ອາສຍາກັມ ຂ້າມຊາດ ການຄ້າມະນຸດ ສ້າງຄວາມກັງວົນ ໃຫ້ກັບທາງການລາວ

ທາງການລາວ ເປັນຫ່ວງນໍາ ສະຖານະການ ອາສຍາກັມ ຂ້າມຊາດ ໂດຍສະເພາະ ການຄ້າມະນຸດ
ໂພໄຊສວັດ
2009.10.20

ກະຊວງຍຸຕິທັມ ຮ່ວມກັບອົງການ ປາບປາມ ຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ ຫລື UNODC ແລະ ຜແນກກ່ຽວຂ້ອງອື່ນໆ ຈັດກອງປະຊຸມ ປຶກສາຫາລື ເພື່ອຫາທາງແກ້ໄຂ ບັນຫາ ອາສຍາກັມ ຂ້າມຊາດ ເຊັ່ນບັນຫາ ສໍ້ຣາສບັງຫລວງ ຢາເສບຕິດ ແລະ ການຄ້າມະນຸດ.

ອົງການ UNODC ເປັນຜູ້ ປະຕິບັດ ການຫລັກ ຊຶ່ງໄດ້ຮັບການ ຮ່ວມມືກັບ ກະຊວງຍຸຕິທັມ ທະຫານ ຕຳຣວດ ເພື່ອແກ້ໄຂບັນຫາ ຢາເສບຕິດ ແລະ ຕໍ່ຕ້ານປາບປາມ ການຄ້າມະນຸດ ພາຍໃຕ້ກົດໝາຍ ສປປລາວ. ນອກຈາກນີ້ ທາງການລາວຍັງ ໄດ້ຮ່ວມມືກັບ ປະເທດໃນລຸ່ມ ແມ່ນ້ຳຂອງອື່ນໆອີກ ພາຍໃຕ້ ຂໍ້ຕົກລົງປີ 2003 ຊຶ່ງມີ UNODC ຮ່ວມຢູ່ນຳ. ດັ່ງເຈົ້າໜ້າທີ່ UNODC ປະຈຳລາວ ທ່ານນຶ່ງເວົ້າວ່າ:

"ຂະເຈົ້າກໍໄດ້ ລົມກັນແລ້ວວ່າ ເຮົາຈະເຮັດຈັ່ງໃດ໋ ວ່າເຮົາຈະມີ ມາຕການ ຫລືແຜນຮ່ວມກັນ ໃນການ ຕ້ານການຄ້າ ທາງເພດເດັກຫລື ການຮັບຮອງວ່າ ຈຳນວນ ນັກທ່ອງທ່ຽວ ເພີ້ມຂື້ນມາວ່າ ຈະເຮັດຈັ່ງໃດ ບໍ່ໃຫ້ມີຮູບ ການຕອນນີ້ເກີດຂື້ນ."

 ເຈົ້າໜ້າທີ່ປ້ອງກັນ ແລະປາບປາມ ຂະບວນການ ຄ້າມະນຸດ ທີມີໂຄງການ ຊື່ວ່າ R76 ຈະໃຊ້ກົດໝາຍ ສປປລາວ ເປັນຫລັກ ໃນການ ປະຕິບັດງານ ຊຶ່ງເປັນເຈົ້າໜ້າທີ່ ຕຳຣວດແລະທະຫານ ທີ່ໄດ້ຮັບການ ຝຶກອົບຮົມ ສະເພາະ ໃນການຕໍ່ຕ້ານ ກຸ່ມຂະບວນການ ຄ້າມະນຸດ. ເຈົ້າໜ້າທີ່ເຫລົ່ານີ້ ຈະປະຕິບັດ ງານຕາມເຂດ ຊາຍແດນ, ນະຄອນຫລວງວຽງຈັນ ແລະ ຕາມແຂວງ ທີ່ມີການສ່ຽງອື່ນໆ. ນອກຈາກການ ປາບປາມ ແລ້ວຍັງຕ້ອງໄດ້ ເກັບກຳຂໍ້ມູນ ແລະແກ້ໄຂບັນຫາ ຢ່າງມີ ປະສິດທິພາບ.

ອີງຕາມຂໍ້ມູນຂອງ UNODC ເປີດເຜີຍວ່າ ໄດ້ມີເດັກນ້ອຍ ແລະແມ່ຍິງ ທີ່ຕົກເປັນເຫຍື່ອ ຂອງຂະບວນການ ຄ້າມະນຸດ ລະຫວ່າງ 2ຫາ4ແສນຄົນ ໃນເຂດອານຸ ພູມີພາກ. ສຳລັບ ສປປລາວ ນັ້ນຜູ້ທີ່ໄດ້ຮັບ ເຄາະຮ້າຍ 90ສ່ວນຮ້ອຍ ແມ່ນເກີດຂື້ນ ລະຫວ່າງ ລາວກັບໄທ ໂດຍສ່ວນຫລາຍຈະ ເປັນແມ່ຍິງອາຍຸ 12ຫາ18ປີ ແລະ ໃນຈຳນວນນີ້ 35ສ່ວນຮ້ອຍ ຖືກບັງຄັບໃຫ້ ໄປຂາຍປະເວນີ, ແລະ ທີ່ເຫລືອຖືກບັງຄັບ ໃຫ້ຂາຍແຮງງານ ຕາມໂຮງຈັກ ໂຮງງານຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.