ຍິງລາວຈາກເຂດພູດອຍ ເລີ້ມຄ້າປະເວນີ

ໃນຊຸມຊົນລາວ ປັຈຈຸບັນ ປາກົດເຫັນວ່າ ມີແມ່ຍິງ ຈາກເຂດພູດອຍ ເຂົ້າສູ່ການ ຂາຍບໍຣິການ ທາງເພດ ຫລາຍຂຶ້ນ.
ມະນີຈັນ
2010.05.26

ໃນຊຸມຊົນລາວ ປັຈຈຸບັນ ໄດ້ເຫັນວ່າມີ ແມ່ຍິງຈາກ ເຂດແຂວງຕ່າງໆ ໂດຍສະເພາະຈາກ ເຂດພູດອຍຫ່າງໄກ ເຂົ້າສູ່ການຂາຍ ບໍຣິການ ທາງເພດຫລາຍຂຶ້ນ ໃນນະຄອນຫລວງ ວຽງຈັນ ແລະ ໃນແຂວງທີ່ມີ ການຂຍາຍຕົວ ດ້ານທຸຣະກິດ ແລະການທ່ອງທ່ຽວ. ຕາມຄໍາເວົ້າຂອງ ຍານາງ ສີວິໄລ ແກ້ວສີດາ ເຈົ້າໜ້າທີ່ ອົງການ ເອກກະຊົນ ດ້ານການແກ້ໄຂ ບັນຫາຕໍ່ຕ້ານ ການຄ້າມະນຸດ ຢູ່ລາວ:

"ຄັນຊິເວົ້າ ໜ້າວິຕົກ ຕອນນີ້ ຖືວ່າມັນມີ ອັດຕຣາ ເພີ່ມຂຶ້ນຫລາຍ ເນາະເພາະວ່າ ຄວາມຮຽກຮ້ອງຕ້ອງການ ເລື່ອງການຕ້ອງການ ໃຊ້ເງິນ ມັນມີສິ່ງລໍ້ໃຈ ເຂົ້າໄປຫຼາຍ ເພາະສະນັ້ນ ເຮັດໃຫ້ຄວາມຢາກ ໄດ້ຂອງເດັກນ້ອຍ ຫລືແມ່ຍິງທີ່ ຕ້ອງການຢາກໄດ້ ຢາກມີ ຈະຕ້ອງອອກມາ ຫາຄວາມ ສີວິໄລ ຢູ່ທາງນອກ".

ທ່ານກ່າວຕໍ່ໄປວ່າ ການຂາຍ ບໍຣິການຢູ່ ໃນລາວ ຂຍາຍຕົວຢ່າງ ກວ້າງຂວາງ ແລະກໍພົບວ່າ ແມ່ຍິງຕາມເຂດ ຫ່າງໄກ ໃນຫລາຍແຂວງ ຫັນໜ້າເຂົ້າສູ່ ທຸຣະກິດ ການ ຄ້າມະນຸດ ເພີ່ມຂຶ້ນ ຍ້ອນຢາກໄດ້ເງິນ ສແວງຫາຄວາມ ສີວິລັຍຂອງ ສັງຄົມ ຮຽນແບບຄວາມຈະເຣີນ ໃນສັງຄົມ.

ຕາມຂໍ້ມູນ ບໍ່ເປັນທາງການ ຂອງອົງການ ເອກກະຊົນ ຕ້ານການຄ້າມະນຸດ. ແມ່ຍິງ ສ່ວນໃຫຍ່ເປັນຊົນເຜົ່າ ລາວສູງ ແລະລາວເທິງ ຈາກເຂດຫ່າງໄກ ສອກຫລີກ ແຂວງພາກເໜືອ ຂອງລາວ ໂດຍສະເພາະ ຫລວງພຣະບາງ ຫລວງນໍ້າທາ ຫລາຍກວ່າໝູ່ ລັກລອບຂາຍ ບໍຣິການ ທາງເພດ ຢູ່ນະຄອນ ຫລວງວຽງຈັນ.

ສ່ວນໃນແຂວງ ພາກໃຕ້ ກໍພົບເຫັນວ່າ ມີແມ່ຍິງຊົນເຜົ່າ ຈາກຫລາຍແຂວງ ໄດ້ເລີ້ມອາຊີບ ຂາຍບໍຣິການ ເຊັ່ນກັນ. ເງິນທີ່ໄດ້ກໍ ໃຊ້ຊື້ເຄື່ອງສ່ວນຕົວ ມີທັງຣົດຈັກ  ແລະ ສ່ວນນຶ່ງແບ່ງໃຫ້ ທາງຄອບຄົວໃຊ້.

ໃນການ ຂາຍບໍຣິການ ໃນສັງຄົມລາວ ປັຈຈຸບັນ ມີກຸ່ມຮັກຮ່ວມເພດ ກຸ່ມເດັກວັຍລຸ້ນ ທັງຍິງແລະຊາຍ ຊຶ່ງຖືເປັນບັນຫາ ສັງຄົມທີ່ຄວນ ຈະຕ້ອງແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.