ຊ່ອງຫວ່າງ ກົດໝາຍ ປາບປາມ ການຄ້າມະນຸດ

ການນໍາເອົາ ຕົວຜູ້ກະທໍາຜິດ ດ້ານການຄ້າມະນຸດ ໃນປະເທດລາວ ມາລົງໂທດນີ້ ເຫັນວ່າ ຣັຖບານລາວ ໄດ້ປະຕິບັດ, ແຕ່ວ່າ ຍັງມີບັນຫາ ການສົມຮູ້ ຮ່ວມຄິດ ຂອງເຈົ້າໜ້າທີ່ ປະຕິບັດ ກົດໝາຍ.
ສົມເນ ມີຣາຍງານ
2008.06.06
ຜູ້ອໍານວຍການ ຫ້ອງການ ຕິດຕາມ ແລະ ຕໍ່ຕ້ານການຄ້າມະນຸດ ປະຈໍາ ກະຊວງ ການຕ່າງປະເທດ ສະຫະຣັຖ ອາເມຣິກາ ທ່ານ Mark P Lagon ໃຫ້ສັມພາດ ກັບ ວິທະຍຸ ເອເຊັຽເສຣີ ນື່ງວັນ ຕໍ່ມາ ຫລັງຈາກ ກະຊວງ ການຕ່າງປະເທດ ສະຫະຣັຖ ໄດ້ເປີດເຜີຽ ຣາຍງານ ການຄ້າ ມະນຸດ ໃນທົ່ວໂລກ ວ່າ: ການນໍາເອົາ ຕົວຜູ້ກະທໍາຜິດ ດ້ານການຄ້າ ມະນຸດ ໃນປະເທດລາວ ມາລົງໂທດນີ້ ເຫັນວ່າ ຣັຖບານລາວ ໄດ້ປະຕິບັດ ແລະ ມີຜົນຄືບໜ້າດີ, ແຕ່ວ່າ ຍັງມີຊ່ອງໂວ່ ໃນດ້ານນື່ງ, ຄືວ່າ ຍັງມີບັນຫາ ການສົມຮູ້ ຮ່ວມຄິດ ຂອງເຈົ້າໜ້າທີ່ ປະຕິບັດ ກົດໝາຍ ນັບຕັ້ງແຕ່ ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ໄປຮອດ ເຈົ້າໜ້າທີ່ ດ່ານຊາຍແດນ.

ທ່ານວ່າ ບໍ່ທັນມີຫລັກຖານໃດໆ ທີ່ສະແດງວ່າ ຣັຖບານລາວ ໄດ້ຈັບ ດໍາເນີນ ຄະດີ ແລະ ລົງໂທດ ເຈົ້າໜ້າທີ່ ທີ່ສົມຮູ້ ຮ່ວມຄິດ, ດັ່ງນັ້ນ ຊ່ອງໂວ່ ມັນກໍຢູ່ບ່ອນນັ້ນ ລະ. ເມື່ອນັກຂ່າວ ວິທະຍຸ ເອເຊັຽເສຣີ ຖາມວ່າ ຄັນຊັ້ນ ຄວນຈັດໃຫ້ລາວ ຢູ່ໃນບັນຊີ ປະເພດ ທີ 3 ບໍ່? ທ່ານກໍຕອບວ່າ:

“ເອີ້! ຄວາມເຫັນ ຂອງພວກເຮົາ ກໍຄືວ່າ ສະພາບ ການປະຕິບັດ ກົດໝາຍ ໃນລາວນີ້ ຍັງປົນເປືອກັນຢູ່. ຣັຖບານລາວ ມີກົດໝາຍ ທີ່ດີພໍ ກວມລວມ ເຖິງການຄ້າມະນຸດ ແລະ ໄດ້ຕິດຕາມ ນໍາເອົາຕົວຜູ້ກະທໍາຜິດ ມາລົງໂທດ ແລະ ມີຜົນຄືບໜ້າ ໃນການຮ່ວມມື ກັບ ອົງການ ສາກົນ ໃຫ້ທີ່ຢູ່ອາໃສແກ່ ຜູ້ຖືກເຄາະຮ້າຍ.”

ແຕ່ ທ່ານຍັງກ່າວຢໍ້າ ວ່າ ບັນຫາແທ້ໆ ຢູ່ໃນນີ້ ແມ່ນເຣື້ອງ ການສົມຮູ້ຮ່ວມຄິດ ຂອງເຈົ້າໜ້າທີ່ ສໍ່ລາດບັງຫລວງ ຊື່ງພວກເຮົາ ພົບເຫັນ ທົ່ວໄປ ໃນທຸກປະເທດ. ດັ່ງນັ້ນ ບັນຫາ ການສໍ່ລາດ ບັງຫລວງ ຂອງເຈົ້າໜ້າທີ່ ເປັນເຫດຜົນ ສໍາຄັນ ຢູ່ໃນລາຍງານນີ້.

ທ່ານກ່າວຕໍ່ໄປວ່າ ຣັຖບານ ສະຫະຣັຖ ຄວນກົດດັນ ໃຫ້ຣັຖບານລາວ ເອົາມາຕະການ ທາງດ້ານກົດໝາຍ ໃຫ້ມີປະສິດທິພາບ. ການສືບສວນ ການຈັບ ການດໍາເນີນຄະດີ ແລະ ການລົງໂທດ ຜູ້ກະທໍາຜິດ ນັ້ນ ຄວນຮ່ວມ ທັງເຈົ້າໜ້າທີ່ ຊື່ງເປັນສ່ວນນື່ງ ຂອງບັນຫາ ດ້ວຍ. ຈະເວົ້າວ່າ ລະບົບກົດໝາຍ ຍຸຕິທັມ ຂອງລາວ ອອ່ນແອນັ້ນ ຍັງບໍ່ພໍເທື່ອ. ພວກເຮົາ ຕ້ອງການຢາກ ໃຫ້ເຈົ້າໜ້າທີ່ ປະຕິບັດງານ ເປັນຜູ້ ຮັບຜິດຊອບ ໃນການທູດ ຂອງພວກເຮົາ. ນີ້ເປັນສິ່ງທີ່ ຂ້າພະເຈົ້າ ຢາກເວົ້າ ເນັ້ນຕື່ມ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.