ຍິງສາວລາວບາງຄົນ ສມັກໃຈຄ້າປະເວນີ

ຍິງສາວລາວ ບາງຄົນ ສມັກໃຈ ໄປຄ້າປະເວນີ ໃນປະເທດໄທ ເນື່ອງຈາກວ່າ ຄອບຄົວ ທຸກຍາກ.
ໂມທະນາ
2009.11.12

ໃນຂະນະທີ່ ມີເດັກຍິງຫລາຍຄົນ ຖືກຕົວະຍົວະ ໄປຄ້າປະເວນີ ໃນປະເທດໄທ ຍ້ອນຮູ້ເທົ່າບໍ່ເຖິງການ, ແຕ່ໃນຂະນະດຽວກັນ ກໍມີຍິງສາວ ບາງຄົນ ທີ່ສມັກໃຈ ໄປຄ້າປະເວນີ ຕາມແຂວງຕ່າງໆ ຂອງໄທ ເນື່ອງຈາກວ່າ ຄອບຄົວ ທຸກຍາກ, ອີງຕາມຣາຍງານ ຈາກທ້ອງຖິ່ນ ໃນມື້ວັນທີ 8 ພຶສຈິການີ້.


ຍິງສາວເຫລົ່ານັ້ນ ມີອາຍຸ ຣະຫວ່າງ 16 ຫາ 20 ປີ ແລະ ຕໍ່າສຸດ 13 ປີ, ຊຶ່ງເດີນທາງໄປຈາກ ຫລາຍແຂວງຂອງລາວ. ດັ່ງຍິງສາວ ຜູ້ນຶ່ງ ທີ່ມີຊື່ວ່າ ນາງໜູ ຈາກແຂວງຈຳປາສັກ ໄປຂາຍປະເວນີ ຢູ່ເມືອງອຸດອນ ຂອງໄທ ເວົ້າວ່າ:

”ບໍ່ມີຜູ້ໃດບັງຄັບ ຕັ້ງໃຈມາເອງ ບໍ່ມີຜູ້ໃດບັງຄັບມາ ເຕັມໃຈມາເອງ ມາຫາເງິນຫາທອງ ຍາກຈົນ ແລະເພາະບໍ່ມີເງິນມີທອງ ມາຫາເງິນຝາກ ເມືອໃຫ້ພໍ່ແມ່”

ຍິງສາວ ເຫລົ່ານີ້ ມີຣາຍໄດ້ ຈາກການຄ້າປະເວນີ ປະມານ 20,000 ບາດຕໍ່ເດືອນ. ແຕ່ຂະເຈົ້າ ຕ້ອງຈ່າຍຄ່າ ຕຳຣວດ ຄຸ້ມຄອງ 2,000 ບາດ ແລະ ຄ່າຊັກເສື້ອຜ້າ ປະມານ 700 ບາດຕໍ່ເດືອນ. ສ່ວນການຢູ່ກິນ ແມ່ນເຈົ້າຂອງບ່ອນພັກ ເປັນຜູ້ຮັບຜິດຊອບ. ນອກຈາກນີ້ ກໍຍັງມີຄ່າ ຕໍ່ໜັງສືຂ້າມແດນຊົ່ວຄາວ ອີກ 200 ບາດ ຕໍ່ 2 ມື້ ຫລື ປະມານ 3,000 ບາດຕໍ່ເດືອນ. ສລຸບແລ້ວ ພວກຂະເຈົ້າ ຈະເຫລືອເງິນ ປະມານ 10,000 ບາດ ຕໍ່ເດືອນ ດັ່ງນາງໜູ ອະທິບາຍອີກວ່າ:

”ເດືອນນຶ່ງ ກະປະມານ ໝື່ນກວ່າບາດ ຄ່າຕຳຣວດ ຄ່າຊັກເສື້ອຜ້າ ທໍ່ນັ້ນ ແລະ ຄ່າເຊັນເອກກະສານຫຍັງໄປຕໍ່ໃບ 2 ມື້ຕໍ່ເທື່ອນຶ່ງ ເທື່ອລະ 200 ບາດ, ເທື່ອລະ 200 ບາດ”

ອີງຕາມ ຄຳອະທິບາຍຂອງນາງໜູ ຜູ້ທີ່ມີ ໜັງສືຜ່ານແດນຖາວອນ ຫລື Passport ສາມາດ ພັກຢູ່ໃນປະເທດໄທ ໄດ້ 1 ເດືອນ ໂດຍບໍ່ຕ້ອງເສັຍຄ່າຕໍ່ເອກະສານ ທຸກໆ 2 ມື້. ສິ່ງທີ່ໜ້າເປັນຫ່ວງ ແລະ ວິຕົກ ຄື ພວກຂະເຈົ້າ ບໍ່ມີຄວາມຢ້ານກົວ ແນວໃດເລີຍ ຕໍ່ການຕົກເປັນເຫຍື່ອ ຂອງພວກຄ້າມະນຸດຂ້າມຊາດ. ຍິ່ງໄປກ່ວານັ້ນ, ຈຳນວນຍິງສາວລາວ ທີ່ຈຳເປັນຕ້ອງໄປລັກລີ້ ຄ້າປະເວນີ ຢູ່ປະເທດໄທ ຫລາຍຂື້ນເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.