ອົງກາຣຕໍ່ຕ້ານ ກາຣຄ້າມະນຸສ ວ່າອາຈມີ ນັກສຶກສາລາວ ທີ່ຂາຍບໍຣິກາຣ

ເຈົ້າໜ້າທີ່ອົງກາຣ ຕໍ່ຕ້ານກາຣຄ້າມະນຸສ ວ່າອາຈມີ ນັກສຶກສາລາວ ທີ່ເປັນຍີງສາວ ຂາຍບໍຣິກາຣ ແຕ່ບໍ່ມີຈຳນວນ ຕົວເລຂທີ່ແນ່ນອນ
ຫວາດ ສີມູນ
2009.02.17

ກາຣຄ້າປະເວນີໃນຄາບ ຂອງນັກສຶກສາລາວ ໃນປັຈຈຸບັນນີ້ຍັງ ເປັນບັນຫາທີ່ທາງ ເຈົ້າໜ້າທີ່ຕ້ອງມີ ກາຣກວດສອບແລະ ຄົ້ນຄວ້າຫາຄວາມຈີງ ເພື່ອກຳຈັດແລະ ໃຫ້ຄວາມຊ່ວຍເຫລືອ ກ່ອນທີ່ຈະກາຍ ເປັນບັນຫາໃຫຍ່ ໃນອະນາຄົຕ.

ກ່ຽວກັບເຣື່ອງນີ້ ທາງເຈົ້າໜ້າທີ່ຈາກອົງກາຣ ຄວາມຮ່ວມມືເພື່ອ ກາຣຕໍ່ຕ້ານກາຣຄ້າ ມະນຸສຂອງອົງກາຣ ສະຫະປະຊາຊາຕຫລື UNIAP ປະຈຳນະຄອນຫລວງ ວຽງຈັນໃຫ້ກາຣຊີ້ແຈງວ່າ:

“ສຳຫລັບນັກສຶກສາ ຢູ່ບ້ານລາວຄັນສິວ່າ ມີກຸ່ມຄ້າປະເວນີ ຄືສິບໍ່ມີແຕ່ວ່າ ເຮົາກໍບໍ່ສາມາດເວົ້າໄດ້ ເພາະວ່າເຮົາບໍ່ໄດ້ເສີຄຈ໌ ຄັນສິວ່າມີ 100% ບໍ່ມີເຮົາກໍເວົ້າບໍ່ໄດ້ ເພາະວ່າເຮົາບໍ່ໄດ້ ເຮັດບໍ່ໄດ້ເສີຄຈ໌”

ສຳຫລັບເຣື່ອງກາຣສຳຣວຈ ກວດກາຊອກຫາ ຄວາມເປັນຈີງແທ້ໆນັ້ນ ຍານາງກໍວ່າບໍ່ແມ່ນ ເຣື່ອງທີ່ເຮັດຂື້ນໄດ້ງ່າຍໆ ແລະກໍຈະຕ້ອງແມ່ນ ທາງກະຊວງວັທນາທັມ ທີ່ຈະຕ້ອງເປັນຜູ້ດຳເນີນ ວຽກງານແລະໃນເມື່ອ ທາງກາຣຝ່າຍລາວ ວ່າບໍ່ຈຳເປັນແລ້ວນັ້ນ ທາງອົງກາຣຈັດຕັ້ງ ສາກົລກໍບໍ່ສາມາດ ທີ່ຈະເຮັດຫຍັງໄດ້.

ໃນຂະນະດຽວກັນນັ້ນ ກໍຍັງມີບັນຫາທີ່ ເຍົາວະຊົນລາວບາງກຸ່ມ ມີພຶຕຕິກັມ ໃນດ້ານລົບເຊັ່ນ: ອອກທ່ຽວໃນຍາມກາງຄືນ ມົວສຸມນຳຢາເສພຕິດ ຫລືພົວພັນທາງດ້ານ ວັຕຖຸນິຍົມຈົນ ໜ້າເປັນຫ່ວງ ດັ່ງທີ່ຍານາງ ໄດ້ກ່າວເພີ່ມວ່າ:

“ຄີດວ່າມັນກໍ ບໍ່ສົມຄວນເນາະ ຍາມຮຽນໜັງສື ກໍຕ້ອງຮຽນໜັງສື ແຕ່ວ່າມັນກໍສິວ່າ ສັງຄົມມັນກໍປ່ຽນໄປ ນີ້ມັນກໍມີຫລາຍ ບ່ອນໃຫ້ໄປທ່ຽວໄປຫຍັງ (ຕ່າງໆ) ພວກເຮົາກໍເຣີ່ມເປີດ ມີບ່ອນຮ້ານຕ່າງໆຫລາຍຂື້ນ”

ພ້ອມດຽວກັນນີ້ ຍານາງກໍໄດ້ກ່າວ ໃຫ້ທັສນະທີ່ມີ ຄວາມເປັນຫ່ວງນຳ ເຍົາວະຊົນໜຸ່ມນ້ອຍ ທີ່ພາກັນເພີ້ຝັນ ໃນດ້ານວັຕຖຸນິຍົມ ທີ່ປາກົດມີຫລາຍ ເພີ່ມຂື້ນນັ້ນຊື່ງ ອາຈຈະສ້າງບັນຫາ ໃຫ້ແກ່ ຕົນເອງແລະ ທາງຄອບຄົວຫລາຍກວ່າ ແຕ່ກໍຫວັງວ່າຖ້າ ດຳເນີນວຽກງານ ຮ່ວມກັນກໍອາຈສາມາດ ແກ້ໄຂໄດ້!!


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.