ຍິງສາວລາວຄ້າປະເວນີ ໃນເຂດອິສານ ເພີ້ມຂື້ນ
2009.10.29
ມູລນິທິແວ່ນແຍງ ໃນປະເທດໄທ ອອກລາຍງານ ສຖານະການ ການຄ້າມະນຸດ ປະຈໍາປີ 2009 ພົບວ່າ ຜູ້ຍິງສາວລາວ ທີ່ມີອາຍຸ 15-19 ປີ ທີ່ຖືກຂະບວນ ການຄ້າມະນຸດ ຊັກນໍາເຂົ້າສູ່ ການຄ້າປະເວນີ ມີເພີ້ມຂື້ນ 20%ຈາກປີ 2008ຜ່ານມາ ສ່ວນຫລາຍແມ່ນຢູ່ ໃນເຂດພາກອິສານ ຂອງໄທ.
ພວກຍິງສາວເຫລົ່ານີ້ ແມ່ນມາຈາກແຂວງ ວຽງຈັນ ແລະ ແຂວງພາກໃຕ້ ຂອງລາວ ດັ່ງທ່ານ ນິຣັນ ແກ້ວກະເສດ ເຈົ້າໜ້າທີ່ມູລນິທິ ແວ່ນແຍງໄດ້ກ່າວວ່າ:
"ມັນມີທັງສມັກໃຈ ແລະບໍ່ສມັກໃຈ ອາຍຸ 15-19 ປີ ມັນມີນາຍໜ້າລາວ ນໍາເອົາມາແຕ່ ລາວ ເຂົາຊັກຊວນກັນມາ ວ່າຢູ່ເມືອງໄທ ມີວຽກເຮັດງານ ທໍາດີ ໃນຮ້ານສະຜົມ ຮ້ານເສີມສວຍ, ແຕ່ມາເຖິງແລ້ວ ມັນບໍ່ເປັນຄື ກັນກັບເຂົາໄປ ໂຄສະນາ ຕົວະຍົວະເອົາ. ມາຈາກລາວແລ້ວ ກໍຖືກບັງຄັບ ໃຫ້ຄ້າປະເວນີ."
ການຄ້າປະເວນີ ຂອງສາວລາວ ສ່ວນຫລາຍແລ້ວຈະມີ ຢູ່ໃນແຂວງ ອຸດອນຂອງໄທ ມີການເປີດ ບໍຣິການຢ່າງເປີດເຜີຽ ໃນຮູບແບບ ໂຮງໂສເພນີ ແລະ ຮ້ານບັນເທິງ ຄາຣາໂອເກະ.
ຍິ່ງໄປກວ່ານັ້ນ ຢູ່ໃນແຂວງອຸດອນ ມີເຫວບໄຊ໊ ເຄືອຂ່າຍອິນເທີເນັດ ສະເໜີຂໍ້ມູນ ໃຫ້ຜູ້ໃຊ້ບໍຣິການ ທາງເພດ ເລືອກມາທ່ຽວ. ສ່ວນແຂວງໜອງຄາຍ ແລະແຂວງມຸກດາຫານ ບ່ອນທີ່ມີ ຂົວຂ້າມແມ່ນໍ້າຂອງ ນັ້ນ ໄດ້ກາຍເປັນ ທາງຜ່ານຂອງການ ຄ້າມະນຸດ ຊຶ່ງນັກຄ້າມະນຸດ ຫລອກລວງເອົາສາວລາວ ເຂົ້າໄປຂາຍ ໃນປະເທດໄທ. ເຈົ້າໜ້າທີ່ມູລນິທິ ວ່າ ເຣື້ອງນີ້ ໜ້າເປັນຫ່ວງຫລາຍ ເພາະວ່າມັນຂະຫຍາຍ ຕົວແຮງຂື້ນນັບມື້.