ຕໍາຣວດໄທ ຊ່ວຍຍິງລາວ ຈາກການຄ້າມະນຸດ
2010.09.10
ເຈົ້າໜ້າທີ່ ຕຳຣວດ ຈາກ ກົມປາບປາມ ການຄ້າມະນຸດ ໄທ ໄດ້ຖແລງຂ່າວ ການຈັບ ນາຍ ຈັກກຣິດ ຄຳນາສັກ ອາຍຸ 26 ປີ ໃນມື້ວັນທີ 9 ກັນຍາ 2010ນີ້. ໃນຂໍ້ຫາ ຮ່ວມກັນ ຄ້າມະນຸດ ແລະ ເປີດສະຖານ ບໍຣິການ ໂດຍບໍ່ໄດ້ ຮັບອະນຸຍາດ ພ້ອມຂອງກາງ ເປັນກູປອງ ແທນເງິນສົດ 11 ຕັບ ແລະຫົວຂ້ວນ ກູປອງ ອີກ 3 ເຫລັ້ມ ປື້ມລາຍການ ເບີກເງິນ 2 ເຫລັ້ມ ຖົງຢາງ ອະນາໄມ 60 ຊອງ ແລະເງິນສົດ ອີກ 6,000 ບາດ.
ພັນຕຳຣວດເອກ ສຸວິດພົນ ໄດ້ກ່າວໃນການ ຖແລງຂ່າວ ວ່າ ໄດ້ຮັບຮ້ອງຮຽນ ວ່າມີຜູ້ຍິງ ລາວ ຖືກຕົວະຍົວະ ມາຄ້າ ປະເວນີ ໃນຮ້ານ ຄາຣາໂອເຄະ ຮຸ່ງສີທອງ ຢູ່ເມືອງ ແລະ ແຂວງຊະເຊີງເຊົາ ຈຶ່ງໄດ້ວາງແຜນ ເຂົ້າໄປຊ່ວຍເຫລືອ. ທ່ານກ່າວ ຕໍ່ໄປວ່າ ທາງເຈົ້າໜ້າທີ່ ຕຳຣວດ ໄດ້ພົບ ນາງເອ (ຊື່ສົມມຸດ) ອາຍຸ 17 ປີ ແລະນາງບີ(ຊື່ສົມມຸດ) ອາຍຸ 18 ປີ ສັນຊາດລາວ ທີ່ຖືກຕົວະ ເອົາມາຂາຍ ແລະໄດ້ຈັບ ນາຍ ຈັກກຣິດ ຜູ້ເບິ່ງແຍງຮ້ານ. ນອກຈາກນີ້ ຍັງໄດ້ ຊ່ວຍເຫລືອ ຜູ້ຍິງລາວ ທີ່ຢາກກັບຄືນ ປະເທດ ອີກ 7 ຄົນ.
ຈາກການສອບສວນ ຜູ້ຍິງລາວ ທັງສອງ ກໍຮູ້ວ່າ ເມື່ອຕົ້ນເດືອນ ສິງຫາ 2010 ຜ່ານມາ ພວກຕົນໄດ້ ພົບກັບນາງ ອິດ ຢູ່ຊ່ອງເມັກ ແຂວງອຸບົນ ຣາຊທານີ ແລະໄດ້ຕົວະ ວ່າຈະພາໄປ ເຮັດການຢູ່ ຮ້ານອາຫານ ໃນໄທ ຊຶ່ງຈະໄດ້ ລາຍຮັບ ເດືອນລະ 6,000 ບາດ. ແຕ່ເມື່ອມາເຖິງ ກໍຖືກນຳ ມາຂາຍ ໃຫ້ເຈົ້າຂອງຮ້ານ ຄາຣາໂອເຄະ ຄົນລະ 1 ໝື່ນບາດ ແລະ ຖືກບັງຄັບ ໃຫ້ຄ້າ ປະເວນີ ແລະ ຕ້ອງຫາເງິນ ໃຫ້ຄົບຈຶ່ງ ຈະປ່ອຍເປັນ ອິສຣະ. ທຸກໆມື້ ໄດ້ກິນເຂົ້າ ຄາບດຽວ ແລະ ຄ່າໂຕເທື່ອນຶ່ງ 350 ຫາ 700 ບາດ ກໍບໍ່ໄດ້ຮັບ ຈຶ່ງຕິດຕໍ່ ຂໍຄວາມຊ່ວຍເຫລືອ ດັ່ງກ່າວ.
ໃນການສອບສວນ ທຳອິດ ນາຍ ຈັກກຣິດ ຄຳນາສັກ ໃຫ້ການ ປະຕິເສດ ອ້າງວ່າ ເປັນພຽງລູກຈ້າງ ເຝົ້າຮ້ານ ສ່ວນການຄ້າ ປະເວນີ ກໍບໍ່ມີສ່ວນ ກ່ຽວຂ້ອງ ເປັນການ ຕົກລົງ ລະຫວ່າງແຂກ ແລະ ເດັກບໍຣິການ ເອງ ແລະ ບໍ່ເຄີຍບັງຄັບ. ເຈົ້າໜ້າທີ່ ຈຶ່ງສົ່ງ ນາຍ ຈັກກຣິດ ໃຫ້ພະນັກງານ ສືບສວນ ເພື່ອດຳເນີນ ຄະດີ ຕໍ່ໄປ.