ຍິງລາວ ໄປຈີນ ແຕ່ງງານ ອອກແຮງງານ ສຸດທ້າຍ ຄ້າປະເວນີ

ແມ່ຍິງລາວ ທີ່ຖືກຫລອກລວງ ໄປເຮັດວຽກ ຢູ່ຈີນ ໄດ້ຖືກບັງຄັບ ໃຫ້ແຕ່ງງານກັບ ຄົນຈີນ ແລ້ວກໍຖືກບັງຄັບ ໃຫ້ຄ້າປະເວນີ.
ຈຳປາທອງ
2009.06.18

ແມ່ຍິງແລະ ເດັກນ້ອຍລາວ ທີ່ຖືກຫລອກລວງ ໄປຄ້າປະເວນີ ຢູ່ປະເທດຈີນ ນັ້ນສ່ວນຫລາຍແລ້ວ ແມ່ນຄົນລາວທີ່ ຮູ້ຈັກກັນກັບ ຜູ້ເຄາະຮ້າຍ ຫລືຄອບຄົວຂອງ ຜູ້ເຄາະຮ້າຍ ນັ້ນເປັນນາຍໜ້າ ໂດຍອ້າງເຖິງເງິນ ຄ່າຈ້າງເປັນສິ່ງ ລໍ້ລວງ ແຕ່ຫາກບໍ່ແມ່ນ ເກີດຂື້ນຈາກຄວາມ ຕ້ອງການຂອງພວກ ເຂົາເຈົ້າ ດັ່ງເຈົ້າໜ້າທີ່ ໜ່ວຍງານ ຕ້ານ ການຄ້າມະນຸດ ກອງບັນຊາການ ປກສ ແຂວງຫລວງນ້ຳທາ ໄດ້ກ່າວວ່າ:

"ແຕ່ວ່າມີຄົນລາວ ເປັນຕົວຫລອກລວງ ແລະສົ່ງໄປ ປະເທດຈີນ ໄປເປັນ ເມັຍເຂົາເຈົ້າ ທຳອິດຕໍ່ມາ ແລະຖືວ່າເຂົາເຈົ້າ ເອົາໄປຂາຍຕໍ່ ກໍມີລັກສະນະ ເປັນແບບບຸກຄົນ ເຂົາເຈົ້າ ກໍມີແຕ່ວ່າ ຕົວະວ່າ ໄປນຳຂ້ອຍ ໄປເຮັດ ອັນນີ້ອັນນັ້ນ ແຕ່ວ່າສຸດທ້າຍ ມັນບໍ່ແມ່ນຄື ຄວາມເວົ້າຂອງ ເຂົາເຈົ້າ."

ທ່ານວ່າມີ ແມ່ຍິງຫລາຍຄົນ ທີ່ຕິດຕໍ່ກັບ ນາຍໜ້າສົ່ງຄົນ ໄປເຮັດວຽກຕ່າງ ປະເທດ ແບບບໍ່ມີການ ໄປລົງທະບຽນ ກັບກະຊວງ ແຮງງານ. ແຕ່ເມື່ອໄປເຖິງ ຕ່າງປະ ເທດແລ້ວ ສະພາບບໍ່ເປັນ ໄປຕາມທີ່ ນາຍໜ້າບອກເລົ່າ ຫລາຍຄົນຖືກ ບັງຄັບໃຫ້ຄ້າ ປະເວນີ ແລະຫາຍສາບສູນ ໄປແບບບໍ່ມີ ຂ່າວຄາວ ເຮັດໃຫ້ຄອບຄົວ ເປັນ ຫ່ວງ ແລະຈຳເປັນຕ້ອງ ແຈ້ງຄວາມຕໍ່ເຈົ້າ ໜ້າທີ່ຕຳຣວດ ເພື່ອໃຫ້ຊ່ວຍ ສຶບຫາ. ກ່ຽວກັບເລື້ອງນີ້ ທ່ານກໍວ່າ:

"ກໍມີແຕ່ວ່າ ແກ້ແທ້ ແລະກໍມາຮອດ ພີ້ແລ້ວ ສະເພາະເບື້ອງ ຜູ້ເຄາະຮ້າຍ ແລະກໍສົ່ງໃຫ້ ພໍ່ແມ່ເຂົາເຈົ້າ ມາຮັບເອົາ. ພາກສ່ວນ ທີ່ຖືກຈັບ ພວກເຮົາກໍໄດ້ ນຳມາດຳ ເນີນຄະດີຕາມ ຣະບຽບກົດໝາຍ."

ພ້ອມກັນນັ້ນ ທ່ານຍັງໄດ້ເວົ້າ ໃຫ້ຮູ້ຕື່ມອີກວ່າ ສະພາບ ການຄ້າມະນຸດ ຢູ່ ສປປລາວ ນັ້ນຖືວ່າຢູ່ ໃນຂັ້ນຮຸນແຮງ ຣະດັບທຳອິດ ທີ່ທາງຣັຖບານ ຕ້ອງເອົາໃຈໃສ່ ໃຫ້ ການສຶກສາ ແກ່ແມ່ຍິງ ແລະເດັກນ້ອຍ ໂດຍສະເພາະແມ່ນ ຢູ່ໃນແຂວງ ຊາຍແດນ ແລະຄວນດຳເນີນ ການຢ່າງເຂັ້ມງວດ ຈິງຈັງກວ່າທີ່ ເປັນຢູ່ໃນ ປັດຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.