ພໍ່ຄ້າ ໄທ ທີ່ນໍາສິນຄ້າ ເຂົ້າລາວ ສວຍໂອກາດ ຄ້າມະນຸສ ແລະ ຣົຖຍົນ
2009.10.16
ເມື່ອບໍ່ດົນມານີ້ ພໍ່ຄ້າຊາວໄທ ທີ່ຈໍາໜ່າຍສິນຄ້າ ໂອທັອບ ຫລື ຜລິດຕະພັນ ທ້ອງຖິ່ນ ໃນບໍຣິເວນ ຊາຍແດນໄທ ຫລາຍກຸ່ມ ເຂົ້າໄປຈັດຣາຍການ ສະແດງສິນຄ້າ ຕາມແຂວງຕ່າງໆ ໃນສປປລາວ ແລະ ເຣີ່ມລັກລອບ ດໍາເນີນທຸຣະກິດ ຜິດກົດໝາຍ, ອີງຕາມຣາຍງານ ຂອງໜັງສືພິມ ຜູ້ຈັດການ ຂອງໄທ ໃນມືວັນທີ 14 ຕຸລາ ນີ້.
ເຈົ້າໜ້າທີ່ ສົ່ງເສີມ ການຄ້າ ໃນຕ່າງປະເທດ ຂອງໄທ ທີ່ນະຄອນຫລວງ ວຽງຈັນ ກ່າວຕໍ່ ໜັງສືພິມ ຜູ້ຈັດການ ວ່າ: ໃນປັດຈຸບັນ ເອກກະຊົນ ໄທ ແລະ ບໍຣິສັດ ທົວຣ໌ ບາງກຸ່ມ ມີພຶດຕິກັມ ໄປໃນທາງ ທີ່ຜິດກົດໝາຍ ໂດຍໃຊ້ການໄປ ສະແດງສິນຄ້າ ເປັນສາກບັງໜ້າ, ແລ້ວລັກລອບ ຄ້າຣົຖຍົນ ມືສອງ ເຂົ້າໄປຂາຍ ໃນສປປລາວ ແລະ ມີບາງຄົນ ລັກລອບ ຄ້າຂາຍມະນຸດ, ໂດຍຕົວະຍົວະ ເອົາເດັກນ້ອຍ ແລະ ແມ່ຍິງ ເຂົ້າໄປຂາຍບໍຣິການ ແລະ ເຮັດວຽກ ໃນປະເທດໄທ.
ນອກຈາກນັ້ນ, ຍັງມີ ບາງບໍຣິສັດ ທົວຣ໌ ໄປຊວນເອົາ ຂ້າຣາຊການ ໃນແຂວງຕ່າງໆ ຂອງໄທ ວ່າ ຮູ້ຈັກຮັກແພງ ກັບຜູ້ນໍາລາວ ເພື່ອໃຫ້ທາງແຂວງ ສນັບສນູນ ກຸ່ມສິນຄ້າ ໂອທັອບ ທີ່ຈະນໍາໄປ ຈັດຣາຍການ ສະແດງ ໃນລາວ. ຈາກນັ້ນ ກໍໄປສເນີ ກັບຝ່າຍລາວ ວ່າ ໄດ້ຖືກມອບໝາຍ ຈາກເຈົ້າໜ້າທີ່ ຣະດັບແຂວງ ຂອງໄທ ໃຫ້ເປັນໂຕແທນ ປະສານງານ, ຊຶ່ງເຮັດໃຫ້ ຝ່າຍລາວຫລົງເຊື່ອ ແລະ ອະນຸມັດ ພື້ນທີ່ ຈັດການສະແດງ ສິນຄ້າໃຫ້,ໂດຍອາໃສ ຊ່ອງຫວ່າງ ຈາກຄວາມຊື່ສັດ ແລະ ຈິງໃຈ ຂອງຊາວລາວ ແລະ ສ່ວນຣາຊການ ຕ່າງໆ.
ພາກສ່ວນ ຣາຊການ ຂອງໄທ ບາງແຫ່ງ ອາກຕົກເປັນເຄື່ອງມື ໃນການນໍາ ທຸຣະກິດໄທ ໄປເຈຣະຈາ ຈັບຄູ່ ທຸຣະກິດ ຕາມແຂວງຕ່າງໆ ໂດຍຮູ້ເທົ່າບໍ່ ເຖິງການ ເປັນການສ້າງຄວາມ ເຊື່ອຖື ໃຫ້ກັບບໍຣິສັດ ທົວຣ໌ ສ້າງຜົນກໍາໄລ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ.