ຍິງລາວແຕ່ງງານກັບຄົນຈີນ ມັກຫາຍສາບສູນ
2010.04.07
ຍິງສາວລາວ ແຂວງຫລວງນ້ຳທາ ທີ່ແຕ່ງງານກັບ ຄົນຈີນ ແບບບໍ່ຖືກຕ້ອງ ຕາມກົດໝາຍທີ່ ອຳນາດການປົກຄອງ ທ້ອງຖິ່ນ ບໍ່ຮູ້ເຫັນນໍາ ມັກຫາຍສາບສູນ ຫລື ຖືກພາໂຕ ໄປອອກແຮງງານ ແບບກົດຂີ່ຂົ່ມເຫັງ ຢູ່ຈີນ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງຫລວງນ້ຳທາ ເວົ້າວ່າ ມີກຸ່ມຄົນຈີນ ເຂົ້າມາຫລອກລວງ ໃຫ້ແຕ່ງງານເພື່ອ ໄປເປັນແມ່ບ້ານ ແລະຈະມີລາຍໄດ້ ພິເສດ ຈາກການເຮັດວຽກ ເລັກໆນ້ອຍໆ ແລະ ຊາວບ້ານກໍຫລົງເຊື່ອ ຍ້ອນຄວາມ ບໍ່ຮູ້ເທົ້າເຖິງການ ແລະຍ້ອນຄວາມ ທຸກຍາກ.
ເຈົ້າໜ້າທີ່ຜູ້ນີ້ວ່າ:
"ສ່ວນຫລາຍກໍແມ່ນ ຊົນເຜົ່າສ່ວນນ້ອຍ ເຂົາບໍ່ມີເງິນ ມີຄຳອີ່ຫຍັງ ເຂົາທຸກຍາກ ທຸກຈົນ ມີຊາວຈີນມາ ຂໍໄປແຕ່ງງານ ສ່ວນຫລາຍມາແຕ່ງ ແຕ່ງໄປແລ້ວ ແບບບໍ່ຖືກ ຕ້ອງ ແຕ່ງງານແບບ ບໍ່ຖືກຕ້ອງ ລັກເອົາໄປຢູ່ພຸ້ນ ແລ້ວກໍ່ເອົາໄປ ໃຊ້ແຮງງານເຂົາ ແບບນັ້ນ".
ເຖິງຢ່າງໃດກໍ່ຕາມ ການແຕ່ງງານ ກັບຄົນຈີນ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຫລືແບບທີ່ອຳນາດ ການປົກຄອງ ທ້ອງຖິ່ນ ບໍ່ຮູ້ ແລະຖືກພາ ຕົວໄປນັ້ນ ສ້າງຄວາມ ຫຍຸ້ງຍາກ ໃຫ້ທາງຄອບຄົວ ພໍ່ແມ່ ແລະທາງການ ໃນການຕິດຕາມ ຊອກຫາ ເພື່ອຊ່ວຍເຫລືອ ຍ້ອນວ່າບໍ່ມີ ຂໍ້ມູນຂອງ ຜູ້ຊາຍຄົນຈີນ ວ່າຢູ່ທີ່ໃດ. ເຈົ້າໜ້າທີ່ ຜູ້ດຽວ ກັນນີ້ເວົ້າວ່າ:
"ນອກຈາກວ່າ ຄັນຄືລັກໄປ ຈຶ່ງມີພີ່ນ້ອງ ຄົ້ນຫາ ມັກມີຕລອດ ເມື່ອຄົນຫາຍໄປແລ້ວ ຈຶ່ງມາແຈ້ງ ໃຫ້ເຮົາໄປຊອກໃຫ້ ການຄ້າຫລອກລວງ ໄປຂາຍຍັງບໍ່ມີ ຍ້ອນເຮົາ ບໍ່ໄດ້ ເຄື່ອນໄຫວເຕັມທີ່ເທື່ອ".
ຢູ່ແຂວງ ຫລວງນ້ຳທາ ມີຍິງສາວລາວ ໄປຢູ່ຈີນ ຫລາຍພໍສົມຄວນ ຮວມທັງໄປໃນນາມ ແຕ່ງງານກັບຄົນຈີນ ແລະໄປ ເຮັດວຽກເຮັດງານ ໂດຍສາເຫດສ່ວນ ໃຫຍ່ແລ້ວ ເປັນຍ້ອນວ່າ ຖານະຄອບຄົວ ຂອງພວກເຂົາເຈົ້າ ທຸກຍາກ ແລະບໍ່ມີວຽກເຮັດ ງານທຳ.