ອໍານາດມືດໜູນຫລັງ ກຸ່ມຄ້າມະນຸດ
2011.05.19

ກົດຟັງສຽງ
ມູລນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ແຮງງານ ຫລື LPN ໃນປະເທສໄທຽ ຣາຍງານວ່າ ສາເຫຕ ສຳຄັນ ອັນນື່ງ ທີ່ ຂະບວນກາຣ ຄ້າມະນຸສ ສາມາຖ ລັກລອບ ນຳເອົາ ແມ່ຍິງລາວ ໄປເຮັດວຽກ ບໍຣິກາຣ ທາງເພສ ຢູ່ໃນ ປະເທສໄທຽ ໄດ້ນັ້ນ ກໍຍ້ອນວ່າ ມີກຸ່ມ ຜູ້ມີ ອຳນາຈ ຢູ່ເບື້ອງຫລັງ ທັ້ງຢູ່ໃນ ສປປລາວ ແລະ ໃນ ປະເທສ ໄທຽ ໃຫ້ກາຣ ສນັບສນູນ ຕລອດມາ ໂດຽບໍ່ຢ້ານ ຕໍ່ກົດໝາຍ ແຕ່ຢ່າງໃດ. ດັ່ງເຈົ້າໜ້າທີ່ ຣະດັບສູງ ທ່ານນື່ງ ໄດ້ກ່າວວ່າ:
“ພວກນາຍໜ້າ ຄ້າມະສຸສ ເຂົາກໍຕ້ອງມີ ເສັ້ນສາຍ ເພື່ອບໍ່ໃຫ້ເກີດ ມີບັນຫາ ໃນຣະຫວ່າງ ກາຣເດີນທາງ ໂດຽຈະມີ ເຈົ້າໜ້າທີ່ ຕຳຣວຈ ເປັນຜູ້ເບີກ ທາງໃຫ້ ຫລືບໍ່ ກໍຕ້ອງ ມີກາຣ ຫລົບຫລີກ ໄປທາງອື່ນ ເພື່ອບໍ່ໃຫ້ ຈັບໄດ້".
ພ້ອມດຽວ ກັນນີ້ ທ່ານກໍວ່າ ຂະບວນກາຣ ຄ້າມະນຸສ ດັ່ງກ່າວ ນີ້ຈະມີ ກາຣຕິດຕໍ່ ກັບຜູ້ ມີອຳນາຈ ຢູ່ເບື້ອງຫລັງ ໃຫ້ຫາເສັ້ນທາງ ທີ່ປອດພັຍ ໃຫ້ຫລືຊ່ວຍ ແນະນຳ ໃຫ້ເດີນທາງ ໄປຕາມ ເສັ້ນທາງ ທີ່ວ່າທາງ ເຈົ້າໜ້າທີ່ ຕຳຣວຈ ບໍ່ສາມາຖ ໄປເຖິງໄດ້. ບາງຄັ້ງ ກໍໃຫ້ ພັກເຊົາ ຢູ່ຕາມບ່ອນ ທີ່ເຫັນວ່າ ປອດພັຍ ຖ້າຫາກມີ ເຈົ້າໜ້າທີ່ ຊອກຕິດຕາມ ນໍາຈັບ.
ປັຈຈຸບັນ ທາງໜ່ວຍງານ ທີ່ດຳເນີນ ກາຣຕໍ່ຕ້ານ ກາຣຄ້າມະນຸສ ໃນໄທຽ ກຳລັງ ປະສານງານ ກັບທາງ ເຈົ້າໜ້າທີ່ ກ່ຽວຂ້ອງ ໃນເມືອງລາວ ເພື່ອໃຫ້ ຮ່ວມມື ຊອກຫາ ພຍານ ຫລັກຖານ ຕິດຕາມ ຊອກຫາ ຜູ້ຢູ່ ເບື້ອງຫລັງ ມາດຳເນີນ ຄະດີ ຕາມກົດໝາຍ ໃຫ້ໄດ້.
ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ໄທຽ ທີ່ໃຫ້ຂໍ້ມູລ ກ່ຽວກັບ ເຣື່ອງນີ້ ໄດ້ແຈ້ງ ເພີ້ມວ່າ ກຸ່ມຄົນຜູ້ ຢູ່ເບື້ອງຫລັງ ມີກາຣ ປະຕິບັຕກັນ ເປັນຂະບວນ ໂດຽມີນາຍໜ້າ ຢູ່ທາງ ປະເທສລາວ ຫລາຍໆຄົນ ຈະເປັນຜູ້ ຕິດຕໍ່ ຊັກຊວນ ລໍ້ລວງ ຜູ້ຍິງສາວ ຊາວລາວ ຜູ້ທີ່ມີ ຮູບຮ່າງ ໜ້າຕາດີ ໂດຽອ້າງວ່າ ຈະຫາວຽກງານ ໃຫ້ ເຊັ່ນວ່າໄປ ເຮັດຢູ່ຕາມ ຮ້ານອາຫາຣ ຫລືເປັນຄົນໃຊ້ ຢູ່ຕາມ ບ້ານເຮືອນ ຄົນຮັ່ງມີ ແຕ່ໃນເມື່ອ ໄປເຖິງ ປະເທສໄທຽ ແລ້ວ ສ່ວນຫລາຍ ກໍຖືກ ບັງຄັບ ໃຫ້ຂາຍ ບໍຣິກາຣ ທາງເພສ.