ຍິງລາວຖືກຫລອກລວງ ໄປຂາຍໃນໄທ ມີເພີ້ມຂື້ນ
2009.11.05
ທ່ານ ນິຣາ ແກ້ວກະເສັດ ໂຄສົກຂອງອົງການ ທີ່ມີຊື່ວ່າ ມູລນິທິກະຈົກເງົາ ທີ່ມີສຳນັກງານ ຢູ່ບາງກອກ ປະເທດໄທ ກ່າວວ່າ ຜູ້ຍິງລາວ ທີ່ມີອາຍຸ ລະຫວ່າງ 15ຫາ19ປີ ໄດ້ຖືກນາຍໜ້າ ຄົນລາວຊັກຊວນມາ ແລະ ຫລອກລວງວ່າຈະໄດ້ ເຮັດວຽກ ທີ່ມີຄ່າຈ້າງດີ ໃນປະເທດໄທ. ເຊັ່ນວຽກ ຢູ່ຮ້ານເຮັດຜົມ ຮ້ານເສີມສວຍ ແຕ່ເມື່ອມາເຖິງ ປະເທດໄທແລ້ວ ກໍບໍ່ມີວຽກດັ່ງກ່າວ ແລ້ວກໍຖືກບັງຄັບ ໃຫ້ໄປເປັນຍິງ ໂສເພນີ.
ນັກຊ່ຽວຊານເຫັນວ່າ ບັນຫາວິກິດການ ເສຖກິດຂອງໂລກ ໃນປີ2008 ເຮັດໃຫ້ມີການ ຄ້າມະນຸດຫລາຍຂື້ນ ເພາະວ່າໂຮງຈັກໂຮງງານ ຫລາຍບ່ອນໄດ້ປິດ ກິຈການລົງ. ຈຳນວນຄົນວ່າງງານ ກໍມີຫລາຍຂື້ນ ສົ່ງຜົນໃຫ້ຄົນງານ ຂ້າມຊາດຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດໄດ້ງ່າຍ.
ລາຍງານຂອງກະຊວງ ການຕ່າງປະເທດ ສະຫະຣັຖ ເປີດເຜີຍກ່ຽວກັບ ການຄ້າມະນຸດວ່າ ປະເທດໄທເປັນແຫລ່ງ ເປັນທາງຜ່ານແລະ ເປັນຈຸດໝາຍປາຍທາງ ຂອງຜູ້ຊາຍຜູ້ຍິງ ແລະເດັກນ້ອຍ ໃນການຄ້າມະນຸດ ເພື່ອເອົາໄປບັງຄັບ ໃຫ້ເຮັດວຽກ ແລະ ການຄ້າທາງເພດ.
ລາຍງານຂອງ ມູລນິທິກະຈົກເງົາ ຍັງກ່າວອີກວ່າ ຜູ້ຍິງແລະເດັກນ້ອຍ ຈາກພະມ້າ ກຳພູຊາ ລາວ ຈີນ ວຽດນາມ ຣັດເຊັຍ ແລະ ຢູເບີກິສຕານ ໄດ້ຕົກເປັນເຫຍື່ອ ຂອງຂະບວນການ ຄ້າມະນຸດ ເພື່ອຈຸດປະສົງຂອງ ການຄ້າປະເວນີ ໃນປະເທດໄທ. ຜູ້ເຄາະຮ້າຍສ່ວນຫລາຍ ຈະມາຈາກເຂດ ຫ່າງໄກສອກຫລີກ ທີ່ທຸກຍາກ ຊຶ່ງຫລົງໄຫລກັບແສງສີ ຂອງປະເທດໄທ.
ຣັຖບານໄທໄດ້ ພຍາຍາມ ແກ້ໄຂບັນຫາ ໂດຍການຕັ້ງສະຖານ ບຳບັດຊ່ວຍເຫລືອ ໃນທຸກໆແຂງຂອງປະເທດ. ເມື່ອປີ2008 ທາງການໄທໄດ້ ຈັດສົ່ງຜູ້ທີ່ໄດ້ຮັບ ເຄາະຮ້າຍ ກັບປະເທດຕົ້ນທາງ ປະມານ520ຄົນ.