ກ່ຽວກັບບັນຫານີ້ ຫລາຍພາກສ່ວນ ກ່ຽວຂ້ອງ ເຫັນວ່າ ຄວນຈະຫາທາງ ປ້ອງກັນ ຢ່າງຈິງຈັງ. ດັ່ງເຈົ້າໜ້າທີ່ລາວ ໄດ້ເນັ້ນອີກວ່າ:

“ເອົາວຽກ ໂຄສະນາໂຕນີ້ ເຂົ້າຢູ່ໃນ ອົງກາຣທ່ອງທ່ຽວ ຂອງລາວ ມີກາຣໂຄສະນາ ພວກໂຮງແຮມ ພວກບໍຣິກາຣ ຕ່າງໆ ໃຫ້ຮູ້ກ່ຽວກັບ ເຣື່ອງນີ້”.

ຢ່າງໃດກໍຕາມ ຫວ່າງມໍ່ໆມານີ້ ທາງເຈົ້າໜ້າທີ່ ອົງກາຣ ປົກປ້ອງສິທທິ ແລະ ເສຣີພາບ ຂອງເດັກນ້ອຍ ກໍຍອມຮັບວ່າ ເຖີງຈະມີກາຣ ວາງມາຕກາຣ ເພື່ອປ້ອງກັນ ກໍຕາມ ແຕ່ກໍຄົງຍັງມີ ກາຣລັກລອບ ເກີດຂຶ້ນໄດ້ ຊຶ່ງເປັນບັນຫາ ທີ່ແກ້ໄຂໄດ້ຍາກ ແລະ ໂດຽສະເພາະ ທີ່ຍັງຂາດ ເຄືອຂ່າຍ ໃນກາຣໃຫ້ ຄວາມຊ່ວຍເຫລືອ ບັນດາ ເດັກນ້ອຍ ດັ່ງກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.