ຢາເສພຕິດຢູ່ບໍ່ແກ້ວ ສາມຫລ່ຽມຄໍາ
2012.07.10
ເຣື່ອງຂອງນັກ ຄ້າຢາເສພຕິດ ໃນເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ບໍ່ແມ່ນ ຂ່າວລື ອີກຕໍ່ໄປແລ້ວ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ເປີດເຜີຍ ຂໍ້ມູນຜ່ານ ວິທຍຸເອເຊັຽເສຣີ ໃນວັນທີ 9 ກໍຣະກະດາ ນີ້ວ່າ ປັດຈຸບັນ ມີພວກຄ້າ ຢາເສພຕິດ ທັງຄົນລາວ ແລະ ຕ່າງປະ ເທດ ທີ່ເຂົ້າມາ ເຄື່ອນໃຫວ ຢູ່ໃນເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ໃກ້ກັບ ໂຮງກາຊີໂນ ຄິງໂຣມັນ ແລະ ໄດ້ພົບຂໍ້ມູນ ແລ້ວ ສ່ວນນຶ່ງ. ເຈົ້າໜ້າທີ່ ແຂວງບໍ່ແກ້ວ ທີ່ບໍ່ປະ ສົງ ອອກຊື່ ເວົ້າວ່າ:
"ມັນກະມີ ມັນຫລິ້ນເປັນ ເຄືອຂ່າຍ ເຮົາກໍາລັງສືບຢູ່ ມີກະສວຍໂອກາດ ມາຂາຍ ຫາເຂົາຍັງບໍ່ໄດ້ ມັນອາດຈະມີ ເປັນຣາຍຍ່ອຍ ຣາຍໃຫຍ່ໆ ເຮົາບໍ່ຮູ້".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ຕາມຄໍາໃຫ້ການ ຂອງພວກຄົນງານ ທີ່ມັກຊື້ ຢາບ້າ ມາເສພ ແລະ ຖືກຈັບນັ້ນວ່າ ພວກເຂົາ ໄດ້ຊື້ຢາບ້າ ຈາກ ນັກຄ້າຢາບ້າ ທີ່ເຂົ້າມາຢູ່ ໃນເຂດນັ້ນ ແຕ່ພວກເຂົາ ບໍ່ໄດ້ໃຫ້ ຂໍ້ມູນທີ່ ເປັນປະໂຫຍດ ເພີ່ມເຕີມ ພໍເທົ່າໃດ.
ຂໍ້ມູນ ໃນປີ 2011 ເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ຈັບພວກຄ້າ ຢາເສພຕິດ ໃນແຂວງ ທັງຄົນລາວ ແລະ ຊາວຕ່າງປະເທດ ໄດ້ທັງໝົດ 400 ກວ່າຄົນ ແຕ່ຍັງບໍ່ມີ ຣາຍງານ ກ່ຽວກັບ ການຈັບພວກຄ້າ ຢາເສພຕິດ ໃນເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ໄດ້ຈັກເທື່ອ.
ເຖີງຢ່າງໃດ ກໍຕາມ ເມື່ອບໍ່ດົນມານີ້ ມີຄົນລາວ ຜູ້ນຶ່ງ ເວົ້າຕໍ່ RFA ວ່າຢູ່ໃນເມືອງ ຕົ້ນເຜິ້ງ ມີບ່ອນຜລິດຢາບ້າ ແຫ່ງນຶ່ງ ຊຶ່ງເຂົາເຊື່ອວ່າ ເປັນບ່ອນ ທີ່ເຮັດໃຫ້ ຢາບ້າ ແພ່ກະຈາຍ ໄປທົ່ວ ແຂວງບໍ່ແກ້ວ ແລະ ແຂວງອື່ນໆໃນລາວ ຮວມທັງ ສົ່ງໄປຕ່າງ ປະເທດ ນໍາດ້ວຍ ແຕ່ເຈົ້າໜ້າທີ່ ລາວ ກໍໄດ້ ປະຕິເສດວ່າ ແຂວງບໍ່ແກ້ວ ບໍ່ມີບ່ອນຜລິດ ຢາບ້າ ຄືດັ່ງທີ່ ປະຊາຊົນ ເວົ້າແຕ່ຢ່າງໃດ.