ພັກຮ້ອນ ໜຸ່ມນ້ອຍລາວ ໄປໄທ

ເຍົາວະຊົນ ໜຸ່ມນ້ອຍລາວ ພາກັນນິຍົມ ໄປຫາເຮັດ ວຽກງານເວລາ ພັກກາຣຮຽນ ເພື່ອຫາຣາຍໄດ້ ພິເສດ.
ຫວາດ ສີມູນ
2009.06.17

ໃນຣະຫວ່າງ ທີ່ມີກາຣພັກ ພາກຮຽນຂອງ ແຕ່ລະປີ ມັກຈະມີ ເຍົາວະຊົນ ໜຸ່ມນ້ອຍຊາວລາວ ນິຍົມພາກັນໄປ ຫາເຮັດວຽກງານ ໃນປະເທສໄທຽ ເພື່ອຫາຣາຍໄດ້ ພິເສດ ຍ້ອນສາເຫຕເກີດ ຈາກຄວາມຍາກຈົນ ຈື່ງເກີດມີບັນຫາ ທີ່ພວກເດັກນ້ອຍ ຖືກຫລອກລວງໄປ ໃຊ້ແຮງງານແລະ ເປັນກາຣຍາກທີ່ ທາງເຈົ້າໜ້າທີ່ ຈະສາມາດ ຄວບຄຸມໄດ້ ດັ່ງເຈົ້າໜ້າທີ່ ຈາກສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັຕລາວ ໄດ້ກ່າວວ່າ:

“ເວົ້າວ່າເຮັດວຽກ ນີ້ເຮັດງ່າຍໆວຽກ ບໍ່ໄດ້ເຮັດໜັກ ບໍ່ໄດ້ ຕາກແດດນອນຝົນ ໄປຢູ່ນັ້ນໄດ້ ເງີນດີ໊ດີ໋ ນີ້ເຂົາຕົວະໃຫ້ ເວລາພັກ ໂຮງຮຽນ ເຂົາກໍຢາກໄປ ອອກແຮງງານ ໄດ້ເງີນເພື່ອມາ ຊື້ເຄື່ອງຊື້ຂອງ ຊື້ເຄື່ອງຮຽນ”

ພ້ອມດຽວກັນນີ້ ທ່ານກໍວ່າພວກ ເຍົາວະຊົນ ແລະເດັກນັກຮຽນ ລາວສ່ວນໃຫຍ່ ຈະມີຄວາມເຊື່ອ ກ່ຽວກັບ ປະເທສໄທຽ ຈາກກາຣເບີ່ງ ໂທຣະທັສ ຊື່ງຈະເຫັນແຕ່ ພາບລັກສະນະ ທີ່ດີເທົ່ານັ້ນ ໂດຽບໍ່ຄິດວ່າ ໂຕເອງຈະຖືກ ຫລອກລວງເຂົ້າໄປ ເປັນເຫຍື່ອຂອງ ຂະບວນກາຣ ຄ້າມະນຸສ ແຕ່ຢ່າງໃດ ຊື່ງສ່ວນຫລາຍ ເດັກນ້ອຍຈຳ ພວກນີ້ແມ່ນ ໄປຈາກແຂວງ ສວັນນະເຂຕ ແລະແຂວງ ສາຣະວັນ ທີ່ມີຄວາມ ແຫ້ງແລ້ງແລະ ຍາກຈົນພ້ອມກັບ ມີບັນຫາທີ່ ວຽກງານບໍ່ມີ ພຽງພໍ ກັບຄວາມຕ້ອງ ກາຣ ເຖີງແມ່ນວ່າ ທາງກາຣລາວ ໄດ້ພະຍາຍາມ ປາບປາມຂະບວນ ກາຣຄ້າມະນຸສ ນັ້ນກໍຕາມ ດັ່ງທີ່ທ່ານໄດ້ ກ່າວເພີ່ມອີກວ່າ:

“ກົດໝາຍລາວ ທີ່ຫ້າມບໍ່ໃຫ້ໄປ ໃຄຣ(ໃຜ) ໄປມານີ້ປັບໃໝ ໃສ່ໂທສ ແຕ່ມັນຫ້າມບໍ່ໄດ້ ຂະເຈົ້າວ່າ ຖ້າບໍ່ໃຫ້ໄປ ຂະເຈົ້າກໍລັກໄປ ກໍເລີຽວ່າໄປກໍໄປ ແຕ່ກໍຂໍໃຫ້ເຈົ້າ ຣະວັງຕົວໄວ້ ບໍ່ໃຫ້ເປັນຕົວ ຫລອກຂອງຜູ້ອື່ນ!”

ເຖີງຢ່າງໃດ ກໍຕາມ ທາງກາຣລາວ ກໍໄດ້ມີກາຣ ຣົນນະຣົງ ເພື່ອໃຫ້ພວກ ເດັກນ້ອຍໄດ້ ຮູ້ເຖີງສິທທິ ຂອງຕົນເອງ ໃຫ້ຮູ້ຈັກວິທີ ກາຣປ້ອງກັນຕົວ ໃຫ້ຄວາມຮູ້ກັບ ພໍ່ແມ່ໃນກາຣ ເອົາໃຈໃສ່ເບີ່ງແຍງ ໃຫ້ໄດ້ຮັບກາຣ ສຶກສາ ແຕ່ກໍມີບັນຫາ ໃນດ້ານກາຣໃຫ້ ຂໍ້ມູລດັ່ງກ່າວ ນີ້ນັ້ນເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.